Home​ຂ່າວທ່ອງທ່ຽວປະມວນພາບພິທີແຫ່ລາງວັນສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນເຂົ້າເມືອງຫຼວງພະບາງ

ປະມວນພາບພິທີແຫ່ລາງວັນສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນເຂົ້າເມືອງຫຼວງພະບາງ

Published on

ເມືອງຫລວງພະບາງ ໄດ້ຮັບລາງວັນເປັນເມືອງ ສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ປະຈຳປີ 2017 ໂດຍແມ່ນບັນ ດາປະເທດສະມາຊິກອາຊຽນຕົກລົງມອບ ໃຫ້ເມືອງມໍລະດົກໂລກຫຼວງພະບາງ ເປັນເມືອງສິ່ງແວດ ລ້ອມທີ່ຍື່ຍົງຂອງອາຊຽນ. ເຊີ່ງພາຍຫຼັງທີ່ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະ ບາງ ໄດ້ເດີນທາງໄປຮັບ ເອົາລາງວັນດັ່ງກ່າວ ທີ່ປະ ເທດບຣູໄນດາລູຊະລັມ, ແລະ ພໍມາເຖິງ ສະໜາມບິນ ສາກົນຫຼວງພະບາງ ໃນວັນ ທີ 14 ກັນຍາ 2017 ອໍາ ນາດການປົກຄອງເມືອງ ຫຼວງພະບາງກໍໄດ້ຈັດຂະ ບວນຕ້ອນຮັບຢ່າງສົມກຽດ ພ້ອມກັນແຫ່ອ້ອມຕົວເມືອງ ໂດຍເລີ້ມຈາກສະໜາມບີນ ສາກົນຫຼວງພະບາງ ຫາ ວັດ ຊຽງທອງ ແລ້ວຈັດພິທີສູດ ມຸງຄຸນຢູ່ວັດຊຽງທອງ. ຈາກນັ້ນໄດ້ສືບຕໍ່ຂະບວນ ແຫ່ໄປເກັບຮັກສາໄວ້ ຢູ່ຫ້ອງ ວ່າການປົກຄອງເມືອງ. ທ່າມກາງຮອຍຍິ້ມ ແລະ ສຽງຕົບມືຊົມເຊີຍຕ້ອນຮັບ ຂອງປະຊາຊົນທີ່ອອກມາ ຢືນຕ້ອນຮັບກັນເປັນແຖວຢູ່ແຄມທາງ ແລະ ໃນຂະບວນ ແຫ່ເຕັມໄປດ້ວຍຄວາມພາກ ພູມໃຈຂອງຊາວເມືອງຫຼວງພະບາງ ຕາມເສັ້ນທາງຜ່ານ ຂອງຂະບວນ. ສ່ວນພາຍໃນ ຂະບວນສ່ວນໃຫ່ຍ ແມ່ນນຳ ໃຊ້ພາຫະນະທີ່ເປັນມິດຕໍ່ສີ່ງແວດລ້ອມ ປະກອບດ້ວຍຂະ ບວນເຈົ້າໜ້າທີ່, ຂະບວນ ເສບດົນຕີພື້ນເມືອງ, ຂະ ບວນລາງວັນເມືອງສີ່ງແວດລ້ອມພ້ອມດ້ວຍຂະບວນເປົ່າຫອຍສັງ, ຂະບວນຖີບລົດ, ຕາມດ້ວຍຂະບວນການນຳ ແລະ ມວນຊົນທົ່ວໄປ. ສຳ ລັບລາງວັນເມືອງສີ່ງແວດ ລ້ອມທີ່ຍືນຍົງຂອງອາຊຽນ ແມ່ນມີ 3 ເງື່ອນໄຂຄື: ຄຸນ ນະພາບດີນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ. ເຊີ່ງເມືອງຫຼວງພະບາງໄດ້ ຮັບລາງວັນນີ້ມາແລ້ວ 3 ຄັ້ງ ໃນການຈັດພິທີມອບທັງໝົດ 4 ຄັ້ງ.


ແຫລ່ງຂ່າວ: ເພັດສາຄອນ ສິມມະວົງ

ບົດຄວາມຫຼ້າສຸດ

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...