Homeຂ່າວພາຍ​ໃນວັນຊາດຈະກິນຫຍັງດີ?

ວັນຊາດຈະກິນຫຍັງດີ?

Published on

ວັນຊາດຈະກິນຫຍັງດີ ເປັນຄຳຖາມໃນລັກສະນະຊັກຊວນ ຂອງຫຼາຍໆຄົນ ເນື່ອງໃນໂອກາດວັນຊາດ ທີ່ເປັນວັດພັກລັດຖະການ ເພື່ອໃຫ້ນຶກເຖິງເຫດການສຳຄັນຂອງປະເທດ.

ວັນຊາດລາວ ແມ່ນວັນຄ້າຍວັນສະຖາປະນາ ຫຼື ວັນຄ້າຍວັນເກີດຂອງປະເທດລາວ ຈຶ່ງຖືກເອີ້ນວ່າວັນຊາດ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດການເມືອງຂອງຊາດລາວຄົນລາວ, ລັດຖະບານໄດ້ກຳນົດໃຫ້ວັນດັ່ງກ່າວເປັນວັນພັກລັດຖະການເພື່ອໃຫ້ທົ່ວປວງຊົນລາວທັງຊາດໄດ້ພັກຜ່ອນ ແລະ ນຶກເຖິງເຫດການທາງປະຫວັດສາດທີ່ຜ່ານມາ ວ່າກວ່າຈະໄດ້ເປັນປະເທດຊາດນັ້ນ ຕ້ອງຜ່ານການຕໍ່ສູ້ສືບຕໍ່ກັນມາຢ່າງລະອິດລະອ້ຽວຫຼາຍເຊັ່ນຄົນ ແລະ ບັນພະບຸລຸດໄດ້ເສຍສະຫຼະເລືອດເນື້ອບໍ່ຮູ້ທໍ່ໃດຄົນມາແລ້ວ. ມາຮອດຕອນນີ້ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການສ້າງສາພັດທະນາປະເທດຊາດນັ້ນໄປຮອດໃສແລ້ວ. ນັ້ນຄືສິ່ງທີ່ຕ້ອງໄດ້ທົບທວນຄືນໃນໂອກາດວັນສຳຄັນດັ່ງກ່າວນີ້.

ຄຳຖາມທີ່ຕັ້ງຂຶ້ນເປັນຫົວຂໍ້ວ່າ: ວັນຊາດຈະກິນຫຍັງ? ຕໍ່ຄຳຖາມນີ້ເບິ່ງຜິວເຜີນຄືວ່າ ຜູ້ຄົນລໍຖ້າວັນນີ້ມາເພື່ອຈະໄດ້ພັກຜ່ອນ ແລະ ດື່ມກິນ ເຮຮາ ມ່ວນຊື່ນ ເພື່ອສະແດງເຖິງຄວາມເອກອ້າງທະນົງໃຈ ທີ່ຕົນມີປະເທດຊາດເປັນປະເທດຂອງຕົນ ບໍ່ໄດ້ເປັນຄົນບໍ່ມີສັນຊາດ, ບໍ່ໄດ້ເປັນຄົນທີ່ພັດພາກບ້ານເກີດເມືອງນອນ ຫຼື ບໍ່ໄດ້ເປັນຄົນທີ່ບໍ່ມີປະເທດຊາດ (ຫຼືບໍ່ມີແຜ່ນດິນຢູ່). ແຕ່ວ່າ ເບິ່ງໃນອີກແງ່ໜຶ່ງແລ້ວ ຫຼາຍໆຄົນດື່ມກິນນັ້ນບໍ່ໄດ້ນຶກເຖິງຄວາມເປັນຊາດເລີຍ ເອົາແຕ່ດື່ມ ເອົາແຕ່ກິນ ເຮຮາຟ້າລັ່ນ ໃຊ້ຈ່າຍຟູມເຟືອຍ ມີທໍ່ໃດກໍຈົກອອກມາຈ່າຍກິນ ຫຼືຮ້າຍກວ່ານັ້ນບາງຄົນຕິດໜີ້ຕິດສິນກໍມີ ໂດຍລືມໄປວ່າເສດຖະກິດຕົນເອງຍັງຕໍ່າ ປະເທດຊາດຍັງດ້ອຍພັດທະນາ ຄົນລາວທຸກຄົນຍັງຕ້ອງປະຢັດມັດທະຍັດຢູ່.

ເມື່ອເຮົາມີປະເທດຊາດໃຫ້ເປັນທີ່ຢູ່ອາໄສແລ້ວ ເຮົາໄດ້ໃຫ້ຫຍັງແກ່ປະເທດຊາດ? ນີ້ເປັນຄຳຖາມທີ່ຄວນຖາມກັນ. ເຮົາໄດ້ເດິນຕາມແນວທາງນະໂຍບາຍຂອງພັກລັດແລ້ວບໍ?, ໄດ້ປະຕິບັດຕາມທີ່ກົດໝາຍວາງອອກແລ້ວບໍ?, ໄດ້ຊື່ສັດສຸດຈະລິດຕໍ່ໜ້າທີ່ແລະປະເທດຊາດແລ້ວບໍ? ໄດ້ຈ່າຍພາສີໃຫ້ລັດຕາມຄວາມເປັນຈິງຫຼືຍັງ? ແລະ ທົບທວນເບິ່ງວ່າຕະຫຼອດໄລຍະທີ່ຜ່ານມາ ເຮົາໄດ້ສ້າງຫຍັງແດ່ໃຫ້ແກ່ປະເທດຊາດ ຫຼື ມີແຕ່ຫຼັບຫູຫຼັບຕາກອບໂກຍ ໂດຍບໍ່ອາຍຟ້າ, ບໍ່ອາຍດິນ ແລະ ບໍ່ອາຍສັງຄົມທີ່ກຳລັງຈັບຕາເບິ່ງເຮົາຢູ່.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...