Homeຂ່າວທົ່ວໄປສົ່ງມອບໃຫ້ທາງການໄທ ເຈົ້າໜ້າທີ່ລາວ ມອບຜູ້ຖືກຫາ ຫຼິ້ນການພະນັນຕ້ອງຫ້າມ 106 ຄົນ ໃຫ້ທາງການໄທ ເພື່ອນໍາຕົວໄປດໍາເນີນຄະດີຕາມກົດໝາຍ

ສົ່ງມອບໃຫ້ທາງການໄທ ເຈົ້າໜ້າທີ່ລາວ ມອບຜູ້ຖືກຫາ ຫຼິ້ນການພະນັນຕ້ອງຫ້າມ 106 ຄົນ ໃຫ້ທາງການໄທ ເພື່ອນໍາຕົວໄປດໍາເນີນຄະດີຕາມກົດໝາຍ

Published on

ໃນວັນທີ 27 ພຶດສະພາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາ ຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວກັບໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ໃນຂໍ້ຫາ ຫຼິ້ນການພະນັນທີ່ຕ້ອງຫ້າມ, ດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ.

ພິທີມອບ-ຮັບຕົວຜູ້ຖືກຫາໃນຄັ້ງນີ້, ຝ່າຍລາວເຊັນມອບໂດຍ ທ່ານ ພັນໂທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ, ຝ່າຍໄທເຊັນຮັບໂດຍ ທ່ານ ພັນເອກ ຈະຕຸພອນ ເນວະມາດ ຜູ້ກຳກັບການກວດຄົນເຂົ້າ-ອອກເມືອງຈັງຫວັດບຶງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ, ເຊິ່ງເປັນການປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ – ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 59/ສພຊ ລົງວັນທີ 26 ທັນວາ 2014 ແລະ ອີງຕາມ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 6 ລົງວັນທີ 16 ກຸມພາ 2023.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ລາຍງານໃຫ້ຮູ້ວ່າ: ຜູ້ຖືກຫາສັນຊາດໄທ ຈຳນວນດັ່ງກ່າວ ຖືກກັກຕົວໄດ້ຈາກປະຕິບັດການ ກວາດລ້າງກຸ້ມແກ້ງກະທຳຜິດກົດໝາຍ ຢູ່ແຂວງບໍລິຄຳໄຊ ເຊິ່ງເບື້້ອງຕົ້ນ ເຈົ້າໜ້າທີວິຊາສະເພາະ ໄດ້ຮັບແຫຼ່ງຂ່າວວ່າ ມີກຸ່ມແກ້ງ ທີ່ເປັນຄົນລາວ ແລະ ຄົນຕ່າງປະເທດ ຮ່ວມກັນໄດ້ນໍາເອົາອຸປະກອນມາຕິດຕັ້ງ ເພື່ອເຄື່ອນໄຫວກໍ່ການກະທໍາຜິດທາງໂທລະຄົມ ແລະ ການສື່ສານ ຫຼື ຄໍເຊັນເຕີ ແລະ ເປີດເວບພະນັນອອນລາຍ; ເວລາ 9 ໂມງ 30 ນາທີ ຂອງວັນທີ 19 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນຈໍານວນ 04 ຈຸດຄື: ຫ້ອງການຫວຍພັດທະນາລາວ TF-LVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນພັກດາວນິນ.

ຜ່ານການກວດຄົ້ນຕົວຈິງຢູໂຮງແຮມວົງເດືອນ, ໂຮງແຮມແສງຮຸ່ງເຮືອງ ແມ່ນພົບເຫັນເປັນບ່ອນພັກເຊົາຂອງກຸ່ມແກ້ງດັ່ງກ່າວ, ສ່ວນອຸປະກອນປະກອບເຂົ້າໃນການກະທໍາຜິດແມ່ນພົບເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະ ເຮືອນພັກດາວນິນ ຕັ້ງຢູ່ ບ້ານຊະນະໄຊ ແລະ ພົບເຫັນຜູ້ຖືກຫາທັງໝົດ 106 ຄົນ, ຍິງ 51 ຄົນ; ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ກັກຕົວບຸກຄົນທີ່ພົວພັນທັງໝົດ ແລະ ຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ມີຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ຄອມພິວເຕີໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ປິນເຕີ 03 ໜ່ວຍ ໄປດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ພວກຖືກຫາ ໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ກ່ອນພວກກ່ຽວຈະມາເຮັດວຽກຢູ່ບໍລິສັດຫວຍພັດທະນາລາວ TF-LVE ນີ້ ໄດ້ເຫັນໂຄສະນາທາງເຟດບຸກ ແລະ ໄດ້ຮັບການຊັກຊວນຈາກຄົນຮູ້ຈັກ ວ່າ ບໍລິສັດ ດັ່ງກ່າວ ຕັ້ງຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຕ້ອງການພະນັກງານຈໍານວນຫຼາຍ ໂດຍສະເພາະແມ່ນຕຳແໜ່ງແອັດ ໂດຍຈະໄດ້ຮັບຄ່າຈ້າງເງິນເດືອນສູງ; ຈິ່ງໄດ້ສະມັກມາເຮັດວຽກຜ່ານທາງເວບໄຊ ແລ້ວໄດ້ເດີນທາງຈາກ ປະເທດໄທ ເຂົ້າມາປະເທດລາວ ໂດຍໃຊ້ພັດສະປອດ ເຂົ້າມາເຮັດວຽກຢູ່ບໍລິສັດດັ່ງກ່າວ; ໜ້າວຽກຕົວຈິງ ແມ່ນຕັດຄິບວິດີໂອ, ໂຄສະນາຊອກຫາລູກຄ້າ, ວຽກແອັດມິນ, ຕອບແຊັດລູກຄ້າ ແລະ ວຽກບໍລິການລູກຄ້າ ໜ້າເວັບເປັນຕົ້ນ ໂດຍໄດ້ຮັບເງິນເດືອນເບື້ອງຕົ້ນຈໍານວນ 5.000.000 ກີບ (ຫ້າລ້ານກີບ) ຫາ 35.000 ບາດ (ສາມສິບຫ້າພັນບາດ) ຕໍ່ເດືອນ ກໍານົດເວລາທົດລອງວຽກ ຖ້າຜ່ານໄລຍະ 3 ເດືອນ ແມ່ນຈະໄດ້ເປັນພະນັກງານຂອງບໍລິສັດ ແລະ ຈະໄດ້ຮັບເງິນເດືອນເພີ່ມຂຶ້ນ.

ຜ່ານການສືບສວນ-ສອບສວນກວດກາບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຫັນວ່າ: ບໍລິສັດຫວຍ ພັດທະນາລາວ TF-LVE ແມ່ນໄດ້ຮັບອານຸຍາດດໍາເນີນທຸລະກິດໂດຍຖືກຕ້ອງຕາມລະບຽບກົດໝາຍ, ແຕ່ຕາມຄໍາໃຫ້ການຜູ້ກະທໍາຜິດໄດ້ບອກວ່າ: ການບໍລິການຫວຍຂອງບໍລິສັດດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການຕິດຕັ້ງໂປແກມ ຍັງບໍ່ທັນສໍາເລັດ ແລະ ນໍາໃຊ້ເທື່ອ ແຕ່ໄດ້ເປີດບໍລິການເປັນທາງການ ເພື່ອເປັນສາກບັງໜ້າ ໃນການບໍລິການຫຼິ້ນການພະນັນອອນລາຍ ເຊິ່ງສະແດງອອກມີຄື: ເກມສະລອດ, ເກມບາຄະລາ, ລົງພະນັນບານທົ່ວໂລກ, ພະນັນຫວຍໄທ, ລາວ, ຫວຽດນາມ, ຮຸ້ນຈີນ, ຮຸ້ນມາເລເຊຍ ແລະ ອື່ນໆ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຄົນສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທຳຜິດໃນຄັ້ງນີ້ ພວກກ່ຽວແຕ່ລະຄົນໄດ້ຖືພາດສະປອດເຂົ້າມາລາວ ໃນນາມນັກທ່ອງທ່ຽວ ແຕ່ເຂົ້າມາແລ້ວ ພັດມາເປັນພະນັກງານຂອງບໍລິສັດຫວຍພັດທະນາລາວ TF-LVE ແລ້ວເຄື່ອນໄຫວຕົວຈິງ ບໍລິການຫຼິ້ນການພະນັນທາງອອນລາຍໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ພ້ອມທັງເປັນການກະທໍາຜິດກ່ຽວກັບຄວາມປອດໄພ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ເປັນການກະທໍາຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ, ການຫຼິ້ນການພະນັນທີ່ຕ້ອງຫ້າມ ແລະ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ.

ຄວາມສະຫງົບ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...