spot_img

ພະນັກງານວິຊາການ ພັດທະນາຜະລິດຕະພັນ

ເງື່ອນໄຂຜູ້ສະໝັກ:

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ.
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.
  • ມີປະສົບການດ້ານການພັດທະນາຜະລິດຕະພັນ ແມ່ນຈະພິຈາລະນາເປັນພິເສດ.
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແມ່ນຈະພິຈາລະນາເປັນພິເສດ.
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ.
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ.
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ.
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ.
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ.
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ.
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.
  • ມີບຸກຄະລິກກະພາບທີ່ດີ, ສຸຂະພາບແຂງແຮງດີ, ມີຄວາມລະອຽດຮອບຄອບ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ, ມີຄວາມອົດທົນໃນການປະຕິບັດວຽກງານ, ມີແນວຄວາມຄິດສ້າງສັນ ແລະສາມາດເຮັດວຽກເປັນທີມໄດ້.

ໜ້າທີ່ຮັບຜິດຊອບ:

  • ສຶກສາຄົ້ນຄວ້າ, ພັດທະນາຜະລິດຕະພັນ ແລະ ຮູບແບບການບໍລິການ ທັນຍຸກທັນສະໄໝ ໃຫ້ແທດເໝາະກັບຄວາມຕ້ອງການ, ມີທ່າແຮງໃນການແຂ່ງຂັນ, ສ້າງຄວາມແຕກຕ່າງດ້ານການບໍລິການ.
  • ຄົ້ນຄວ້າ, ສຶກສາ ແລະ ກໍານົດຄ່າບໍລິການ ບົນພື້ນຖານການກໍານົດຕົ້ນທຶນ ແລະ ຄ່າບໍລິການ ທີ່ສົມເຫດສົມຜົນ.
  • ກຳນົດອັດຕາແລກປ່ຽນ (Rate) ຂອງການຊື້-ຂາຍ ເງິນຄຣິບໂຕ ປະຈຳວັນ.
  • ກຳນົດອັດຕາການ ຝາກ-ຖອນ (Deposit-Withdrawal) ເງິນຄຣິບໂຕ ປະຈຳວັນ.
  • ປະເມີນ, ທົບທວນ ແລະ ຕິດຕາມຜະລິດຕະພັນ ທີ່ໄດ້ສ້າງຂຶ້ນ ໂດຍນຳເອົາຂໍ້ມູນມາປັບປຸງ ແລະ ພັດທະນາໃຫ້ແທດເໝາະ ແກ່ການບໍລິການ ແຕ່ລະໄລຍະ.
  • ສັງລວມ ແລະ ປຽບທຽບຂໍ້ມູນຄູ່ແຂ່ງການບໍລິການ ແລະ ຜະລິດຕະພັນຕ່າງໆ ພາຍໃນ ແລະ ພາຍນອກ.

ສົນໃຈສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ :

ເບີໂທ : 02021256969, 0305739993.

ອີເມວ : info@bitqik.com , bitqik.com.la

ສະຖານທີ່: ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.