ໜ້າທີ່ຮັບຜິດຊອບ:
- ຮ່າງ, ດັດແກ້ສັນຍາຕ່າງໆ, ສັນຍາທີ່ພົວພັນພາຍນອກ ແລະ ເອກະສານນິຕິກຳ, ລະບຽບການຕ່າງໆຂອງບໍລິສັດ ໃຫ້ເປັນມາດຕະຖານ ເພຶ່ອໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ແທດເໝາະກັບສະພາບເສດຖະກິດ ແຕ່ລະໄລຍະ;
- ຕິດຕາມ, ກວດກາ, ປະສານງານ, ໃຫ້ຄວາມຮ່ວມມືກັບພະແນກ, ໜ່ວຍງານ, ບໍລິສັດຕ່າງໆ ກ່ຽວກັບການປະຕິບັດວຽກງານ, ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ;
- ເປັນຜູ້ຕາງໜ້າຂອງບໍລິສັດ ເຂົ້າຮ່ວມໄກ່ເກ່ຍຄະດີ ກ່ຽວກັບໜີ້ສິນ ແລະ ໄກ່ເກຍບັນຫາອື່ນໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ;
- ໃຫ້ຄຳປຶກສາ ແລະ ແນະນຳ ທາງດ້ານກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ຂອງບໍລິສັດ ແກ່ຜູ້ບໍລິຫານ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງ;
- ຜັນຂະຫຍາຍ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ຜູ້ບໍລິຫານ ແລະ ຫ້ອງການ ບິດຄິກ ຈຳກັດຜູ້ດຽວ ໄດ້ວາງອອກ ແລະ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ອອກໂດຍພາກສ່ວນອື່ນ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ ແລະ ປະກາດໃຊ້ແຕ່ລະໄລຍະ;
- ຮວບຮວມບັນດາເອກະສານນິຕິກຳ ທີ່ມີຜົນບັງຄັງໃຊ້ ທີ່ອອກໂດຍບໍລິສັດ ບິດຄິກ ຈຳກັດຜູ້ດຽວ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ທີ່ພົວພັນກັບວຽກງານ ແລະ ທຸລະກິດຂອງບໍລິສັດ;
- ຈົດທະບຽນສັນຍາ ແລະ ເອກະສານອື່ນໆ ທີ່ມີຄວາມຈໍາເປັນທາງດ້ານກົດໝາຍ ເພຶ່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ;
- ສະເໜີດັດແກ້ສັນຍາຕ່າງໆ ຫຼື ນິຕິກຳອື່ນ ທີ່ເຫັນວ່າບໍ່ສອດຄ່ອງກັບ ພາກສ່ວນປະຕິບັດຕົວຈິງ ຕໍ່ຄະນະພະແນກ, ຄະນະອຳນວຍການ;
- ກະກຽມເອກະສານ ເພຶ່ອດຳເນີນການຮ້ອງຟ້ອງຄະດີຄວາມຕ່າງໆ ແລະ ຕິດຕາມຄະດີທີ່ໄດ້ຮ້ອງຟ້ອງທີ່ຢູ່ໃນຂັ້ນຕອນ ຂອງເຈົ້າໜ້າທີ່ຕຳຫຼວດ, ສານ, ໄອຍະການ ແລະ ຫ້ອງຈັດຕັ້ງປະຕິບັດຄຳຕັດສິນຂອງສານ.
- ເງື່ອນໄຂຜູ້ສະໝັກ:
- ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ ໃນສາຂາວິຊາສະເພາະກົດໝາຍ
- (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ);
- ມີສຸຂະພາບແຂງແຮງ, ບໍ່ຈຳກັດເພດ, ອາຍຸ ແລະ ມີມະນຸດສຳພັນດີ;
- ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້;
- ມີປະສົບການເຮັດວຽກ ທາງດ້ານກົດໝາຍມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ;
- ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເປັນຢ່າງດີ;
- ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ;
- ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້.
- ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
+85602021256969 / 0305739993 / info@bitqik.com / bitqik.com.la