ເງື່ອນໄຂຜູ້ສະໝັກ:
- ເພດຍິງ ຫຼື ຊາຍ ອາຍຸບໍ່ເກີນ 30 ປີ.
- ມີໃບປະກາດຈົບຊັ້ນສູງຂຶ້ນໄປ ບໍ່ຈຳກັດສາຂາຮຽນ ແຕ່ຕ້ອງມີປະສົບການ ແລະ ຜົນງານໃນສາຍງານຖ່າຍທຳ ແລະ ຕັດຕໍ່ວິດີໂອ (Video Editor & Motion Graphic) ຕ້ອງມີຜົນງານຂອງຕົວເອງທີ່ສາມາດຢືນຢັນໄດ້ (ຖ້າມີປະສົບການກ່ຽວກັບສາຍງານດັ່ງກ່າວ ຫຼາຍກວ່າ 02 ປີຂຶ້ນໄປຈະພິຈາລະນາເປັນພິເສດ).
- ຜູ້ສະໝັກຕ້ອງລະບຸລິ້ງ File ຜົນງານຂອງຕົວເອງໃນໃບ CV ໂດຍສາມາດອັບໂຫຼດຜົນງານທີ່ Google Drive ໃຫ້ກວດສອບໄດ້.
- ມີຄວາມຮູ້ຄວາມຊຳນານໃນການໃຊ້ໂປຣແກມຕັດຕໍ່ຄື: Adobe Premier pro, After Effect, Final cut pro, Capcut, Davinci Resolve ແລະ ໂປຣແກຣມອື່ນໆທີ່ສາມາດສ້າງສັນຜົນງານປະເພດ Motion Graphic, Animation 2D 3D ທີ່ເປັນສື່ໂຄສະນາລົງ Social Media ແລະ LED Board ຕ່າງໆ.
- ມີຄວາມຮູ້ພື້ນຖານໃນການຖ່າຍຮູບ, ຖ່າຍວີດີໂອ ແລະ ສາມາດນຳໃຊ້ອຸປະກອນຖ່າຍທຳໄດ້.
- ມີວິໄສທັດໃນການເຮັດວຽກເປັນມື້ອາຊີບ ແລະ ສາມາດເຮັດວຽກເປັນທີມໄດ້.
- ຖ້າມີຄວາມຮູ້ກ່ຽວກັບ 2D, 3D animation ຈະພິຈາລະນາເປັນພິເສດ.
- ສາມາດເຮັດວຽກໄດ້ດ້ວຍຕົນເອງ ແລະ ຈັດລຳດັບຄວາມສຳຄັນຂອງວຽກພາຍໃນເວລາທີ່ກຳນົດໄດ້ດີ.
ໜ້າທີ່ຮັບຜິດຊອບ:
- ວຽກງານຖ່າຍທຳ ແລະ ຕັດຕໍ່: ຮັບຜິດຊອບຖ່າຍທຳ ແລະ ຕັດຕໍ່ວິດີໂອໂຄສະນາ, ບັນດາຜະລິດຕະພັນ ແລະ ບໍລິການຜ່ານຊ່ອງທາງ online ຂອງບິດຄິກ.
- ວຽກງານຄົບຄຸມລະບົບ: ຊ່ວຍ Support ໃນການສ້າງ ແລະ ຄວບຄຸມລະບົບການເຜີຍແຜ່ພາບສົດ (Live Streaming).
- ວຽກງານການຈັດງານ: ຮັບຜິດຊອບຖ່າຍພາບ ແລະ ວີດີໂອງານຕ່າງໆຂອງບໍລິສັດ.
- ປະຕິບັດວຽກຕາມທີ່ໄດ້ຮັບມອບຫມາຍ.
ສົນໃຈສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ :
ເບີໂທ : 02021256969, 0305739993.
ອີເມວ : info@bitqik.com , bitqik.com.la
ສະຖານທີ່: ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.