ໜ້າທີ່ຮັບຜິດຊອບ:
- ເບິ່ງແຍງການໃຫ້ບໍລິການລູກຄ້າຜ່ານຊ່ອງທາງຕ່າງໆເຊັ່ນ: ທາງໂທລະສັບ, Live Chat, Online message ເພື່ອໃຫ້ບໍລິການລູກຄ້າຂອງບໍລິສັດ ແລະ ຕອບຄຳຖາມຈາກລູກຄ້າລວມເຖິງການແກ້ໄຂບັນຫາດ້ານການໃຫ້ບໍລິການລູກຄ້າ;
- ກວດສອບລາຍການປ່ຽນຂໍ້ມູນລູກຄ້າ ແລະ ເຮັດລານການ Refund ໃຫ້ກັບລູກຄ້າ;
- ກວດສອບຢືນຢັນການເຮັດທຸລະກຳ ແລະ ການ KYC ໃຫ້ກັບລູກຄ້າ;
- ຈັດການ ແລະ ອັບເດດ Knowledge center ຊຸດຂໍ້ມູນທີ່ໃຫ້ບໍລິການລູກຄ້າທີ່ຕິດຕໍ່ມາເພື່ອໃຊ້ເປັນຖານຂໍ້ມູນປະກອບການໃຫ້ຄຳແນະນຳແກ່ລູກຄ້າ;
- ບໍລິຫານຄວາມສຳພັນກັບລູກຄ້າ ແລະ ຜູ້ທີ່ຕິດຕໍ່ເຂົ້າມາເພື່ອສ້າງປະສົບການທີ່ດີໃຫ້ກັບລູກຄ້າ;
- ສະຫຼຸບບັນຫາ ແລະ ວິທີແກ້ໄຂບັນຫາໃຫ້ລູ້ກຄ້າໃນແຕ່ລະມື້.
ເງື່ອນໄຂຜູ້ສະໝັກ:
- ບໍ່ຈຳກັດເພດ, ບໍ່ຈຳກັດອາຍຸ, ບໍ່ຈຳກັດລະດັບການສຶກສາ;
- ມີຄວາມຄິດທີ່ຖືເອົາລູກຄ້າເປັນສູນກາງ ເນັ້ນການສ້າງປະສົບການທີ່ດີໃຫ້ແກ່ລູກຄ້າ;
- ມີປະສົບການເຮັດວຽກໃນຕຳແໜ່ງການໃຫ້ຄວາມຊ່ວຍເຫຼືອລູກຄ້າມາກ່ອນ;
- ມີທັກສະໃນການສື່ສານທັງການເວົ້າ ແລະ ການຂຽນພາສາລາວ ແລະ ພາສາອັງກິດທີ່ດີ;
- ມີຄວາມກະຕືລືລົ້ນທີ່ຈະເຮັດທຸກວິທີທາງເພື່ອແກ້ໄຂບັນຫາທີ່ຊັບຊ້ອນ ແລະ ສ້າງກຳມະວິທີທີ່ສາມາດຂະຫຍາຍຕົວ ໄດ້ທຸກສະຖານະການ;
- ສາມາດຄວບຄຸມອາລົມ ແລະ ມີຄວາມອົດທົນໃນລະຫວ່າງການສົນທະນາກັບລູກຄ້າທີ່ທີຄວາມຫຍຸ້ງຍາກ ແລະ ລຳບາກໄດ້;
- ມີຄວາມເປັນມືອາຊີບໃນການຫາລືສົນທະນາກັບລູກຄ້າຢູ່ຕະຫຼອດເວລາ ໃສ່ໃຈທຸກລາຍລະອຽດໃນການສົນທະນາ ອລະ ແກ້ໄຂບັນຫາໃຫ້ລູກຄ້າ;
- ມີຄວາມເຊື່ອຖືໄດ້ ເປັນຄົນມີລະບຽບວິໄນ ຫ້າວຫັນ ແລະ ຮັກສາເວລາໄດ້ດີ;
- ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກຄົນດຽວຢ່າງອິດສະຫຼະໄດ້;
- ມີຄວາມຍືດຢຸ່ນໃນການເຮັດວຽກໃນກະກາງເວັນ ຫຼື ໃນກະກາງຄືນໄດ້ ສາມາດເຮັດວຽກກະພິເສດໃນວັນພັກໄດ້;
- ມີ Service Mind ທີ່ດີ ຮັກໃນງານບໍລິການ ມີທັກສະປະຕິສຳພັນກັບຜູ້ອື່ນໃນລະດັບທີ່ດີຫຼາຍ.
ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
+85602021256969 / 0305739993 / info@bitqik.com / bitqik.com.la