spot_img
Homeຂ່າວເຫດການລູກຄ້າຮ້ອງໂອ້ຍ! ຄ່າບໍລິການໂຮງໝໍເອກະຊົນແພງ

ລູກຄ້າຮ້ອງໂອ້ຍ! ຄ່າບໍລິການໂຮງໝໍເອກະຊົນແພງ

Published on

ຜູ້ໃຊ້ເຟສບຸກຊື່ Mexiong Xaivtsom ໄດ້ໂພສຮູບບິນຄ່າບໍລິການຈາກໂຮງໝໍເອກະຊົນແຫ່ງໜຶ່ງ ໃນເມືອງນໍ້າບາກ ແຂວງຫຼວງພະບາງ ເຊິ່ງຜູ້ກ່ຽວກ່າວວ່າ: “ມື້ນີ້ມີພີ່ນ້ອງຕົກລົດຈັກ ເຮັດໃຫ້ເກີດມີບາດແຜ ຈຶ່ງໄດ້ໄປຮັບການຫຍິບ ແລະ ລ້າງບາດແຜທີ່ໂຮງໝໍເອກະຊົນແຫ່ງໜຶ່ງ ໃນບ້ານໂພນສະຫວັນ ເມືອງນໍ້າບາກ ແຂວງຫຼວງພະບາງ.  ຮອຍບາດແຜຕ້ອງຫຍິບ 6-7 ເຂັມ ຄ່າຫຍິບແລະລ້າງບາດ 1,040,000 ກີບ ແລະຢາ 350,000 ກີບ ລວມເປັນ 1,390,000 ກີບ ເຫັນວ່າບໍ່ເໝາະສົມ ໃຫ້ພາກສ່ວນກ່ຽວຂ້ອງຊາບ”.
ຕໍ່ກໍລະນີດັ່ງກ່າວນັ້ນ, ເປັນທີ່ສົນໃຈຂອງສັງຄົມອອນລາຍ ເຊິ່ງຫຼາຍຄົນເຫັນວ່າເຖິງແມ່ນວ່າຈະເປັນສິດທິຂອງ ເຈົ້າຂອງໂຮງໝໍທີ່ຈະຮຽກເກັບຄ່າບໍລິການທໍ່ໃດກໍໄດ້ ແຕ່ວ່າ ກໍຄວນຄຳນຶງເຖິງຄວາມເໝາະສົມ ແລະຄວາມເປັນມະນຸດສະທຳ ຕາມຈະລິຍະທຳຂອງແພດດ້ວຍ ເພາະຖ້າຫາກຖືກຜູ້ທີ່ບໍ່ມີເງິນຫຼາຍແລ້ວ ອາດຈະບໍ່ໄດ້ຮັບການບໍລິການ ຫຼືອາດຈະເກີດມີໜີ້ສິນຂຶ້ນໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...