spot_img
Homeນານາສາລະປະລິນຍາບໍ່ແມ່ນສິ່ງຕັດສິນຜົນສຳເລັດ

ປະລິນຍາບໍ່ແມ່ນສິ່ງຕັດສິນຜົນສຳເລັດ

Published on

ເວົ້າແນວນີ້ ກໍບໍ່ແມ່ນວ່າໃບປະກາດປະລິນຍາ ຫຼືການສຶກສາລະດັບສູງບໍ່ມີຄຸນຄ່າ. ການສຶກສາທຸກລະດັບແມ່ນມີຄຸນຄ່າ ຖ້າຫາກບໍ່ມີການສຶກສາຮຽນຮູ້ນັ້ນລະຈຶ່ງບໍ່ມີຄຸນຄ່າ, ແຕ່ຂ້ອຍຢາກໝາຍເຖິງການສຶກສາທີ່ແທ້ຈິງບໍ່ຈຳເປັນຕ້ອງມີໃບປະກາດ ເພາະຫຼາຍວິຊາອາຊີບທີ່ສາມາດລ້ຽງໂຕເອງໄດ້ ຫຼືມີຊີວິດທີ່ດີໄດ້ນັ້ນ ກໍບໍ່ໄດ້ມາຈາກໃບປະກາດ ແຕ່ມັນມາຈາກການສຶກສາຮຽນຮູ້ແລະລົງມືເຮັດ.

ທ່ານຜູ້ອ່ານຄົງຮູ້ຈັກ ສະຕີບ ຈ໊ອບ ຜູ້ສ້າງໂທລະສັບໄອໂຟນ ຫຼື ຮູ້ຈັກກັບ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງເຟັດບຸກ ເຂົາຕ່າງກໍບໍ່ໄດ້ຈົບປະລິນຍາ ແລະກໍເປັນຄົນໜີອອກຈາກມະຫາວິທະຍາໄລ (ຮຽນບໍ່ຈົບ) ແຕ່ເຂົາເຈົ້າໄດ້ສ້າງສິ່ງສຳຄັນແລະເປັນປະໂຫຍດຕໍ່ມວນມະນຸດແບບທີ່ຄົນອື່ນເຮັດບໍ່ໄດ້.

ອ້າຍ ບຸນຄຳ ຜູ້ມີລໍ້ໝາກສົ້ມແລ້ວເລາະຂາຍ ໄດ້ກຳໄລບໍ່ຕໍ່າກວ່າມື້ລະ 5-6 ແສນ ຫຼືບາງມື້ໄດ້ເປັນລ້ານປາຍກີບ ລາວກໍບໍ່ໄດ້ໃຊ້ໃບປະກາດປະລິນຍາເພື່ອເຂົ້າເຮັດອາຊີບນັ້ນເລີຍ ແຕ່ລາວມີຄວາມຊຳນານໃນການປອກໝາກໄມ້ໄດ້ຢ່າງວ່ອງໄວ.

ທ້າວ ກາດຳ ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເອົາເຫຼັກເຜົາໄຟໃຫ້ຮ້ອນແລ້ວຕີ ໃຫ້ເປັນພ້າເປັນມີດສົ່ງຂາຍຈົນຕີບໍ່ທັນ ຍ້ອນຄຸນນະພາບພ້າມີດທີ່ລາວຕີນັ້ນມີຄຸນນະພາບ ທົນທານແລະຟັນເຂົ້າດີ ອັນນັ້ນລາວກໍບໍ່ມີໃບປະກາດຄືກັນ.

ລຸງເຄນຕາ ບ້ານນາເມືອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ຫ້ອຍໂຫນໜ້າຜາເພື່ອເອົານໍ້າເຜີ້ງຈາກຮັງທຳມະຊາດ ໂດຍທີ່ແມ່ເຜິ້ງບໍ່ຮູ້ທໍ່ໃດພັນໂຕ ບໍ່ຕອດລາວເລີຍ ແຕ່ລາວບໍ່ຮູ້ໜັງສື.

ທີ່ຍົກມາຂ້າງເທິງນັ້ນ ແມ່ນສ່ວນໜ້ອຍໆ ຂອງອີກຫຼາຍໆ ອາຊີບທີ່ເຈົ້າຂອງອາຊີບມີຄວາມຊຳນານແລະສາມາດຫາລ້ຽງຊີວິດໂຕເອງໄດ້ ແລະລວມທັງຜູ້ປະສົບຜົນສຳເລັດລະດັບໂລກນຳ.

ຕາມປະສົບການຂອງຜູ້ຂຽນເອງແລ້ວເຫັນວ່າ ສິ່ງສຳຄັນຂອງຄົນທີ່ຈະເອົາໂຕລອດໄດ້ນັ້ນ ມັນບໍ່ຂຶ້ນກັບໃບປະກາດປະລິນຍາດອກ ເພາະໝູ່ຂ້ອຍທີ່ຈົບປະລິນຍາຄົນໜຶ່ງພ້ອມກັນກັບຂ້ອຍ ລາວກໍວ່າງງານແລະຍັງເລິ່ມຕົ້ນຊີວິດບໍ່ໄດ້ ທັ້ງໆທີ່ໄດ້ໃບປະກາດປະລິນຍາມາແລ້ວໄດ້ 10 ປີ.

ສິ່ງທີ່ຈະເຮັດໃຫ້ຊີວິດຂອງຄົນເຮົາຢູ່ລອດໄດ້ນັ້ນແມ່ນ ການສຶກສາຮຽນຮູ້ແລ້ວລົງມືເຮັດມັນຈົນຊຳນານ, ແຕ່ການສຶກສາໃນທີ່ນີ້ຂ້ອຍບໍ່ໄດ້ໝາຍເຖິງການສຶກສາໃນໂຮງຮຽນທໍ່ນັ້ນ ແຕ່ຂ້ອຍໝາຍເຖິງສຶກສາຮຽນຮູ້ກັບທຸກຢ່າງທີ່ຜ່ານເຂົ້າມາໃນຊີວິດ ຮຽນຮູ້ອາຊີບໃດກໍໄດ້ທີ່ບໍ່ຜິດກົດໝາຍແລ້ວເຮັດມັນໃຫ້ດີ ມັນກໍສາມາດປະສົບຜົນສຳເລັດໄດ້.

ໃນຍຸກສະໄໝປັດຈຸບັນນີ້ ຖ້າຢາກອອກແຮງງານເບົາ ແຕ່ສາມາດເອົາໂຕລອດໄດ້ແມ່ນຂໍໃຫ້ມີ 4 ຢ່າງຕິດໂຕຄື:
1. ມີທັກສະຊີວິດ: ສາມາດຢູ່ຮ່ວມໝູ່ໄດ້, ເຮັດວຽກຮ່ວມໝູ່ໄດ້, ເຂົ້າຄົນໄດ້ງ່າຍ, ຮູ້ຈັກເວົ້າ, ມີຄວາມກ້າຫານ, ກ້າປຶກສາຫາລື ແລະຮຽນຮູ້, ເປັນນັກຮ້ອງ, ນັກດົນຕີ, ນັກກິລາ ແລະອື່ນໆ
2. ຮູ້ພາສາອັງກິດ: ເປັນປະຕູທີ່ຈະຮຽນຮູ້ເລື່ອງລາວທຸກຢ່າງຈາກທົ່ວໂລກໄດ້ ແລະສາມາດເຮັດວຽກກັບຄົນຕ່າງປະເທດໄດ້.
3. ດຸໝັ່ນ: ດຸໝັ່ນໃນການເຮັດວຽກ, ດຸໝັ່ນໃນການຮຽນຮູ້, ຮູ້ແລ້ວລົງມືເຮັດ, ແລະເຮັດແລ້ວຖອດຖອນບົດຮຽນນຳ.
4. ຊື່ສັດ: ຄວາມຊື່ສັດເປັນສິ່ງທີ່ຈະເຮັດໃຫ້ໝັ້ນຄົງ. ຈະເປັນໝູ່ຄູ່, ຄອບຄົວ, ຄູ່ຄ້າ ແລະສັງຄົມ ຕ່າງກໍຢາກຢູ່ກັບຄົນທີ່ມີຄວາມຊື່ສັດແລະຈິງໃຈ.

ຂ້ອຍວ່າ ຖ້າເຈົ້າມີ 4 ຢ່າງນີ້ແລ້ວ ເຖິງເຈົ້າຈະບໍ່ມີໃບປະກາດຈັກໃບ ຊີວິດຂອງເຈົ້າກໍບໍ່ມີມື້ທຸກຍາກ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...