spot_img
Homeຂ່າວເຫດການວົງການບັນເທີງລາວກ້າວໜ້າ ສອງໜຸ່ມຈາກລາວໄດ້ໄປສະແດງໜັງຢູ່ໄທ

ວົງການບັນເທີງລາວກ້າວໜ້າ ສອງໜຸ່ມຈາກລາວໄດ້ໄປສະແດງໜັງຢູ່ໄທ

Published on

ຮູບເງົາເລື່ອງ ສາບ ເຊື່ອງ ສົບ ເປັນຮູບເງົາທີ່ສະທ້ອນໃຫ້ເຫັນເຖິງຊີວິດຄົນປັດຈຸບັນ ທີ່ກ່ຽວພັນກັບ ຄວາມຮັກ ໂລບ ໂກດ ຫລົງ ທີ່ຈະນຳພາໄປສູ່ເລື່ອງລາວ ສະຫຍອງຂັວນ ມີສິ່ງລີ້ລັບ ເຫນືອທຳມະຊາດ. ເລື່ອງໄດ້ຖືກແບ່ງອອກເປັນ 3 ຕອນ 1. ສາບ 2.ເຊື່ອງ 3.ສົບ ( ແມ່ນຄົນລາວຮ່ວມສະແດງ )

ສອງໜຸ່ມຈາກລາວມີໂອກາດໄດ້ເຂົ້າຮ່ວມສະແດງ ຄື ທ.ຄຳກູ້ ແກ້ວມະນີ ຮັບບົດເປັນ ຄຳແພງ ຄາແລກເຕີ ຫນຸ່ມອາລົມດີ ປາກຮ້າຍແຕ່ໃຈດີ ແລະ ທ. ເສົາສະຫວັນ ສົງສະໄຫມວົງ ຮັບບົດເປັນ ຄຳປັນ ຄາແລກເຕີ ເວົ້າມີຫລັກການ ຫນ້າເຊື່ອຖື ແຕ່ອ່ອນຕໍ່ໂລກ. ທັງສອງຮັບບົດເປັນນັກທ່ອງທ່ຽວລາວທີ່ໄປໄທ ແຕ່ຕ້ອງພົບກັບເລື່ອງລາວສຸດສະຫຍອງຂັວນ.

ໃນຫຼາຍປີທີ່ຜ່ານມາ ມີຄົນບັນເທີງຈາກລາວ ໄດ້ຮັບໂອກາດໃຫ້ໄປສະແດງລະຄອນ ຫຼືສະແດງໜັງຢູ່ປະເທດໄທ ນັບມື້ຫຼາຍຂຶ້ນ ທັງນີ້ກໍເນື່ອງຈາກພາສາແລະວັດທະນະທຳລະຫວ່າງລາວ-ໄທມີຄວາມຄ້າຍຄືກັນທີ່ສຸດ ແລະກໍເປັນໂອກາດອັນດີໃຫ້ແກ່ບຸກຄົນໃນວົງການບັນເທີງລາວ ທີ່ຈະໄດ້ສ້າງສັນຜົນງານອອກສູ່ສາຍຕາມວນຊົນ ທັງລາວແລະໄທນຳອີກ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...