spot_img
Homeຂ່າວພາຍ​ໃນສັງຄົມຫຸ້ມປະນາມ ພຶດຕິກຳແມ່ຄ້າໂຄດເປັນຕາຢ້ານ

ສັງຄົມຫຸ້ມປະນາມ ພຶດຕິກຳແມ່ຄ້າໂຄດເປັນຕາຢ້ານ

Published on

ອີງຕາມການລາຍງານຂອງໜ້າເຟສບຸກ ນາທີຊີວິດ ຂອງໂທລະພາບປ້ອງກັນຄວາມສະຫງົບ ວ່າມີເຫດການອາລະວາດຂົ່ມຂູ່ຈາກແມ່ຄ້າ ດ້ວຍຖ້ອຍຄຳຫຍາບຊ້າ ແລະຖືອາວຸດມາຂົ່ມຂູ່.

ລາຍງານບອກວ່າ ໃນວັນທີ່ 20 ສິງຫາ 2017 ຜູ້ໃຊ້ເຟສບຸກທ່ານໜຶ່ງທີ່ໃຊ້ຊື່ Park Kbb ໄດ້ເລົ່າລົງເຟສບຸກຂອງຕົນວ່າ ຜູ້ກ່ຽວ ແລະ ໝູ່ 9 ຄົນໄດ້ພາກັນໄປພັກຜ່ອນຕາມວັນພັກ ໂດຍໄດ້ພາກັນໄປພັກຜ່ອນຢູ່ຕູບແຄມນ້ຳຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ. ທຳອິດແມ່ນພາກັນກວດສອບເບິ່ງຕູບ ແລະ ເຫັນຕູບທຳອິດນັ້ນແມ່ນນ້ອຍບັນຈຸຄົນທີ່ມານຳກັນບໍ່ພຽງພໍຈຶ່ງຍ້າຍໄປຕູບທີ່ໃຫຍ່ກວ່າ ຊຶ່ງເປັນອີກເຈົ້າຂອງໜຶ່ງ.

ຫຼັງຈາກສັ່ງອາຫານ ແລະ ເຄື່ອງດື່ມແລ້ວ ປາກົດວ່າ ແມ່ຄ້າ(ຕູບທຳອິດ) ເກີດຄວາມບໍ່ພໍໃຈ ຈຶ່ງໄດ້ສະແດງພຶດຕິກຳທີ່ຫຍາບຄາຍໃສ່ ໂດຍການສາດນ້ຳເຫຼືອໃຊ້ໃສ່ຂ້າງຕູບພ້ອມກັບຖົ່ມນ້ຳລາຍໃສ່.

ຜູ້ນັ່ງໃນຕູບທີ່ເປັນລູກຄ້າເຫັນວ່າການກະທຳບໍ່ເໝາະສົມ ຈຶ່ງໄດ້ຖາມເຖິງການກະທຳ ແຕ່ກັບໄດ້ຄຳຕອບທີ່ຫຍາບຄາຍກັບມາວ່າ “ເຮັດແລ້ວຜິດຫົວພໍ່ຫົວແມ່ມຶງບໍ” ຈຶ່ງເກີດມີປາກສຽງກັນຂຶ້ນ ແມ່ຄ້າຍັງທ້າທາຍໃຫ້ເຊີນເຈົ້າໜ້າທີ່ມາຟ້ອງດຳເນີນຄະດີກັບຕົນ ແລະ ໃຫ້ພະນັກງານນຳມີດມາຂົ່ມຂູ່ລູກຄ້ານຳອີກ.

  

ຕໍ່ມາໄດ້ມີຜູ້ໃຊ້ເຟສບຸກຜູ້ໜຶ່ງທີ່ TaBuii Vdl ໄດ້ໂພສເຟສບຸກ ໃນນາມທີ່ເປັນລູກຊາຍຂອງແມ່ຄ້າ ກ່າວວ່າລູກຄ້າຈຳນວນດັ່ງກ່າວແມ່ນໄດ້ເຂົ້າມານັ່ງຕູບຂອງແມ່ຕົນເອງກ່ອນ ແລ້ວຍ້າຍໜີໄປນັ່ງຕູບອື່ນ ແລະບໍ່ພໍໃຈພ້ອມກັບເອີ້ນແມ່ຂອງຕົນໄປດ່າ…

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...