ຕອນທີ 21 ງານກິດຈະກຳໂຮງຮຽນ
ໂທນີໄດ້ນສະຫຼຸບວັນຂາດຂຶ້ນໄປໃຫ້ຄູປະຈຳຫ້ອງທີ່ຫ້ອງການຄູ ໃນຂະນະທີ່ເຂົາຍ່າງກັບມາທີ່ຫ້ອງ ເຂົາກໍ່ໄດ້ຮັບໂທລະສັບຈາກສີດາ
ໂທນີ: ຈັ່ງໃດ
ສີດາ: ໂທມາລາ
ໂທນີ: ຈະກັບລະ
ສີດາ: ແມ່ນລ່ະ! ຄ້ານຢູ່! ຢູ່ໄປກະບໍ່ມ່ວນ
ໂທນີ: ອື! ເດີນທາງປອດໄພ
ສີດາ: ວ່າແຕ່ ເພິ່ນແນ່ໃຈລະຫວາ
ໂທນີ: ແນ່ໃຈເລື່ອງຫຍັງ
ສີດາ: ເລື່ອງ…ມາລີ ສາວສະຫຼາດນ້ອຍຂອງເຈົ້າຫັ້ນລ່ະ
ໂທນີໝາດຄໍໃສ່: ເພິ່ນຄິດວ່າລາວເປັນແນວໃດແນ່
ສີດາ: ກໍ່ແປກໆດີ! ຄວາມງາມໃຫ້ 5 ຄະແນນ(ຄິດແປັບໜຶ່ງປ່ຽນໃຈ) ໃຫ້ 6 ກະໄດ້! ແຕ່ເບິ່ງລວມໆແລ້ວກໍ່…ນ່າຮັກດີ! ເບິ່ງບໍ່ມີຜິດມີພິດໄພ ແລະ ນາງກໍ່ຄົງຈະຮັກເພິ່ນຫຼາຍ ແລະ ໜ້າຈະຂີ້ຫຶງພໍສົມຄວນ
ໂທນີຍິ້ມມຸມປາກເບົາໆ: ແມ່ນລ່ະ! ເພິ່ນເວົ້າຖືກ
ສີດາ: ອື້! ແຕ່ເຂົາຄິດວ່າເພິ່ນນ່າຈະເລືອກໄດ້ດີກວ່ານີ້! ຢ່າງແບບເຂົາປະມານນີ້
ໂທນີ: ຂອບໃຈ! ແຕ່ເຂົາມັກຂອງແປກ
ສີດາ: ໂອເຄເພື່ອນ Love… ຂອງໃຫ້ສົມຫວັງກັບຂອງແປກເດີ້ເພື່ອນ
ໂທນີຍິ້ມໜ້າບານ: ຂອບໃຈທີ່ອວຍພອນ
ສີດາ: ເອີໆ! ເທົ່ານີ້ເດີ້ ດຽວຄ່າໂທເພິ່ນສິໝົດ! ບ່າຍ
ໂທນີ: ບ່າຍ
ເລົ່າຄືນຍ້ອນຫຼັງສອງມື້ກ່ອນສີດາມາຫາໂທນີທີ່ໂຮງຮຽນ ສີດາໄດ້ລາພັກໂຮງຮຽນ 3-4 ມື້ເພື່ອລົງມາບຸນເຮືອນພີ່ນ້ອງທີ່ນະຄອນຫຼວງວຽງຈັນກັບພໍ່ແມ່ ແຕ່ກ່ອນມາສີດາໄດ້ຕິດຕໍ່ຫາໂທນີເພື່ອນເກົ່າ ສີດາໄດ້ມາຫາໂທນີທີ່ໂຮງຮຽນ ແລະ ໄດ້ພົບກັບມາລີທີ່ມີທ່າທາງແປກໆໃສ່ນາງ ວັນທຳອິດທີ່ສີດາໄດ້ພົບມາລີກໍ່ມີເລື່ອງທີ່ເຮັດໃຫ້ນາງຮູ້ສຶກສະໜຸກ ກັບທ່າທາງແປກໆຂອງມາລີ ຕັ້ງແຕ່ຕອນທີ່ມາລີນຳນາງກັບໂທນີໄປທີ່ຮ້ານອາຫານ ແລະ ຕອນທີ່ພົບກັບມາລີທີ່ເຮືອນຂອງໂທນີອີກ ສີດາເຫັນອາການຂອງມາລີທີ່ມີຕໍ່ຕົນເອງແລ້ວກໍ່ພໍເບິ່ງອອກວ່າມາລີມີໃຈໃຫ້ໂທນີ ແລະ ໂທນີເອງກໍ່ຄ້າຍຈະມີໃຈໃຫ້ມາລີຄືກັນ ແຕ່ດ້ວຍຄວາມທີ່ສີດາມີນິໃສມັກແກ້ງ ດັ່ງນັ້ນ ສີດາເລີຍແກ້ງທຳທ່າເຮັດຄືມີໃຈໃຫ້ໂທນີເພື່ອຢັວະໂມໂຫມາລີເທົ່ານັ້ນ
ເພາະມາລີມີຄືນທີ່ໂຣແມນຕິກກັບໂທນີໃນການເຮັດວຽກບ້ານ ດັ່ງນັ້ນ ວັນນີ້ທີ່ໂຮງຮຽນມາລີຈິ່ງອາລົມດີເປັນພິເສດ ຍິ້ມໜ້າບານໝົດເຊົ້າ ເຖິງແມ່ນວ່າມາລີຈະບໍ່ສາມາດແກ້ໂຈດເລກໄດ້ ແລະ ຖືກຄູລົງໂທດໃຫ້ໄປແລ່ນອ້ອມເສົາທຸງ ແຕ່ມາລີກໍ່ບໍ່ຫງຸດງິດຄືທີ່ຜ່ານມາ ແຖມຍັງແລ່ນໄປຍິ້ມໄປ ມັງກອນກັບເກສອນ ຮູ້ສຶກງົງກັບອາການວັນນີ້ຂອງມາລີສຸດ
ເກສອນ: ມາລີ! ມື້ນີ້ກິນຢາຜິດຊອງ ຫຼື ບໍ່ສະບາຍບ່ອນໃດບໍ່ ເບິ່ງເພິ່ນຄືອາລົມດີຈົນໜ້າແປກໃຈ
ມາລີ: ກໍ່ມື້ຄືນເຮົາມີເລື່ອງດີໆ
ເກສອນກັບມັງກອນ ເບິ່ງໜ້າມາລີດ້ວຍຄວາມຢາກຮູ້ຢາກເຫັນ
ມັງກອນ: ເລື່ອງດີໆ! ເລື່ອງຫຍັງບອກໃຫ້ຮູ້ນຳແນ່
ເກສອນ: ແມ່ນລ່ະ ເພິ່ນມີເລື່ອງດີໆຫຍັງກໍ່ບອກໃຫ້ຮູ້ແນ່ແມ້
ມາລີສະເດີດຄິດຂຶ້ນໄດ້ວ່າ ຖ້າຕົນເອງເລົ່າເລື່ອງທີ່ຕົນກັບໂທນີໃນຫ້ອງໃຫ້ສອງຄົນນີ້ຮູ້ ມີຫວັງຕ້ອງເປັນຂ່າວໃຫຍ່ແນ່ນອນ ດັ່ງນັ້ນ ມາລີ ຈິ່ງຕອບໄປແບບຂັດໆວ່າ: ແມວທີ່ບ້ານເກີດລູກ
ຄຳຕອບຂອງມາລີເຮັດໃຫ້ມັງກອນ ກັບ ເກສອນ ເຖິງກັບໝົດອາລົມຄວາມຢາກຮູ້ຢາກເຫັນ
ມັງກອນ: ແມວອອກລູກ
ເກສອນ: ນີ້ຄືເລື່ອງດີໆທີ່ເຮັດໃຫ້ເພິ່ນຍິ້ມໄດ້ໝົດມື້
ມາລີຕີນຽນຕອບໜ້າຕາຍ: ແມ່ນ…! ແມວອອກລູກໜ້າຍິນດີຈະຕາຍ! ຂະໜາດຄົນອອກລູກເຮົາກໍ່ຍັງຍິນດີນຳ ແມ່ນບໍ່ລ່ະ
ເກສອນ ແລະ ມັງກອນຍິ້ມແຫ້ງໆ: ເຫີ!
ເກສອນ: ເອົາທີ່ສະບາຍໃຈສະເພິ່ນ!
ຕອນບ່າຍຄູ່ມາຕິດເຈ້ຍແຈ້ງການທີ່ກະດານຂ່າວ ມີນັກຮຽນຈຳນວນຫຼາຍພາກັນໄປຫຸ້ມເບິ່ງ ໃນນັ້ນກໍ່ລວມມີທັງມາລີ ແລະ ເກສອນຢູ່ນຳ
ເນື້ອໃນໃນແຈ້ງການມີຢູ່ວ່າ: (ທາງໂຮງຮຽນໄດ້ຈັດກິດຈະກຳ ໄວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ ໂດຍໃຫ້ນັກຮຽນແຕ່ລະຫ້ອງຮ່ວມເຮັດກິດຈະກຳບໍ່ວ່າຈະເປັນ: ການແຂ່ງເຕັ້ນ, ຟ້ອນ, ຮ້ອງເພງ, ສະແດງລະຄອນ, ເຮັດສິ່ງປະດິດສ້າງສັນຈາກວັດຖຸດິບເສດເຫຼືອ ເພື່ອຊິງເງິນລາງວັນຈາກທາງໂຮງຮຽນ ລາງວັນທີ 1 ຈະໄດ້ຮັບເງິນລາງວັນ 1,000,000 ກີບ, ລາງວັນທີ 2 ໄດ້ຮັບເງິນລາງວັນ 700,000 ກີບ, ລາງວັນທີ 3 ໄດ້ຮັບເງິນລາງວັນ 500,000 ກີບ, ສ່ວນລາງວັນຊົມເຊີຍມີ 3 ລາງວັນຈະໄດ້ເງິນລາງວັນລ່ະ 300,000ກີບ) ຂ່າວນີ້ໄດ້ສ້າງຄວາມກະຕືລືລົ້ນໃຫ້ກັບນັກຮຽນທີ່ສຸດ
ອັກສອນ ຮອງຫົວໜ້າຫ້ອງ 6/3 ຮັບຜິດຊອບດ້ານກິດຈະກຳໃນຫ້ອງ ອັກສອນໄດ້ນຳຂ່າວນີ້ໄປເຜີຍແຜ່ໃນຫ້ອງອີກຄັ້ງ
ອັກສອນ: ທາງໂຮງຮຽນຂອງພວກເຮົາຈະຈັດກິດຈະກຳແຂ່ງເຕັ້ນ, ຟ້ອນ, ສະແດງລະຄອນ, ຮ້ອງເພງ ແລະ ເຮັດສິ່ງປະດິດຈາກວັດຖຸເສດເຫຼືອ ເຮົາລອງມາລົມກັນເບິ່ງດຸວ່າ ຫ້ອງ 6/3 ຂອງເຮົາຈະເຂົ້າຮ່ວມກິດຈະກຳໃດແນ່
ມີນັກຮຽນຄົນໜຶ່ງໃນຫ້ອງສະເໜີຂຶ້ນ: ຟ້ອນ, ເຕັ້ນ, ລະຄອນ, ສ່ວນຮ້ອງ ກັບ ເຮັດສິ່ງປະດິດບໍ່ແນ່ໃຈວ່າໃນຫ້ອງເຮົາພໍມີຄົນສຽງດີບໍ່ ຫຼື ມີໃຜສົນໃຈເຮັດສິ່ງປະດິດບໍ່
ມາລີຄິດໃນໃຈ: ແຂ່ງເຕັ້ນກໍ່ໜ້າສົນໃຈ ແຂ່ງຟ້ອນກໍ່ຄົງບໍ່ໄຫວເພາະມືເຮົາແຂງປານທ່ອນໄມ້! ຮ້ອງເພງແຮງແລ້ວ ເພາະສຽງໝາຍ່ຽວໃສ່ສັງກະສີຍັງມ່ວນກວ່າສຽງເຮົາ! ສ່ວນເຮັດສິ່ງປະດິດນີ້ກໍ່ໜ້າສົນໃຈ
ອັກສອນ: ເອົາຈັ່ງຊີ້ຂ້ອຍຈະຂີດຕາຕະລາງກິດຈະກຳໃສ່ກະດານດຳ ໃຜຕ້ອງການເຂົ້າຮ່ວມກິດຈະກຳໃດກໍ່ມາຂຽນຊື່ຕົວເອງໃສ່ຫ້ອງກິດຈະກຳນັ້ນ
ຫຼັງຈາກທີ່ອັກສອນຂີດຕາຕະລາງແລ້ວກໍ່ມີເພື່ອນໆນັກຮຽນໃນຫ້ອງຖະຍອຍກັນອອກລົງຂຽນຊື່ໃສ່ຫ້ອງກິດຈະກຳທີ່ສົນໃຈ ຫ້ອງຟ້ອນມີຄົນສົນໃຈເຂົ້າຮ່ວມ 8 ຄົນເປັນຜູ້ຍິງທັງໝົດ, ຫ້ອງເຕັ້ນມີ 10 ຄົນ ມີຍິງ 8ຄົນ ແລະ ຜູ້ຊາຍ (ປະເພດສອງ) 2 ຄົນ, ຫ້ອງສະແດງລະຄອນ ມີ 6 ຄົນ ຍິງ 4 ຊາຍ 2, ຮ້ອງເພງ ມີ 2ຄົນ ຍິງ 1 ຊາຍ 1 ສ່ວນຫ້ອງເຮັດສິ່ງປະດິດບໍ່ມີຄົນສົນໃຈ ດັ່ງນັ້ນມາລີຈິ່ງຍ່າງໄປຂຽນຊື່ລົງໃສ່ຫ້ອງກິດຈະກຳສິ່ງປະດິດພຽງຄົນດຽວ
ໃນກຸ່ມເພື່ອນ ເກສອນ ກັບ ມັງກອນລົງຊື່ແຂ່ງຂັນຮ້ອງເພງ, ມາລີລົງຊື່ແຂ່ງຂັນເຮັດສິ່ງປະດິດ ສ່ວນໂທນີບໍ່ສົນໃຈເຂົ້າຮ່ວມກິດຈະກຳໃດໆ ໃນລະຫວ່າງທາງຈັບລົດເມືອເຮືອນມາລີເກີດຄວາມສົງໃສວ່າດ້ວຍເຫດໃດໂທນີຈິ່ງບໍ່ສະໝັກຮ່ວມເຮັດກິດຈະກຳຄືເພື່ອນນັກຮຽນຄົນອື່ນໆ
ມາລີ: ໂທນີ! ເປັນຫຍັງເພິ່ນຄືບໍ່ລົງຊື່ເຮັດກິດຈະກຳ
ໂທນີ: ບໍ່ມັກໃຫ້ຊີວິດວຸ້ນວາຍ
ມາລີ: ອໍ
ຫຼັງຈາກແບ່ງກຸ່ມເຮັດກິດຈະກຳຢ່າງລົງຕົວແລ້ວ ຄົນທີມີລາຍຊື່ກໍ່ແຍກໄປເຂົ້າຮ່ວມກຸ່ມຂອງໃຜມັນ ສ່ວນຄົນທີ່ບໍ່ໄດ້ລົງຊື່ເຂົ້າຮ່ວມກໍ່ໃຊ້ຊີວິດໃນຮົ້ວໂຮງຮຽນຕາມປົກກະຕິ ໃນຊ່ວງກ່ອນຮອດວັນແຂ່ງບັນຍາກາດໃນຫ້ອງຮຽນເຕັມໄປດ້ວຍສີສັນ ນັກຮຽນແຕ່ລະຫ້ອງມີຄວາມຕັ່ງໃຈຊ້ອມຫຼາຍ ເກສອນ ກັບມັງກອນ ຕົກລົງວ່າຈະຮ້ອງເພງຄູ່ ໂດຍພວກເຂົາເລືອກເພງ (ຄາລົມຮັກຄາລົມລວງ) ໃຊ້ໃນການປະກວດ ດັ່ງນັ້ນ ທຸກໆແລງຫຼັງເລີກຮຽນ ບາງມື້ມັງກອນກໍ່ໄປທີ່ເຮືອນຂອງເກສອນເພື່ອໄປຊ້ອມຮ້ອງ ບາງມື້ເກສອນກໍ່ໄປເຮືອນຂອງມັງກອນເພື່ອຊ້ອມຮ້ອງເພງທັງສອງສະຫຼັບກັນແບບນີ້ໄດ້ 2-3 ວັນແລ້ວ, ເບິ່ງຄົນອື່ນໆຈະໄປໄດ້ດີ ຄົງຈະມີແຕ່ມາລີຄົນດຽວເທົ່ານັ້ນທີ່ເກີດບັນຫາ ເພາະນາງບໍ່ຮູ້ວ່າຈະເຮັດຫຍັງສົ່ງເຂົ້າປະກວດດີ ໃນຂະນະທີ່ມາລີນັ່ງຖອນຫາຍໃຈທີ່ໜ້າບ້ານຢ່າງຄົນມີຄວາມທຸກ ໂທນີໄດ້ພາຫຼິວຫຼິວ ມາຫຼິ້ນກັບຕີ໋ນ້ອຍ ໂທນີປ່ອຍໃຫ້ໝາສອງຕົວຫຼິ້ນນຳກັນ ແລ້ວເຂົາຍ່າງໄປນັ່ງລົງຂ້າງໆມາລີ
ໂທນີ: ເຫັນຄົນອື່ນໆເຂົາກຳລັງເຮັດກິດຈະກຳ ແຕ່ເປັນຫຍັງເຈົ້າຄືວ່າງແທ້
ມາລີຖອນຫາຍໃຈຢ່າງໜ້າເຊັງ: ເຫີ່…! ກໍ່ມັນຄິດບໍ່ອອກວ່າຈະເຮັດຫຍັງລົງປະກວດ
ໂທນີ: ຄິດແລ້ວວ່າຕ້ອງເປັນແບບນີ້
ມາລີ: ຖອນຕົວຕອນນີ້ຍັງທັນບໍ່
ໂທນີ: ອັນໃດ! ຈະຍອມຕັ້ງແຕ່ບໍ່ທັນໄດ້ເລີ່ມເທື່ອນີ້ຫວະ! ໜ້າຜິດຫວັງຈິບຫາຍ
ມາລີ: ຫ່ະ! ເພິ່ນຜິດຫວັງທີ່ຈະບໍ່ໄດ້ເຫັນຜົນງານເຂົາຫວະ! ໜ້າພູມໃຈແທະ
ໂທນີ: ຢ່າສຳຄັນຕົວເອງ! ບໍ່ໄດ້ໝາຍຄວາມວ່າແບບນັ້ນ
ມາລີ: ກໍ່ໄດ້ຍິນເພິ່ນເວົ້າເຕັມສອງຫູ ເພິ່ນບອກວ່າຜິດຫວັງເອງ
ໂທນີ: ເຂົາໝາຍເຖິງຜິດຫວັງທີ່ໄດ້ຮູ້ຈັກກັບຄົນຂີ້ແພ້! ຍອມແພ້ຕັ້ງແຕ່ບໍ່ມັນໄດ້ລົງມື
ມາລີ: ຊັ້ນເຂົາຂໍຖອນຄຳເວົ້າກີ້ນີ້! ເຂົາຈະບໍ່ຖອນຕົວ ແຕ່ຈະຄິດຕໍ່ໄປວ່າຈະເຮັດຫຍັງດີ
ໂທນີແອບຍິ້ມເບົາໆ ເພາະດີໃຈທີ່ຄຳເວົ້າຂອງເຂົາສາມາດກະຕຸ້ນໄຟໃນຕົວມາລີໄດ້ອີກຄັ້ງກ່ອນທີ່ໂທນີຈະເວົ້າອອກໄປດ້ວຍນ້ຳສຽງນຸ້ມນວນວ່າ: ຄ່ອຍໆຄິດ ບໍ່ຟ້າວ ເພາະຍັງເຫຼືອເວລາອີກຕັ້ງ 3 ອາທິດກວ່າຈະຮອດວັນປະກວດ
ໄຟໃນຕົວຂອງມາລີກັບມາລຸກອີກຄັ້ງ ເຖິງແມ່ນວ່າຕອນນີ້ນາງຈະຍັງຄິດບໍ່ອອກວ່າຈະເຮັດຫຍັງສົ່ງເຂົ້າປະກວດດີ ແຕ່ນາງກໍ່ມີກຳລັງສູ້ຕໍ່ໄປ ສ່ວນທາງດ້ານຂອງມັງກອນກັບເກສອນ ເນື່ອງຈາກພວກເຂົາເລືອກເພງຄູ່ຮັກມາຮ້ອງ ດັ່ງນັ້ນນອກຈາກພວກເຂົາຈະມີສຽງດີແລ້ວ ການສື່ສານກໍ່ສຳຄັນ ທັງຄູ່ໄດ້ຕີໂຈດເພງມັງກອນຕ້ອງຮ້ອງເພງໃຫ້ມີຄວາມຮູ້ສຶກຄືກຳລັງໄປຈີບສາວ ແລະ ເກສອນຕ້ອງສື່ອາລົມເພງອອກມາໃນລັກສະນະມີໃຈໃຫ້ຊາຍທີ່ມາຈີບແຕ່ກໍ່ຍັງມີຫຼິ້ນຕົວເລັກໆນ້ອຍໆ ເຊິ່ງເວລາຊ້ອມຄູ່ກັນ ມັງກອນສື່ອາລົມເພງອອກມາໄດ້ດີຕີຄວາມໝາຍຂອງເພງອອກຈົນເຮັດໃຫ້ຄູ່ຊ້ອມຢ່າງເກສອນເຖິງກັບເຂີນອາຍແທ້ໆທຸກຄັ້ງທີ່ຊ້ອມເພງຄູ່ກັນ
ໃນເວລາທີ່ພວກເຂົານັ່ງພັກຜ່ອນຫຼັງຊ້ອມກໍ່ໄດ້ມີການລົມກັນ
ມັງກອນ: ມື້ນີ້ເຮົາຊ້ອມຫຼາຍຮອບຂະໜາດຈົນຂ້ອຍຮູ້ສຶກເໝື່ອຍຂະໜາດ! ເອີ້ ແລ້ວເປັນຫຍັງຕອນຊ້ອມເພິ່ນຄືໜ້າແດງແທ້! ຢ່າບອກໃດ໋ວ່າອາຍເຂົາແທ້ໆ
ເກສອນຍິ້ມໜ້າບານເພາະຄວາມເຂີນ: ບໍ່! ບໍ່ ມັນຮ້ອນເລີຍເລືອດຂຶ້ນໜ້າ
ມັງກອນ: ແລ້ວເປັນຫຍັງຫູຄືແດງພ້ອມຊັ້ນ
ເກສອນຟ້າວເອົາມືປິດຫູໄວ້: ຫູແດງເພາະມີຄົນຈົ່ມຫາເຂົາຊື່ໆ
ມັງກອນ: ແມ່ນໃຜ! ແມ່ນໃຜ! ຜູ້ບ່າວຫວະ! ຄົນໃດບອກວ່າຈະໄປຈັດການມັນນິ
ເກສອນເອົາມືປິດຫູອອກ: ຖ້າມີຜູ້ຊາຍມາຈີບເຂົສແທ້ເພິ່ນຈະຫວງເຂົາບໍ່
ມັງກອນ: ຫວງແທ້! ເຂົາຕ້ອງໄປສະແກຣນກ່ອນວ່າຜູ້ຊາຍຄົນນັ້ນດີ ຫຼື ບໍ່ດີ! ເຂົາຕ້ອງໝັ້ນໃຈວ່າຜູ້ຊາຍຄົນນັ້ນຈະບໍ່ເຮັດໃຫ້ເພື່ອນທີ່ແສນດີຂອງເຂົາເສຍໃຈ ແລະ ສາມາດດູແລເພື່ອນຂອງເຂົາໄດ້ດີອີກດ່ວຍ
ເກສອນບໍ່ປາກຫຍັງໄດ້ແຕ່ນັ່ງຍິ້ມເບົາໆກັບຄຳເວົ້າຂອງມັງກອນ ເຖິງມັງກອນເອີ່ຍສະຖານະເພື່ອນກັບເກສອນ ແຕ່ຍ່າງນ້ອຍມັນກໍ່ເຮັດໃຫ້ເກສອນຮູ້ສຶກດີເມື່ອໄດ້ຮູ້ວ່າເລິກໆແລ້ວມັງກອນກໍ່ເປັນຫ່ວງນາງຄືກັນ