spot_img
Homeຂ່າວຕ່າງປະເທດຜູ້ນຳ3ຝ່າຍທີ່ຂັນແຍ້ງກຽມ ເປີດເຈລະຈາບັນຫາອູແກຣນ

ຜູ້ນຳ3ຝ່າຍທີ່ຂັນແຍ້ງກຽມ ເປີດເຈລະຈາບັນຫາອູແກຣນ

Published on

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ເພໂທຣ ໂປເຣນເຊນໂກ ປະທານາທິບໍດີອູແກຣນ ແລະຜູ້ນຳກຸ່ມແຍກດິນແດນອູແກຣນ ກຽມເປີດການເຈລະຈາຕົກລົງກ່ຽວກັບບັນຫາຂັດແຍ້ງໃນພື້ນທີ່ຕາເວັນອອກຂອງອູແກຣນ ໃນເບລາຣຸສ ບ່າຍວານນີ້ຕາມເວລາທ້ອງຖິ່ນ ຂະນະທີ່ຊາດຕາເວັນຕົກຮ່ວມກັນກຽມຂວ້ຳບາດຣັດເຊຍເພິ່ມ ໃນຂໍ້ກ່າວຫາວ່າຣັດເຊຍສົ່ງກອງທັບເຂົ້າອູແກຣນ.

ແນວໃດກໍຕາມ ຫຼ້າສຸດມີລາຍງານວ່າ ເກີດການປະທະກັນໃນເມືອງມາຣູໂປ ທາງຕາເວັນອອກຂອງອູແກຣນຂຶ້ນ ທັງນີ້ ຍອດຜູ້ເສຍຊີວິດຂອງປະຊາຊົນໃນພື້ນທີ່ຂັດແຍ້ງ ສູງເຖິງ 2,600 ຄົນ ໃນເວລາ 5 ເດືອນ ຕັ້ງແຕ່ເລິ່ມມີການສູ້ຮົບ ດ້ານຜູ້ນຳອູແກຣນຫວັງໃຫ້ການເຈລະຈາຄັ້ງນີ້ປະສົບຄວາມສຳເລັດ ແລະການຕໍ່ສູ້ໃນປະເທດຂອງເຂົາຈະສິ້ນສຸດລົງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...