spot_img
Homeຂ່າວຕ່າງປະເທດໄອໂຟນ ເຮັດເຕົ້ານົມໄໝ້

ໄອໂຟນ ເຮັດເຕົ້ານົມໄໝ້

Published on

         179091

    ສາວ​ອັງ​ກິດ​ອາຍຸ 24 ປີ ຟ້ອງໄອ​ໂຟນ 4ຮ້ອນ​ຈົນ​ເຮັດ​ເຕົ້າ​ນົມເປັນ​ບາດແຜ​ໄໝ້ ຂະນະ​ນອນ​ຫລັບ​ໂດຍ​ມີ​ມື​ຖື​ທີ່​ກຳ​ລັງ​ຊາກວາງ​ຢູ່​ຂ້າງໆເວັບ​ໄຊຂ່າວ​ເດ​ລີ​ເມວ ອັງ​ກິດ ລາຍ​ງານ​ວ່າ ຍິງ​ສາວ​ອາຍຸ 24 ປີ ຊື່ ດິ​ອອນ ແບັກ​ເຕີລຖືກ​ໂທລະສັບມືຖືໄອ​ໂຟນ 4 ທີ່​ຮ້ອນ​ຈັດ ເຮັດ​ໜ້າ​ເອິກ​ໄໝ້​ ແລະ​ ເປັນ​ແຜ​ຍາວ ຂະນະ​ກຳ​ລັງ​ນອນ​ຫລັບ​ໂດຍ​ມີ​ມື​ຖື​ວາງ​ຢູ່​ຂ້າງໆ ດິ​ອອນ ອະ​ດີດພະນັກ​ງານ​ເບິ່ງແຍງ​ສາງ​ສິນ​ຄ້າ​ແຫ່ງ​ໜຶ່ງ​ໃນ​ປະເທດ​ອັງ​ກິດ ເລົ່າ​ໃຫ້​ຟັງ​ວ່າ​ນາງ​ໄດ້​ເຜີ​ນອນ​ຫລັບ​ໄປ​ໃນ​ສະພາບ​ເຄິ່ງ​ເປືອຍ​ກາຍ ຂະນະ​ທີ່​ມີ​ໄອ​ໂຟນ4 ກຳ​ລັງ​ຊາກ​ວາງ​ໄວ້​ຢູ່​ຂ້າງໆ ເມື່ອ​ຕື່ນ​ຂຶ້ນ​ມາ​ກໍ​ຮູ້ສຶກ​ວ່າ​ປວດ​ແສບ​ປວດ​ຮ້ອນ​ບໍລິເວນ​ໜ້າ​ເອິກ​ຢ່າງ​ຍິ່ງ ຈຶ່ງ​ກົ້ມ​ໜ້າ​ລົງ​ໄປ​ເບິ່ງ​ພົບ​ວ່າ​ມີ​ບາດ ​ຍາວ​ປະ​ມານ 5ຊັງຕີເມັດ​ຢູ່​ບໍລິເວນ​ໜ້າ​ເອິກ ໃນ​ຂະນະ​ດຽວ​ກັນ​ມື​ຖື​ໄອ​ໂຟນ​ຂອງ​ນາງ​ກໍ​ຮ້ອນ​ຈັດ​ ຈົນນາງ​ບໍ່​ສາມາດ​​ຈັບ​ມັນ​ໄດ້​ ນາງ​ຈຶ່ງ​ຮີບ​​ໄປ​ໂຮງໝໍທັນທີ່ ​ເພື່ອ​ເຂົ້າ​ຮັບ​ການ​ປິ່ນປົວ​ຢ່າງ​ເລັ່ງ​ດ່ວນ ແຕ່ໂຊກ​ຮ້າຍ​ທີ່​ບາດແຜ​ຂອງ​ນາງ​ສະແດງ​ອາການ​ຕິດ​ເຊື້ອ​ໃນ​ເວລາ​ຕໍ່​ມາ ຈົນ​ເຮັດໃຫ້​ນາງ​ຢ້ານວ່າ​ອາດ​ບໍ່​ສາມາດ​ໃຫ້​ນົມ​ລູກ​ຄົນ​ຕໍ່ໄປ​ໄດ້ ມັນ​ເປັນຕາ​ຢ້ານ​ຫລາຍ ນາງບອກວ່ານາງ​ບໍ່​ຢາກ​ຈະ​ຄິດ​ພາບ​ເລີຍ​ວ່າ ​ຖ້າ​ລູກ​ຂອງ​ນາງ​ນອນ​ຢູ່​ບໍລິເວນ​ນັ້ນ ຈະເປັນແນວໃດ ຢ່າງໃດ​ກໍ​ຕາມ ທາງ​ຜູ້​ຜະລິດ​ມື​ຖື​ຢ່າງແອບ​ເປີນປະຕິເສດ​ທີ່​ຈະ​ສະແດງ​ຄວາມ​ເຫັນ​ກ່ຽວກັບ​ກໍລະນີ​ດັ່ງ​ກ່າວ ອາໜຶ່ງ​ນີ້​ບໍ່ແມ່ນ​ເທື່ອ​ທຳອິດ​ທີ່​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ຈາກ​ໂທລະ​ສັບ​ມື​ຖື​ທີ່​ຮ້ອນ​ເກີນຂະໜາດ ໂດຍ​ເມື່ອ 2 ອາທິດ​ກ່ອນ​ໜ້າ​ນີ້​ມີ​ເດັກ​ຊາຍ​ໄວ​ລຸ້ນ​ຖືກ​ມື​ຖື​ໄອ​ໂຟນ 5 ທີ່​ຮ້ອນ​ຈັດ​ເຮັດ​ໃຫ້ແຂນ​ໄໝ້​ມາ​ແລ້ວ​ເຊັ່ນ​ກັນ

 

 179092

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...