spot_img
Homeຂ່າວພາຍ​ໃນໄຟຟ້າລາວ ເລັ່ງເກັບໜີ້ ຫຼັງຕົວເລກແລ່ນຂຶ້ນສູງ ເຖິງ 400 ຕື້ກວ່າກີບ

ໄຟຟ້າລາວ ເລັ່ງເກັບໜີ້ ຫຼັງຕົວເລກແລ່ນຂຶ້ນສູງ ເຖິງ 400 ຕື້ກວ່າກີບ

Published on

ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ​ໄດ້​ຄົ້ນຄວ້າ ແລະ ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການທວງ​ໜີ້​ຢ່າງ​ເປັນ​ລະ­ບົບ ​ໃນ​ການ​ເກັບ​

ຄືນ​ໜີ້​ຄ້າງ​ຈ່າຍ​ທີ່​ສູງ​ເຖິງ 400 ຕື້​ກວ່າ​ກີບ ຈາກ​ຜູ້​ຊົມ­ໃຊ້​ທີ່​ສ່ວນ​ໃຫຍ່​ແມ່ນ​ນຳ­ພາ​ກລັດ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​

ຕົວ​ເລກ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ໜີ້​ທັງ​ໝົດ.

 

ທ່ານ ວົງ​ມະ­ນີ ສອນ​ເກດ​ສຸ­ລິນ ຮອງ​ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ກ່າວ​ຕໍ່​ສື່​ມວນ​ຊົນ​ບໍ່​ດົນ​ມາ​ນີ້​ວ່າ:

ຢາກ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ເຂົ້າ­ໃຈ​ເຫດ­ຜົນ​ທີ່ 2 ເດືອນ​ທາງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ລົງ​ໄປທວງ​ຄ່າ​ຊົມ­ໃຊ້​ກະ­ແສ

​ໄຟ­ຟ້າ ເຊຶ່ງ​ບໍ່​ໄດ້​ເຮັດໂດຍ​ພາ­ລະ​ການ​ ແຕ່​ໄດ້​ມີ​ແຈ້ງ​ເຕືອນ​ໃຫ້​ຜູ້​ຊົມ­ໃຊ້​ຮັບ​ຊາບ​ລ່ວງ​ໜ້າ ທັງ​ໄດ້​ເຮັດ​ໃບທວງ​ໜີ້​

ໄປ​ຫາ​ບ້ານ​ແຕ່​ລະ​ບ້ານ​ ເພື່ອ​ໃຫ້​ປະ­ກາດ​ທາງ​ໂທລະ​ໂຄ່ງ​ໃຫ້​ຜູ້​ຊົມ­ໃຊ້​ຮັບ​ຮູ້​ແລ້ວ ​ຖ້າ​ບໍ່​ມາ​ຈ່າຍ​ຈິ່ງ​ຕ້ອງ​ປະ­ຕິ­ບັດ​

ມາດ​ຕະ­ການ​ເດັດ­ຂາດ ​ຄື​ຕັດ​ໄຟ​ຈົນ​ກວ່າ​ຈະ​ໄດ້​ຮັບ​ການ​ຊຳ­ລະ​ຄ່າ​ກະ­ແສ​ໄຟ­ຟ້າ​ກ່ອນ​ຈິ່ງ​ຕໍ່­ໃຫ້​ຄືນ.

 

ໂດຍ​ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ໄຟ­ຟ້າ​ລາວ ມີ​ໜີ້​ຄ້າງ​ຂອງ​ລູກ​ຄ້າ 400 ກ່ວ​າ​ຕື້​ກີບ ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ສຳ­ນັກ­ງານ

​ຫ້ອງ­ການ​ຂອງ​ລັດ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ກວມ​ອັດ­ຕາ​ຫຼາຍກວ່າ​ເຄິ່ງ​ໜື່ງ​ຂອງ​ໜີ້​ທັງ​ໝົດ, ທ່ານ ວົງມະ­ນີ ສອນ​

ເກດ​ສຸ­ລິນ ກ່າວ.

 

ດັ່ງ­ນັ້ນ ທາງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ ຈິ່ງ​ໄດ້​ຈັດ​ກອງ​ປະ­ຊຸມ 6 ເດືອນ​ຕົ້ນ​ປີ​ຂຶ້ນ ​ເອີ້ນ​ເອົາ 18 ແຂວງ ລວມ​ທັງ​ນະ

ຄອນ​ຫຼວງ​ວຽງ​ຈັນເຂົ້າ​ມາ​ຫາ­ລື ​ພ້ອມແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ລົງ​ທວງ​ໜີ້ ໃຫ້​ເປັນ​ລະ­ບົບ​ຢ່າງ​ຕໍ່​ເນື່ອງ​ໃນ​ການ

​ເກັບເງິນ​ໃຫ້​ວິ​ສະ­ຫະ​ກິດ​ໄຟ­ຟ້າ​ລາວ ແລະ ຍັງ​ໄດ້​ແຕ່ງ­ຕັ້ງ​ຫົວ­ໜ້າ​ສາ­ຂາ​ແຕ່​ລະ​ສາ­ຂາ​ຂອງ​ແຂວງ ແລະ ມອບ​ໃຫ້

​ເລ­ຂາ​ຄະ­ນະພັກ​ແຕ່​ລະ​ໜ່ວຍ ​ໃຫ້​ເອົາ­ໃຈ­ໃສ່​ໃນ​ການລົງ​ເກັບ​ເງິນ​ຄ່າ​ໄຟ ເພື່ອ​ເອົາ​ເງິນ​ຈຳ­ນວນ​ດັ່ງ­ກ່າວ​ໄປ​ສ້າງ​ຕະ

​ຂ່າຍ​ໄຟ­ຟ້າ​ໃຫ້​ປະ­ຊາ­ຊົນ​ ແຕ່​ລະ​ທ້ອງ­ຖິ່ນ​ທີ່​ຍັງ​ບໍ່​ທັນ​ມີ​ໄຟ­ຟ້າ​ໃຊ້​ໄດ້​ມີ​ແສງ​ສະ­ຫວ່າງ​ຢ່າງ​ທົ່ວ​ເຖິງ.

 

ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ກ່າວ​ຕື່ມ​ວ່າ: ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ນອກ­ຈາກ​ເອົາ­ໃຈ­ໃສ່​

ເກັບ​ລາຍ​ຮັບ​ຕາມ​ພາ­ລະ​ໜ້າ­ທີ່​ແລ້ວ ຍັງ​ໄດ້​ຈັດ​ຝຶກ​ອົບ­ຮົມ​ໃຫ້​ແກ່​ພະ­ນັກ­ງານ​ຈົດ​ກົງ​ເຕີ້​ໄຟ ເພື່ອ​ໃຫ້​ຖືກ­ຕ້ອງ​

ຕາມ​ຕົວເລກ​ຂອງ​ກົງ​ເຕີ້ ແລະ ບໍ່​ໃຫ້​ມີ​ການ​ຄາດ​ເດົາ​ ເດັ່ນ​ໄປ​ກວ່າ​ນັ້ນ​ໄດ້​ແຕ່ງ­ຕັ້ງ​ຫົວ­ໜ້າ​ແຕ່​ລະສາ­ຂາ​ຂອງ​

ເມືອງ​ທີ່​ຂຶ້ນ​ກັບ​ນະ­ຄອນ­ຫຼວງ ລົງ​ເກັບ​ເງິນ​ຄ່າ​ໄຟ​ນຳ​ແຕ່​ລະ​ກະ­ຊວງ​ທີ່​ຍັງ​ຄ້າງ ​ເຮັດ​ໃຫ້​ບັນ​ຫາ​ໜີ້ສິນ ຫຼຸດ​ໜ້ອຍ​

ຖອຍ​ລົງ.

 

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...