Homeຂ່າວພາຍ​ໃນບັນຫາເລື່ອງເກັບເງິນຄ່າຜ່ານທາງ ປາກເຊ-ວັງເຕົ່າ ຄວນໄດ້ຮັບການແກ້ໄຂດ່ວນ!

ບັນຫາເລື່ອງເກັບເງິນຄ່າຜ່ານທາງ ປາກເຊ-ວັງເຕົ່າ ຄວນໄດ້ຮັບການແກ້ໄຂດ່ວນ!

Published on

ເມື່ອວັນທີ 3 ຕຸລາ 2017 ໜັງສືພິມເສດຖະກິດ-ການຄ້າ ເຜີຍແຜ່ຄລິບວິດີໂອຂອງຜູ້ໃຊ້ເຟສ໌ບຸກຊື່: Alanya Phomveha ທີ່ສະແດງໃຫ້ເຫັນບັນຫາເລື່ອງເກັບເງິນຄ່າຜ່ານທາງ ປາກເຊ-ວັງເຕົ່າ ລະຫວ່າງຜູ້ໃຊ້ບໍລິການ ກັບບໍລິສັດຮັບເໝົາເກັບຄ່າທາງ

ຖືວ່າເປັນເລື່ອງທີ່ໜາຫູສົມຄວນໃນສັງຄົມອອນລາຍ ທີ່ຫຼາຍຄົນໃຫ້ຄວາມສົນໃຈກັບເຫດການທີ່ເກີດຂຶ້ນ ເຊິ່ງໃນວັນທີ 28 ກັນຍາ 2017 ຜ່ານມາ, ຫ້ອງວ່າການປົກຄອງແຂວງຈຳປາສັກ ກໍ່ໄດ້ແຈ້ງການໃຫ້ບໍລິສັດດວງດີ ກໍ່ສ້າງ-ຂົວທາງຈຳກັດ ເຊິ່ງເປັນຜູ້ລົງທຶນຮັບເໝົາກໍ່ສ້າງທາງດ້ວຍທຶນຕົນເອງ ໃຫ້ຢຸດຕິການຂຶ້ນລາຄາຜ່ານທາງດັ່ງກ່າວ, ແຕ່ໃຫ້ເກັບໃນລາຄາທີ່ລັດຖະບານກຳນົດເທົ່ານັ້ນ.

ເຊິ່ງກ່ອນໜ້ານັ້ນ, ທາງບໍລິສັດກໍ່ໄດ້ອອກມາຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໂດຍໃຫ້ເຫດຜົນວ່າ: ກ່ອນຈະກຳ ນົດການເກັບເງິນຄ່າຜ່ານທາງນັ້ນ ກະຊວງໂຍທາທິກການ ແລະ ຂົນສົ່ງ ພ້ອມດ້ວຍກະຊວງແຜນການ ແລະ ການລົງ ທຶນ, ກະຊວງການເງິນ ໄດ້ລົງມາສົມທົບກັບແຂວງຈຳປາສັກ ເພື່ອມານັບລົດຜ່ານທາງເລກທີ 16 ນີ້ເປັນເວລາ 1 ເດືອນທັງເວັນ ແລະ ຄືນ. ຈາກນັ້ນຈຶ່ງມາແຍກປະ ເພດລົດເປັນ 9 ລາຍການ ເພື່ອກຳນົດລາຄາໃຫ້ບໍລິສັດເກັບ.

ທາງບໍລິສັດໃຫ້ຮູ້ອີກວ່າ: ໃນການເກັບເງິນຄ່າຜ່ານທາງນີ້ ພວກເຮົາເປັນນັກລົງທຶນກໍ່ເຫັນໃຈພໍ່ແມ່ປະຊາຊົນທີ່ບໍ່ເຄີຍເສຍເງິນ, ແຕ່ມາເສຍເງິນ. ສະນັ້ນ ຈຶ່ງຢາກໃຫ້ຮູ້ວ່າ: ລາຄາການເກັບຄ່າຜ່ານທາງບໍ່ແມ່ນບໍລິສັດຕັ້ງຂຶ້ນເອງຄິດໄລ່ເອງ ແມ່ນພາກລັດທີ່ກ່ຽວຂ້ອງເປັນຜູ້ຄິດໄລ່, ເປັນຜູ້ວາງໃຫ້ມີກຳນົດໂດຍຜ່ານລັດຖະບານຈຶ່ງແຈ້ງມາໃຫ້ແຂວງ ແລະ ແຈ້ງຕໍ່ໃຫ້ບໍລິສັດ, ບໍລິສັດຈຶ່ງໄດ້ປະຕິບັດຕາມອັດຕາທີ່ເກັບນີ້, ສ່ວນວ່າແພງ ຫຼື ຖືກແມ່ນຂຶ້ນກັບກຳມະການຄິດໄລ່.

ບັນຫານີ້ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ໄຂດ່ວນ! ສ່ວນວ່າຈະມີຄວາມຄືບໜ້າຄືແນວໃດນັ້ນ, ທາງພວກເຮົາຈະມາແຈ້ງໃຫ້ຊາບຕື່ມ

https://www.facebook.com/Laoedaily/videos/820566404788915/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...