spot_img
Homeຂ່າວເຫດການພີເອັສວຸ່ນ ສະມາຊິກແຫ່ທວງເງິນຄືນ

ພີເອັສວຸ່ນ ສະມາຊິກແຫ່ທວງເງິນຄືນ

Published on

ຕອນເຊົ້າມື້ນີ້, ວັນທີ 11 ກັນຍາ 2017 ທີ່ປາກປະຕູທາງເຂົ້າບໍລິສັດພີເອັສ ມີປະຊາຊົນທີ່ເປັນສະມາຊິກບໍລິສັດໄດ້ໂຮມໂຕກັນໄປທວງເງິນຂອງໂຕເອງຄືນ ແຕ່ທາງບໍລິສັດປິດປະຕູໄວ້ບໍ່ໃຫ້ເຂົ້າ ກ່ອນຈະມີເຈົ້າໜ້າທີ່ຕຳຫຼວດເຂົ້າມາເບິ່ງແຍງຄວາມສະຫງົບ.

ສະມາຊິກຜູ້ຮ່ວມທຶນກັບບໍລິສັດພີເອັສ ໄດ້ນັດໂຮມໂຕກັນມາໄດ້ຫຼາຍມື້ ເພື່ອຖືໂອກາດເຂົ້າໄປພົບແລະສອບຖາມ ຄວາມຄືບໜ້າກ່ຽວກັບບໍລິສັດ ກໍຄືກ່ຽວກັບເງິນຂອງຕົນເອງ ກັບປະທານບໍລິສັດ ຄື ທ່ານ ປໍເຮີ ແລະ ທ່ານສຸກນາລີ ເທບສີເມືອງ ໃນວັນທີ 11 ກັນຍາ 2017 ນີ້, ແຕ່ວ່າທາງບໍລິສັດພັດໄດ້ປະກາດປິດບໍລິສັດຊົ່ວຄາວລ່ວງໜ້າການໂຮມໂຕກັນຂອງສະມາຊິກ ໂດຍອ້າງເຫດຜົນວ່າ ເພື່ອສະຫຼຸບບັນຊີຊັບສິນສົ່ງໃຫ້ທະນາຄານແຫ່ງສປປລາວ.

ເຖິງແນວນັ້ນກໍຕາມ, ສະມາຊິກກຸ່ມດັ່ງກ່າວກໍບໍ່ໄດ້ປ່ຽນໃຈ ຕອນເຊົ້າມື້ນີ້ຈຶ່ງໄດ້ພາກັນເດິນທາງໄປຍັງບໍລິສັດດັ່ງກ່າວ ເພື່ອຂໍເຂົ້າພົບປະທານ ເພື່ອສອບຖາມຫຼືທວງເອົາເງິນຂອງຕົນຄືນ.

ຫົວໜ້າກຸ່ມຜູ້ເຕົ້າໂຮມໄດ້ກ່າວຜ່ານເຄື່ອງກະຈາຍສຽງວ່າ: ຂໍໃຫ້ພີ່ນ້ອງທີ່ມາຢູ່ໃນຄວາມສະຫງົບ ບໍ່ທຳລາຍມ້າງເພສິ່ງຂອງ ເພາະຈະເປັນການຜິດກົດໝາຍ, ມື້ນີ້ ພວກເຮົາຮູ້ນຳກັນວ່າເຮົາມາທວງເອົາເງິນຂອງເຮົາຄືນທໍ່ນັ້ນ ບໍ່ໄດ້ມາກໍ່ກວນ ສ້າງຄວາມບໍ່ສະຫງົບ ຫຼືບໍ່ໄດ້ມາມ້າງເພທຳລາຍ. ກ່ອນທີ່ຈະມີເຈົ້າໜ້າທີ່ຕຳຫຼວດໃນເຄື່ອງແບບ ເຂົ້າມາເບິ່ງແຍງຄວາມສະຫງົບຮຽບຮ້ອຍໃນບໍລິເວນດັ່ງກ່າວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...