Homeຂ່າວພາຍ​ໃນເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

Published on

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ ຜູ້ບໍລິຫານ ສະຖາບັນແມ່ນ້ຳຂອງ ໄດ້ເປີດຕົວຜົນງານປຶ້ມໃໝ່ຂອງທ່ານ ທີ່ມີຊື່ວ່າ ‘A Great Country Is What Leaders Make of It’ ຫຼື ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ, ໂດຍງານດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ສະຖານທູດ ແຫ່ງສາທະລະລັດ ສິງກະໂປ ປະຈຳ ສປປ ລາວ ແລະ ທ່ານ ອອງ ຊິວ ເກ ເອກອັກຄະລັດຖະທູດ ແຫ່ງ ສ.ສິງກະໂປ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວເປີດງານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະທູດຈາກບັນດາປະເທດ ແລະ ແຂກຖືກເຊີນ ທີ່ໄດ້ເຂົ້າຮ່ວມງານ.

ທ່ານ ດຣ. ອານຸລັກ ກ່າວວ່າ: “ຂ້າພະເຈົ້າມັກຄຳວ່າ ‘ຍິ່ງໃຫຍ່’ ເພາະຂ້າພະເຈົ້າຕ້ອງການທີ່ຈະແກ້ໄຂການນຳໃຊ້ຄຳນີ້ແບບຜິດໆ ຂອງບັນດາປະເທດມະຫາອຳນາດ ເຊິ່ງສ່ວນຫຼາຍມັກຈະອ້າງເຖິງຂະໜາດປະເທດ, ປະຫວັດສາດທີ່ຍິ່ງໃຫຍ່ ຫຼື ອະລິຍະທຳ ແລະ ຄວາມຮັ່ງມີ. ແຕ່ເມື່ອເພິ່ນໄດ້ໂອ້ລົມກັບບັນດາປະຊາຊົນຂອງປະເທດຕ່າງໆ ກ່ຽວກັບສິ່ງທີ່ເຮັດໃຫ້ປະເທດຂອງພວກເຂົາ ຫຼື ປະເທດອື່ນໆ ມີຄວາມຍິ່ງໃຫຍ່ ພວກເຂົາບໍ່ໄດ້ເວົ້າເຖິງສິ່ງເຫຼົ່ານັ້ນເລີຍ.”

ຫຼັງຈາກທີ່ ທ່ານ ດຣ. ອານຸລັກ ໄດ້ເດີນທາງຢ້ຽມຢາມປະເທດຕ່າງໆມາແລ້ວປະມານ 40 ປະເທດ ແລະ ສຶກສາຄົ້ນຄວ້າປະຫວັດສາດ ຕະຫຼອດເຖິງການພັດທະນາຂອງປະເທດເຫຼົ່ານັ້ນຢ່າງເລິກເຊິ່ງ, ທ່ານໄດ້ມີແນວຄວາມຄິດ 5 ປະການ ທີ່ເພິ່ນເຊື່ອວ່າ ມີຄວາມສຳຄັນຕໍ່ປະຊາຊົນ, ເສດຖະກິດຂອງປະເທດ ແລະ ພາບລັກຂອງປະເທດ ທີ່ບັນດາປະເທດອື່ນໆເຫັນ.

ສິ່ງເຫຼົ່ານີ້ໄດ້ກາຍເປັນ 5 ຮູບແບບ ທີ່ເປັນຫົວໃຈສຳຄັນໃນປຶ້ມຂອງເພິ່ນ, ເຊິ່ງເພິ່ນໄດ້ອະທິບາຍວ່າ ເປັນການແຈ້ງເຕືອນແບບສຸພາບເຖິງບັນດາຜູ້ນຳ ກ່ຽວກັບສິ່ງຈຳເປັນທີ່ຕ້ອງມີໃນການສ້າງປະເທດໃຫ້ຍິ່ງໃຫຍ່.

ໂດຍການອາໄສຕົວຢ່າງຈາກບັນດາປະເທດ ແລະ ໄລຍະເວລາຕ່າງໆໃນປະຫວັດສາດທົ່ວໂລກ, ທ່ານ ດຣ. ອະນຸລັກ ໄດ້ສຳຫຼວດສິ່ງທີ່ເຮັດໃຫ້ປະເທດໜຶ່ງມີຄວາມຍິ່ງໃຫຍ່ ແລະ ດ້ວຍເຫດຜົນໃດ ຄຳຕອບຈຶ່ງກວມລວມໄປໄກກວ່າເລື່ອງເຕີບໂຕທາງດ້ານເສດຖະກິດ, ການຕັດສິນໃຈທາງການເມືອງ ຫຼື ໂຄງລ່າງພື້ນຖານທີ່ຖືກສ້າງຂຶ້ນມາ.

ຜ່ານການຮຽບຮຽງຂໍ້ມູນ, ທ່ານ ດຣ. ອະນຸລັກ ໄດ້ສຳຫຼວດບັນດາປະເທດທີ່ພັດທະນາຕາມແນວທາງທີ່ແຕກຕ່າງກັນ ໂດຍພິຈາລະນາເຖິງສິ່ງທີ່ຊ່ວຍຂັບເຄື່ອນໃຫ້ປະເທດກ້າວໜ້າ, ສິ່ງທີ່ເປັນອຸປະສັກ ແລະ ປະສົບການຂອງປະເທດເຫຼົ່ານັ້ນທີ່ສາມາດເປັນບົດຮຽນໃຫ້ແກ່ປະເທດລາວ.

ປຶ້ມຫົວນີ້ຈຶ່ງໄດ້ສົ່ງສານໄປຫາຜູ້ນຳຂອງປະເທດລາວ ທັງໃນປັດຈຸບັນ ແລະ ອະນາຄົດໂດຍສະເພາະ, ແຕ່ບໍ່ໄດ້ມີການສະເໜີສູດສຳເລັດໃນການປ່ຽນປະເທດລາວໃຫ້ກາຍເປັນປະເທດທີ່ຍິ່ງໃຫຍ່ ຫຼື ຄຳແນະນຳວ່າ ສາມາດຮຽນແບບຮູບແບບການພັດທະນາຂອງປະເທດອື່ນມາໃຊ້ໄດ້ໂດຍກົງ. ກົງກັນຂ້າມ, ປຶ້ມຫົວນີ້ຈະຊວນໃຫ້ຜູ້ອ່ານພິຈາລະນາເຖິງທາງເລືອກ ແລະ ການຕັດສິນໃຈທີ່ເປັນເບື້ອງຫຼັງຄວາມກ້າວໜ້າຂອງປະເທດ ແລະ ປະເທດແບບໃດທີ່ພວກເຂົາຢາກຈະສົ່ງຕໍ່ໃຫ້ແກ່ຄົນຮຸ່ນຫຼັງ.

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຂຽນປຶ້ມຫົວນີ້ໃນປີ 2025 ໃນລະຫວ່າງດຳລົງຕຳແໜ່ງນັກວິໄຈ ອາວຸໂສ ອິດສະຫຼະ ຢູ່ທີ່ ສະຖາບັນນະໂຍບາຍສາທາລະນະ ລີ ກວນ ຢູ (Lee Kuan Yew School of Public Policy) ມະຫາວິທະຍາໄລແຫ່ງຊາດສິງກະໂປ.

ປຶ້ມຂອງເພິ່ນໄດ້ໂຮມເອົາບົດຮຽນຈາກຄວາມສົນໃຈທີ່ເລິກເຊິ່ງໃນດ້ານການບໍລິຫານຈັດການພາກລັດ, ປະຫວັດສາດ ແລະ ການພັດທະນາປະເທດ.

ເຊິ່ງເພິ່ນໄດ້ເນັ້ນຢ້ຳວ່າ “ຄຳຄິດເຫັນທັງໝົດບໍ່ແມ່ນຂອງລັດຖະບານລາວ ຫຼື ອົງກອນພາກພື້ນທີ່ຂ້າພະເຈົ້າເຄີຍ ຫຼື ກຳລັງປະຕິບັດໜ້າທີ່ຢູ່ ເປັນພຽງມຸມມອງສ່ວນໂຕຂອງຂ້າພະເຈົ້າເທົ່ານັ້ນ.”

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...