spot_img
Homeຂ່າວພາຍ​ໃນຜູ້ໃຊ້ເບີຫຼັກ 5 ວຸ່ນ ໂທເຂົ້າ-ໂທອອກ ກໍບໍ່ໄດ້

ຜູ້ໃຊ້ເບີຫຼັກ 5 ວຸ່ນ ໂທເຂົ້າ-ໂທອອກ ກໍບໍ່ໄດ້

Published on

ມື້ນີ້, ເວລາປະມານ 11:00 ນາທີ (ວັນທີ 21 ສິງຫາ 2017) ໄດ້ເກີດເຫດເຄືອຂ່າຍໂທລະສັບ ຂອງລັດວິສາຫະກິດລາວໂທລະຄົມ ຫຼື M-Phone ລົ້ມ ເຮັດໃຫ້ຜູ້ໃຊ້ເຄືອຂ່າຍດັ່ງກ່າວ ບໍ່ສາມາດໂທເຂົ້າ-ໂທອອກໄດ້ເລີຍ ທັງເບີຫຼັກ 020 ແລະ 030 ແຕ່ວ່າສັນຍານເນັດແມ່ນຍັງໃຊ້ໄດ້ຢູ່.

ຜູ້ສື່ຂ່າວລາຍງານວ່າ ເຈົ້າໜ້າທີ່ຜູ້ໜຶ່ງ ຂອງບໍລິສັດລັດວິສາຫະກິດລາວໂທລະຄົມ ທີ່ບໍ່ປະສົງອອກນາມ ໄດ້ບອກວ່າໄດ້ເກີດບັນຫາຄືດັ່ງກ່າວແທ້ ແລະພາກສ່ວນເຕັກນິກທີ່ກ່ຽວຂ້ອງຍັງພວມຂຸ້ນຂ້ຽວສ້ອມແປງຢູ່ ເຊິ່ງຄາດວ່າຈະກັບມາໃຊ້ໄດ້ປົກກະຕິໃນໄວໆ ນີ້.

ທີມຂ່າວພວກເຮົາພະຍາຍາມທົດລອງດ້ວຍການ ເອົາເບີເຄືອຂ່າຍອື່ນໂທຫາເບີລາວໂທລະຄົມ, ເອົາເບີລາວໂທລະຄົມໂທຫາເບີລາວໂທລະຄົມ ແລະເອົາເບີລາວໂທລະຄົມໂທຫາສູນຂອງລາວໂທລະຄົມ ກໍບໍ່ສາມາດຕິດຕໍ່ໄດ້ເຊັ່ນກັນ. ເຫດການດັ່ງກ່າວນີ້ ເປັນທົ່ວປະເທດ ຫຼືເປັນບາງຈຸດເທົ່ານັ້ນ.

ຫຼ້າສຸດເວລາປະມານ 14:30 ລາວໂທລະຄົມໄດ້ອອກຂໍ້ຄວາມຂໍອະໄພມາຍັງລູກຄ້າຂອງຕົນຢ່າງເປັນທາງການ ແລະວ່າສັນຍານໄດ້ກັບມາໃຊ້ໄດ້ເປັນປົກກະຕິແລ້ວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...