spot_img
Homeຂ່າວຕ່າງປະເທດໄທຈະຈັດພິທີຖວາຍເພີງສົບ ພະເຈົ້າມະຫາຊີວິດພູມິພົນ ຢ່າງຍິ່ງໃຫຍ່ໃນຕອນຄໍ່າມື້ນີ້

ໄທຈະຈັດພິທີຖວາຍເພີງສົບ ພະເຈົ້າມະຫາຊີວິດພູມິພົນ ຢ່າງຍິ່ງໃຫຍ່ໃນຕອນຄໍ່າມື້ນີ້

Published on

ພະລາຊະພິທີຖວາຍເພີງພະບໍລົມມະສົບ ພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ພະເຈົ້າມະຫາຊີວິດລັດຊະການທີ 9 ຂອງໄທ ຈະເປັນພະລາຊະພິທີທີ່ລັດຖະບານໄທຈັດຂຶ້ນເພື່ອສະແດງຄວາມອາໄລເປັນຄັ້ງສຸດທ້າຍ ໃນຕອນຄໍ່າຂອງມື້ນີ້ ວັນທີ 26 ຕຸລາ 2017.

ພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ເປັນພະມະຫາກະສັດໄທ ລັດຊະການທີ 9 ແຫ່ງລາຊະວົງຈັກກີ ປະສູດເມື່ອວັນທີ 5 ທັນວາ 1928, ຂຶ້ນຄອງລາດໃນວັນທີ 9 ມິຖຸນາ 1946 ເປັນພະມະຫາກະສັດໄທທີ່ຄອງລາດຍາວນານທີ່ສຸດໃນປະຫວັດສາດໄທ (70 ປີ).

ປະຊາຊົນລາວໄທຈຳນວນຫຼາຍເຄົາລົບພະອົງ ແລະຕາມລັດຖະທຳມະນູນໄທ ພະມະຫາກະສັດຊົງຢູ່ໃນຖານະອັນເປັນທີ່ເຄົາລົບສັກກາລະ ແລະຜູ້ໃດຈະລະເມີດບໍ່ໄດ້ ສ່ວນປະມວນກົດໝາຍອາຍາບັນຍັດໄວ້ວ່າ ການດູໝິ່ນ ໝິ່ນປະໝາດ ຫຼືອາຄາດຕໍ່ພະມະຫາກະສັດເປັນຄວາມຜິດທາງອາຍາ. ຄະນະລັດຖະມົນຕີຫຼາຍຊຸດທີ່ໄດ້ຮັບການເລືອກຕັ້ງມາກໍຖືກຄະນະທະຫານລົ້ມລ້າງໄປດ້ວຍຂໍ້ກ່າວຫາວ່ານັກການເມືອງຜູ້ໃຫຍ່ໝິ່ນພະບໍລົມມະເດຊານຸພາບ ດັ່ງນັ້ນ, ພະອົງເອງໄດ້ຕັດເມື່ອ ປີ 2005 ວ່າ ສາທາລະນະຊົນສາມາດວິພາກວິຈານພະອົງໄດ້.

ພະອົງຊົງເປັນທີ່ສັນລະເສີນໃນປະເທດໄທກ່ຽວກັບພະລາຊະດຳລິໃນເລື່ອງປັດຊະຍາເສດຖະກິດພໍພຽງ ອົງການສະຫະປະຊາຊາດຈຶ່ງໄດ້ຖວາຍລາງວັນຄວາມສຳເລັດສູງສຸດດ້ານການພັດທະນາແດ່ພະອົງ ກັບທັງພະອົງເອງຍັງຊົງເປັນເຈົ້າຂອງສິດທິບັດສິ່ງປະດິດ ງານພະລາຊະນິພົນ ແລະງານດົນຕີຈຳນວນໜຶ່ງນຳພ້ອມ. ດ້ານຊັບສິນຂອງພະອົງວາລະສານຟອບຈັດອັນດັບໃຫ້ພະອົງເປັນພະມະຫາກະສັດຜູ້ມີຊັບສົມບັດຫຼາຍທີ່ສຸດໃນໂລກ ນັບແຕ່ປີ ພສ 2551 ເຖິງ 2556 ເມື່ອເດືອນພຶດສະພາ 2014 ພະອົງມີຊັບສິນ 30,000 ລ້ານໂດລາສະຫະລັດ. ສຳນັກງານຊັບສິນສ່ວນພະມະຫາກະສັດນັ້ນໃຊ້ສິນຊັບເພື່ອສະຫວັດດີການສາທາລະນະ ເຊັ່ນ ເພື່ອພັດທະນາເຍົາວະຊົນ ແຕ່ໄດ້ຮັບການຍົກເວັ້ນພາສີແລະໃຫ້ເປີດເຜີຍການເງິນຕໍ່ພະມະຫາກະສັດແຕ່ພະອົງດຽວ. ຂະນະທີ່ພະອົງກໍໄດ້ຊົງອຸທິດຊັບສິນສ່ວນພະອົງໄປໃນໂຄງການພັດທະນາປະເທດໄທຫຼາຍຕໍ່ຫຼາຍໂຄງການ ໂດຍສະເພາະໃນທາງກະສິກຳ ສິ່ງແວດລ້ອມ ສາທາລະນະສຸກ ການສົ່ງເສີມອາຊີບ ຊັບພະຍາກອນນໍ້າ ສະຫວັດດີການທາງຄົມມະນາຄົມ ແລະສະຫວັດດີການສາທາລະນະ.

ນັບແຕ່ເດືອນຕຸລາ 2014 ພະອົງໄດ້ເຂົ້າໄປປະທັບຮັກສາພະອາການໄຂ້ຫວັດແລະປອດອັກເສບ ທີ່ອາຄານສະເຫຼີມພະກຽດ ໂຮງໝໍສິລິລາດ ຕະຫຼອດມາ ແຕ່ພະອາການຂອງພະອົງບໍ່ໄຄ ຈົນສະເດັດສະຫວັນນະຄົດເມື່ອວັນພະຫັດ ວັນທີ 13 ຕຸລາ 2016 ລວມພະຊົນມາຍຸ 88 ປີ 313 ວັນ.

ໃນພະລາຊະພິທີຖວາຍເພິງສົບ ພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໄດ້ຖືກເຊີນໃຫ້ເຂົ້າຮ່ວມງານຄັ້ງນີ້ດ້ວຍ.

ແຫຼ່ງຂໍ້ມູນ: ວິກິພິເດຍ

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...