spot_img
Homeຂ່າວການພັດທະນາປະຊາຊົນປາກລາຍ-ຊະນະຄາມ ດີໃຈແຮງຂົວຂ້າມຂອງສຳເລັດແລ້ວ

ປະຊາຊົນປາກລາຍ-ຊະນະຄາມ ດີໃຈແຮງຂົວຂ້າມຂອງສຳເລັດແລ້ວ

Published on

ປະຊາຊົນສອງຟາກຝັ່ງແມ່ນໍ້າຂອງລະຫວ່າງ ບ້ານນາສັກ ເມືອງປາກລາຍ – ບ້ານໂຄກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ກໍຄືຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວ ດີໃຈຫາອັນປຽບບໍ່ໄດ້ ທີ່ທາງຂັ້ນເທິງໄດ້ກໍສ້າງຂົວຂ້າມນໍ້າຂອງແຫ່ງດັ່ງກ່າວໄດ້ເລັດແລ້ວ ເພາະຕະຫຼອດໄລຍະຫຼາຍເຊັ່ນຄົນທີ່ຜ່ານມາ ການເດິນທາງຜ່ານຈຸດດັ່ງກ່າວແມ່ນມີຄວາມຫຍຸ້ງຍາກ ຊັກຊ້າຫຼາຍ.

ໜັງສືພິມ ເສດຖະກິດການຄ້າລາຍງານວ່າ ຂົວຂ້າມນໍ້າຂອງດັ່ງກ່າວນັ້ນແມ່ນໄດ້ສ້າງສຳເລັດແລ້ວຕັ້ງແຕ່ ເດືອນເມສາ 2017 ແລ້ວ ແຕ່ວ່າເພື່ອຄວາມປອດໄພ, ໝັ້ນຄົງ ແລະສວຍງາມ ທາງຄະນະກຳມະການການກໍ່ສ້າງຂົວ ໄດ້ໃຫ້ມີການປູຢາງຂົ້ວຕື່ມອີກຊັ້ນໜຶ່ງ ພ້ອມກັບທາສີໃໝ່ ເຊິ່ງປະຊາຊົນຈະໄດ້ນຳໃຊ້ພາຍໃນເດືອນກັນຍານີ້ ທັ້ງທີ່ພິທີເປີດການນຳໃຊ້ຢ່າງເປັນທາງການຈະຈັດຂຶ້ນໃນເດືອນຕຸລາ 2017 ທີ່ຈະມາເຖິງນີ້.

ຂົວຂ້າມນໍ້າຂອງ ປາກລາຍ-ຊະນະຄາມ ແຂວງວຽງຈັນ ຮູບ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...