spot_img
Homeຂ່າວພາຍ​ໃນລັດຖະບານຈະມອບ 1 ຕື້ກີບ ຖ້າທີມຊາດບານເຕະເຂົ້າຮອບ 4 ທີມ ໃນຊີເກມ ຄັ້ງທີ 29

ລັດຖະບານຈະມອບ 1 ຕື້ກີບ ຖ້າທີມຊາດບານເຕະເຂົ້າຮອບ 4 ທີມ ໃນຊີເກມ ຄັ້ງທີ 29

Published on

ໃນ​ວັນ​ທີ 4 ສິງຫາ ຜ່ານ​ມາ ທີ່​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ສປປ ລາວ ໄດ້​ລົງ​ຕິດຕາມ​ເພື່ອ​ໃຫ້​ກຳລັງ​ໃຈ​ຄູ​ເຝິກ ແລະ ນັກກີລາ​ບານເຕະ​ທີ່​ເປັນ​ຕົວ​ແທນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມະ​ຫະ​ກຳ​ຊີເກມ ຄັ້ງ​ທີ 29 ທີ່​ປະເທດ​ມາ​ເລ​ເຊຍ ທ້າຍ​ເດືອນ​ສິງຫາ​ນີ້ ໂດຍ​ເນັ້ນ​ໃຫ້​ນັກກີລາ​ທຸກ​ຄົນ​ຕ້ອງ​ຫຼິ້ນ​ບານ​ຕາມ​ແຜນ​ຂອງ​ຄະນະ​ຄູ​ເຝິກ​ວາງ​ເອົາ​ໄວ້ ຫຼິ້ນ​ເປັນ​ທີມ​ດຽວ​ກັນ ປາສະຈາກ​ການ​ລົ້ມ​ບານ ແລະ ຖ້າ​ສາມາດ​ຜ່ານ​ເຂົ້າ​ຮອບ 4 ທີມ ລັດຖະບານ​ຈະ​ມອບ​ທຶນ​ຊ່ວຍເຫຼືອ​ໃຫ້​ສະຫະພັນ​ແຫ່ງ​ຊາດ​ລາວ ຈຳນວນ 1 ຕື້​ກີບ.

ໃນ​ໂອກາດ​ດັ່ງກ່າວ ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ກ່າວ​ຍ້ອງຍໍ​ຊົມເຊີຍ​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ທີ່​ໄດ້​ສ້າງ​ນັກກີລາ​ສືບ​ທອດ​ຫຼາຍໆ​ລຸ້ນ ເຊິ່ງ​ສາມາດ​ສ້າງ​ຊື່​ສຽງ​ໃຫ້​ວົງ​ການ​ກີລາ​ລາວ ເວົ້າ​ລວມ ເວົ້າ​ສະເພາະ ນັກກີລາ​ບານເຕະ​ຍິງ​ລຸ້ນ​ບໍ່​ເກີນ​ອາຍຸ 16 ປີ ຫຼື ຢູ 16 ລາວ​ທີ່​ໄດ້​ສ້າງ​ຊື່​ສຽງ​ໃນ​ລະດັບ​ສາ ກົນ​ມາ​ໃຫ້​ກັບ ​ສປປ ລາວ ໃນ​ໄລຍະ​ຜ່ານ​ມາ ນອກຈາກ​ນັ້ນ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ກັບ​ບັນດາ​ຄະນະ​ນຳ ແລະ ນັກກີລາ​ບານເຕະ​ທີ່​ຜ່ານ​ການ​ຄັດ​ເລືອກ​ຈຳນວນ 26 ຄົນ ເປັນ​ຕົວ​ແທນ​ໃຫ້ ​ສປປ ລາວ ເຂົ້າ​ຮ່ວມ ການ​ແຂ່ງຂັນ​ໃນ​ມະ​ຫະ​ກຳ​ຊີເກມ ຄັ້ງ​ທີ 29 ປະເທດ​ມາ​ເລ​ເຊຍ ເປັນ​ເຈົ້າພາບ ເຊິ່ງ​ຈະ​ຈັດ​ໃນ​ລະຫວ່າງ ວັນ​ທີ 19-31 ສິງຫາ 2017 ນີ້ ໃຫ້​ເອົາໃຈໃສ່​ເຝິກຊ້ອມ​ຢ່າງ​ເຕັມທີ່ ເພື່ອ​ສ້າງ​ຊື່​ສຽງ​ໃຫ້​ກັບ ​ສປປ ລາວ ແລະ ສາກົນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...