spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄົນມັກຊື້ເລກຖືກໃຈ "ຫວຍຫວຽດ" ຈັດເຕັມ! ອອກທຸກວັນຈັນເຖິງອາທິດ

ຄົນມັກຊື້ເລກຖືກໃຈ “ຫວຍຫວຽດ” ຈັດເຕັມ! ອອກທຸກວັນຈັນເຖິງອາທິດ

Published on

ໃນຄໍລຳປະກົດການຫຍໍ້ທໍ້ໃນສັງຄົມລາວມື້ນີ້ ຜູ້ຂຽນຈະມານຳສະເໜີກ່ຽວກັບ ໜຶ່ງບັນຫາທີ່ມີສ່ວນກ່ຽວຂ້ອງທາງດ້ານການພະນັນ ເຊິ່ງຕອນນີ້ກຳລັງແຜ່ລາມໄປທົ່ວສັງຄົມຢ່າງວ່ອງໄວ ນັ້ນກໍ່ຄື “ຫວຍຫວຽດ”.

ຫຼັງຈາກທີ່ທາງຫວຍລັດຖະບານ (ຫວຍພັດທະນາລາວ) ໄດ້ປະກາດອອກລາງວັນພຽງອາທິດລະ 1 ມື້ ຄືຂາຍຫວຍທຸກໆວັນພຸດເທົ່ານັ້ນ ເນື່ອງຈາກວ່າບໍ່ຕ້ອງການໃຫ້ປະຊາຊົນລາວມົວເມົາໄປກັບການຊື້ເລກ-ຊື້ຫວຍຫຼາຍຈົນເກີນໄປ ເພາະສິ່ງນີ້ມັນແມ່ນການພະນັນຊະນິດໜຶ່ງ.

ເຖິງແມ່ນວ່າທາງລັດຖະບານໄດ້ຈຳກັດຈຳນວນຄັ້ງໃນການອອກຫວຍໃຫ້ໜ້ອຍລົງ ແລະ ຍົກເລີກບໍ່ໃຫ້ມີຫວຍຂູດແລ້ວກໍ່ຕາມ ແຕ່ກໍ່ຍັງມີປະກົດການ “ຫວຍຫວຽດ” ຫວຍໃຕ້ດິນທີ່ສະໜອງຄວາມຕ້ອງການໃຫ້ກັບຄົນທີ່ມັກສ່ຽງໂຊກ ດ້ວຍການຫຼິ້ນໃຫຍ່ຈັດເຕັມອອກທຸກວັນ ນັບແຕ່ວັນຈັນຮອດວັນອາທິດ ແລະ ປັດຈຸບັນເຫັນໄດ້ວ່າ “ຫວຍຫວຽດ” ໄດ້ເປີດກວ້າງຫຼາຍຂຶ້ນບໍ່ໄດ້ປີດບັງ ແລະ ສັງຄົມຄົນລາວກໍ່ໃຫ້ການຕອບຮັບເປັນຢ່າງດີ ໂດຍເຫັນໄດ້ວ່າທາງ “ຫວຍຫວຽດ” ມີເຟສບຸກເພຈກຸ່ມ ທີ່ເຮັດໜ້າທີ່ໂຄສະນາຊວນເຊື່ອ, ປະກາດຜົນຫວຍອອກແຕ່ລະມື້ ແລະ ຍັງມີໜ້າທີ່ປະກາດຮັບສະໝັກຄົນຂາຍຢ່າງເປີດເຜີຍໂດຍບໍ່ເກງກົວລະບຽບກົດໝາຍໃດໆທັງນັ້ນ.

ມີແມ່ຫວຍຜູ້ໜຶ່ງ (ສະຫງວນບໍ່ອອກຊື່) ເລົ່າໃຫ້ນັກຂ່າວເຮົາຟັງວ່າ ຫວຍຫວຽດແມ່ນມີມາແຕ່ດົນແລ້ວ ແຕ່ເມື່ອກ່ອນແມ່ນໄດ້ຮັບຄວາມນິຍົມຫຼາຍຢູ່ທາງພາກໃຕ້ ໂດຍສະເພາະແມ່ນເຂດແຂວງຈຳປາສັກ ລົງໄປ ແຕ່ເມື່ອທາງຫວຍພັດທະນາລາວ ໄດ້ມີແຈ້ງການໃຫ້ຂາຍຫວຍລາວພຽງອາທິດລະ 1 ຄັ້ງ (ຂາຍສະເພາະວັນພຸດ) ຫວຍຫວຽດກໍ່ໄດ້ແຜ່ລາມຂຶ້ນມາຈົນຮອດນະຄອນຫຼວງວຽງຈັນ ແລະ ຕອນນີ້ກໍ່ບໍ່ຮູ້ວ່າ ຫວຍຫວຽດຈະມີຂາຍຢູ່ແຂວງໃດແນ່ແລ້ວ ລາວຍັງເວົ້າຕື່ມອີກວ່າ ສຳລັບເງິນລາງວັນທີ່ຖືກຫວຍນັ້ນ ແຕ່ລະແມ່ຫວຍຈະໃຫ້ບໍ່ຄືກັນ ບາງແມ່ກໍ່ໃຫ້ 70,000 ກີບ/ 1,000 ກີບ ສຳລັບຄົນທີ່ຖືກເລກທ້າຍ 2 ໂຕ ແລະ ບາງແມ່ຫວຍກໍ່ໃຫ້ 60,000 ກີບ ເພາະມັນຂຶ້ນກັບບາງແມ່ໄປຮັບເອົາຈາກແມ່ໃຫຍ່ໂດຍກົງ ບາງແມ່ກໍ່ຮັບຕໍ່ມືມາຂາຍ ແລະ ການຊື້-ຂາຍຫວຍຫວຽດແມ່ນ ເລກ 3 ໂຕ ຂາຍ 2,000 ກີບຂຶ້ນໄປ ແລະ ແລະ 2 ໂຕແມ່ນຂາຍ 3,000 ກີບຂຶ້ນໄປ.

ເລກຫວຽດຈະອອກທຸກມື້ ປິດງວດຕອນ 18:00 ໂມງ ແລະ ຈະປະກາດຜົນຫວຍຜ່ານທາງກຸ່ມຫວຍຫວຽດໃນເວລາ 18:30 ໂມງ ແລະ ເງິນລາງວັນທີ່ໄດ້ຈາກການຊື້ຫວຍຫວຽດຈະມີລາຍລະອຽດດັ່ງນີ້:

ນີ້ເປັນປະກົດການໜຶ່ງໃນສັງຄົມທີ່ຕ້ອງໄດ້ລົງຕິດຕາມກວດກາຕື່ມກ່ຽວກັບບັນຫານີ້ ເພື່ອຫາວິທີແກ້ໄຂໃຫ້ທ່ວງທັນເວລາ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...