spot_img
Home​ຂ່າວທ່ອງທ່ຽວປະມວນພາບພິທີແຫ່ລາງວັນສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນເຂົ້າເມືອງຫຼວງພະບາງ

ປະມວນພາບພິທີແຫ່ລາງວັນສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນເຂົ້າເມືອງຫຼວງພະບາງ

Published on

ເມືອງຫລວງພະບາງ ໄດ້ຮັບລາງວັນເປັນເມືອງ ສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ປະຈຳປີ 2017 ໂດຍແມ່ນບັນ ດາປະເທດສະມາຊິກອາຊຽນຕົກລົງມອບ ໃຫ້ເມືອງມໍລະດົກໂລກຫຼວງພະບາງ ເປັນເມືອງສິ່ງແວດ ລ້ອມທີ່ຍື່ຍົງຂອງອາຊຽນ. ເຊີ່ງພາຍຫຼັງທີ່ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະ ບາງ ໄດ້ເດີນທາງໄປຮັບ ເອົາລາງວັນດັ່ງກ່າວ ທີ່ປະ ເທດບຣູໄນດາລູຊະລັມ, ແລະ ພໍມາເຖິງ ສະໜາມບິນ ສາກົນຫຼວງພະບາງ ໃນວັນ ທີ 14 ກັນຍາ 2017 ອໍາ ນາດການປົກຄອງເມືອງ ຫຼວງພະບາງກໍໄດ້ຈັດຂະ ບວນຕ້ອນຮັບຢ່າງສົມກຽດ ພ້ອມກັນແຫ່ອ້ອມຕົວເມືອງ ໂດຍເລີ້ມຈາກສະໜາມບີນ ສາກົນຫຼວງພະບາງ ຫາ ວັດ ຊຽງທອງ ແລ້ວຈັດພິທີສູດ ມຸງຄຸນຢູ່ວັດຊຽງທອງ. ຈາກນັ້ນໄດ້ສືບຕໍ່ຂະບວນ ແຫ່ໄປເກັບຮັກສາໄວ້ ຢູ່ຫ້ອງ ວ່າການປົກຄອງເມືອງ. ທ່າມກາງຮອຍຍິ້ມ ແລະ ສຽງຕົບມືຊົມເຊີຍຕ້ອນຮັບ ຂອງປະຊາຊົນທີ່ອອກມາ ຢືນຕ້ອນຮັບກັນເປັນແຖວຢູ່ແຄມທາງ ແລະ ໃນຂະບວນ ແຫ່ເຕັມໄປດ້ວຍຄວາມພາກ ພູມໃຈຂອງຊາວເມືອງຫຼວງພະບາງ ຕາມເສັ້ນທາງຜ່ານ ຂອງຂະບວນ. ສ່ວນພາຍໃນ ຂະບວນສ່ວນໃຫ່ຍ ແມ່ນນຳ ໃຊ້ພາຫະນະທີ່ເປັນມິດຕໍ່ສີ່ງແວດລ້ອມ ປະກອບດ້ວຍຂະ ບວນເຈົ້າໜ້າທີ່, ຂະບວນ ເສບດົນຕີພື້ນເມືອງ, ຂະ ບວນລາງວັນເມືອງສີ່ງແວດລ້ອມພ້ອມດ້ວຍຂະບວນເປົ່າຫອຍສັງ, ຂະບວນຖີບລົດ, ຕາມດ້ວຍຂະບວນການນຳ ແລະ ມວນຊົນທົ່ວໄປ. ສຳ ລັບລາງວັນເມືອງສີ່ງແວດ ລ້ອມທີ່ຍືນຍົງຂອງອາຊຽນ ແມ່ນມີ 3 ເງື່ອນໄຂຄື: ຄຸນ ນະພາບດີນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ. ເຊີ່ງເມືອງຫຼວງພະບາງໄດ້ ຮັບລາງວັນນີ້ມາແລ້ວ 3 ຄັ້ງ ໃນການຈັດພິທີມອບທັງໝົດ 4 ຄັ້ງ.


ແຫລ່ງຂ່າວ: ເພັດສາຄອນ ສິມມະວົງ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...