Homeຂ່າວພາຍ​ໃນນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

Published on

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ.

ທ່ານ ບຸນເພັງ ສີນະວົງພອນ ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ເຊິ່ງທ່ານກ່າວບາງຕອນວ່າ: ຄະນະກວດກາພັກ ໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດການກໍ່ສ້າງພື້ນຖານໂຄງລ່າງ ໂຄງການລົງທຶນຂອງລັດ ໂດຍສະເພາະການຈັດຕັ້ງປະ ຕິບັດໂຄງການລົງທຶນຂອງລັດ ໃນໄລຍະ 5 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນ ໄດ້ສະເໜີໂຄງການລົງທຶນເຂົ້າແຜນງົບປະມານ ຈໍານວນ 1.217 ໂຄງການ ລວມມູນຄ່າ 2.406.653,94 ຕື້ກີບ ໄດ້ມີການຄົ້ນຄວ້າຍົກເລີກບັນດາໂຄງການທີ່ໝົດໄລຍະການຈັດຕັ້ງປະຕິບັດ ຈໍານວນ 71 ໂຄງການ ມູນຄ່າ 155,44 ຕື້ກີບ ໄດ້ດໍາເນີນການຮັບຮອງຜົນການປະເມີນໂຄງການຂັ້ນນະຄອນຫຼວງວຽງຈັນ ຈໍານວນ 43 ຄັ້ງ ອອກໃບຢັ້ງຢືນຜົນການປະເມີນ ຈໍານວນ 513 ໂຄງການ.

ກ່ຽວກັບປະກົດການສໍ້ລາດບັງຫຼວງ ມີທັງໝົດ 67 ກໍລະນີ ກວດກາພົບເຫັນຂໍ້ມູນຫຼັກຖານການສໍ້ລາດບັງຫຼວງ ທີ່ມີການສວຍໃຊ້ໜ້າທີ່ຕຳແໜ່ງຂອງພະນັກງານ ຈໍານວນ 12 ຄົນ ໄດ້ດໍາເນີນການແກ້ໄຂເກັບກູ້ເງິນ ແລະ ວັດຖຸທີ່ເສຍຫາຍກັບຄືນໃຫ້ລັດ ບຸກຄົນ ແລະ ການຈັດຕັ້ງໄດ້ທັງໝົດ ຈໍານວນ 1,7 ຕື້ກີບ ແລະ ສະເໜີປະຕິບັດວິໄນຕໍ່ຜູ້ລະເມີດ ທັງໝົດ 31 ຄົນ.

 

ອ້າງອີງຈາກ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...