spot_img
Home​ຂ່າວທ່ອງທ່ຽວບັນຍາກາດມື້ສົມໂພດພະທາດຫຼວງ

ບັນຍາກາດມື້ສົມໂພດພະທາດຫຼວງ

Published on

ເພື່ອໃຫ້ເຂົ້າກັບບັນຍາກາດຍາມບຸນພຣະທາດຫຼວງວຽງຈັນ 2017 ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ແອັດມິນໄດ້ນຳພາບບັນຍາກາດໃນງານບຸນພຣະທາດຫຼວງມາຝາກ

ເລີ່ມຕົ້ນເຮົາມາເບິ່ງພາບຂອງຄ່ຳຄືນວານນີ້ໄດ້ມີການສົມໂພດພຣະທາດຫຼວງ ມີປະຊາຊົນທົ່ວສາລະທິດເຂົ້າຮ່ວມຫຼາຍພັນຄົນເຮັດໃຫ້ເດີ່ນທາດຫຼວງທີ່ເປັນພື້ນທີ່ໂລ່ງກາຍເປັນພື້ນທີ່ໆເຕັມໄປດ້ວຍຜູ້ຄົນໜາແໜ້ນ

ໄຮໄລ້ສຳຄັນຂອງງານປິນີ້ຕ້ອງມາທີ່ເຮືອນຊົງລາວ ເຮືອນຊົງລາວແມ່ນໄດ້ເລີ່ມສ້າງຂື້ນແຕ່ປີ 2016 ແລະ 2017 ກໍ່ສ້າງສຳເລັດຈົບງາມສົມບູນແບບ ຖ້າໃຜມາທ່ຽວບຸນທາດຫຼວງ ແລະ ບໍ່ໄດ້ມາທີ່ເຮືອນຊົງລາວ ຖືວ່າທ່ານພາດສຸດໆໄປເລີຍ

ສ່ວນອາຫານປະຈຳງານບຸນປະເພນີແບບນີ້ ຂາດບໍ່ໄດ້ກໍ່ຄົງແມ່ນເຂົ້າຫຼາມ, ປີ້ງໄກ່ ໃຜມາທ່ຽວບຸນກ່ອນເມືອເກືອບທຸກຄົນຕ້ອງໄດ້ຊື້ຕິດມືກັບເຮືອນພ້ອມ

ປີນີ້ບຸນທາດຫຼວງຈັດຢ່າງຍິ່ງໃຫຍ່ ເນື່ອງຈາກຕ້ອນຮັບປີທ່ອງທ່ຽວລາວ 2018 ຖ້າທ່ານໃດພາດມາທ່ຽວບຸນພະທາດຫຼວງໃນປີ 2017 ນີ້ ຖືວ່າໜ້າເສຍດາຍສຸດໆ

 

ຮູບພາບໂດຍ: Tooun Xayvongsa ແລະ laopostcard

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...