spot_img

ພະນັກງານວິຊາການ ຊຳລະສະສາງ

ໜ້າທີ່ຮັບຜິດຊອບ:

  • ສະຫຼຸບລາຍການຂາຍຫຼຽນປະຈຳວັນ, ປະຈຳເດືອນ, ປະຈຳປີ ຫຼື ປະຈຳແຕ່ລະໄຕມາດ;
  • ເກັບກຳສະຖິຕິຂອງການຊື້-ຂາຍ, ຝາກ-ຖອນ, ເທຣດຫຼຽນຂອງລູກຄ້າ;
  • ເກັບກຳ ແລະ ສະຫຼຸບຂໍ້ມູນແຕ່ລະເດືອນລາຍງານໃຫ້ກັບທະນາຄານ ແຫ່ງ ສປປ ລາວ;
  • ກວດສອບການຊື້ – ຂາຍຫຼຽນ ສ້າງລາຍການເພື່ອສົ່ງຕໍ່ໃຫ້ກັບບັນຊີ;
  • ປະສານງານກັບ CS ໃນການຖອນຫຼຽນ ແລະ ແກ້ໄຂບັນຫາໃຫ້ກັບລູກຄ້າ;
  • ກວດສອບການຖອນຫຼຽນ, ການເຄື່ອນໄຫວ ແລະ ແກ້ໄຂຄວາມຜິດພາດ ລາຍການທຸລະກຳໃຫ້ລູກຄ້າ.
  • ເງື່ອນໄຂຜູ້ສະໝັກ:
  • ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;
  • ຈົບການສຶກສາລະດັບປະລິນຍາຕຼີຂຶ້ນໄປ ໃນສາຂາການຕະຫຼາດ, ການເງິນ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງໃນຂົງເຂດການເງິນ, ການລົງທຶນ ແລະ ສິນເຊື່ອທະນາຄານ ແມ່ນພິຈາລະນາເປັນພິເສດ;
  • ມີມະນຸດສຳພັນດີ, ບຸກຄະລິກດີ, ຍິ້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ມີຄວາມຮັບຜິດຊອບສູງ, ຊື່ສັດສຸດຈະລິດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະ ມັກພັດທະນາຕົນເອງຢູ່ຕະຫຼອດເວລາ;
  • ມີທັກສະໃນການສື່ສານພາສາລາວ ແລະ ພາສາອັງກິດໃນລະດັບດີ;
  • ມີທັກສະໃນການນຳໃຊ້ຄອມພິວເຕີເປັນຢ່າງດີ;
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນກາທີ່ດີເລີດ;
  • ມີທັກສະໃນການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ;
  • ສົນໃຈໃນເທັກໂນໂລຢີໃໝ່ໆ ແລະ ໂດຍສະເພາະເທັກໂນໂລຢີບລັອກເຊັນ;
  • ຖ້າຫາກຜູ້ສະໝັກມີຄວາມຮູ້ນດ້ານສະກຸນເງິນດີຈິຕອລ (cryptocurrency) ຈະພິຈາລະນາເປັນພິເສດ;
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດວຽກງານໃຫ້ບັນລຸເປົ້າໝາຍ. 

    ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
    +85602021256969 / 0305739993 / info@bitqik.com / bitqik.com.la