spot_img
Homeຂ່າວເຫດການເຈົ້າສ້ອຍມາລາຂາຍສົມບັດຢູ່ໄທ ເຈົ້າລາວແທ້ ສົມບັດແທ້ ຫລື ທຽມ?

ເຈົ້າສ້ອຍມາລາຂາຍສົມບັດຢູ່ໄທ ເຈົ້າລາວແທ້ ສົມບັດແທ້ ຫລື ທຽມ?

Published on

ຈາກກໍລະນີທີ່ສື່ມວນຊົນຂອງໄທຫລາຍສຳນັກ ພາກັນປ່າວປະກາດພາດຫົວຂ່າວ ເຊື້ອສາຍເຈົ້າຊີວິດລາວ ເປີດປະມູນຂາຍຊັບສົມບັດອາຍຸຫລາຍຮ້ອຍປີ ມໍລະດົກຕົກທອດຂອງກະສັດລາວ ເພື່ອຊື້ເຂົ້າສານແຈກ ສ້າງຄວາມຮືຮາທົ່ວສັງຄົມສອງຝັ່ງຂອງ ໂດຍບາງສ່ວນກໍຍໍມືສາທຸນຳ ພ້ອມທັງສຽງຍ້ອງຍໍຊົມເຊີຍ, ແຕ່ເມື່ອເຈາະເບື້ອງເລິກ ກໍເຫັນອີກມູມອີກດ້ານ ທີ່ສັງຄົມຕັ້ງຂໍ້ສົງໄສ.

ເມື່ອວັນທີ 23 ກໍລະກົດທີ່ຜ່ານມາ ບຸກຄົນຊຶ່ງອ້າງວ່າເປັນ ເຈົ້າສ້ອຍມາລາ ອິນອ່ຽມ ນະຈຳປາສັກ ເຊື້ອສາຍອະດີດເຈົ້າຊີວິດລາວ ອາຍຸ 79 ປີ ຊຶ່ງປັດຈຸບັນອາໄສຢູ່ບ້ານຂັນແກ້ວ ຕາແສງຫານແກ້ວ ເມືອງຫາງດົງ ແຂວງຊຽງໃໝ່ ປະເທດໄທ ໄດ້ປະກາດນຳເອົາຊັບສົມບັດ ຊຶ່ງເປັນມໍລະດົກຂອງບັນພະບູລຸດ ຊຶ່ງເປັນກະສັດຂອງລາວ ອອກມາປະມູນຂາຍ ໂດຍລະບຸສົມບັດແຕ່ລະອັນ ມີອາຍຸເກົ່າແກ່ນັບຕັ້ງແຕ່ 100-300 ປີ ອອກມາປະມູນຂາຍກວ່າ 3,000 ອັນ ສ່ວນຫລາຍແມ່ນເປັນເຄື່ອງເງິນບູຮານ ໂດຍຕັ້ງລາຄາຂາຍ 400 ບາດຕໍ່ກຣາມ, ດ້ວຍລາຄາດັ່ງກ່າວນີ້ ພຽງປິນໂຕເງິນ 1 ໜ່ວຍ ຊຶ່ງມີນ້ຳໜັກ 1,589 ກຣາມ ກໍຈະມີລາຄາເຖິງ 600,000 ກວ່າບາດ ແລະ ເຄື່ອງເງິນບາງອັນໜັກກວ່າ 5,000 ກຣາມ ກໍຈະມີລາຄາສູງເຖິງ 2,000,000 ບາດ.  ເຈົ້າສ້ອຍມາລາ ໄດ້ອ້າງວ່າ ຈະນຳເອົາເງິນທີ່ໄດ້ຈາກການຂາຍສົມບັດເຫລົ່ານີ້ ໄປຊື້ເຂົ້າສານຈຳນວນ 1,008 ເປົາ ຕົກເປັນເງິນກວ່າ 1,000,000​ບາດ ເພື່ອນຳໄປແຈກໃຫ້ຜູ້ທຸກຍາກ ແລະ ຖວາຍວັດຢູ່ແຂວງຊຽງໃໝ່, ແຂວງລຳປາງ ປະເທດໄທ.

ສື່ສັງຄົມອອນລາຍທັງຝັ່ງໄທ ແລະ ລາວ ຕ່າງກໍພາກັນນຳສະເໜີຂ່າວ ໂດຍມີຍອດແຊຣ໌ຈຳນວນຫລາຍ ເພື່ອສັນລະເສີນຄວາມໃຈບຸນໃຈກຸສົນຂອງຜູ້ກ່ຽວ ໃນການສ້າງຄຸນງາມຄວາມດີ ເສຍສະຫລະຜົນປະໂຫຍດສ່ວນຕົວ ເພື່ອຊ່ວຍເຫລືອເກື້ອກູນສັງຄົມ, ແນວໃດກໍຕາມ ຜູ້ໃຊ້ເຟສບຸກຈຳນວນຫລາຍທັງສອງຝັ່ງຂອງ ໄດ້ພາກັນຕັ້ງຂໍ້ສົງໄສວ່າ ເຈົ້າສ້ອຍມາລາທ່ານນີ້ ມີເຊື້ອສາຍລາຍລ່ອງມາຈາກເຈົ້າຊີວິດລາວອົງໃດ? ຊັບສົມບັດຈຳນວນມະຫາສານເຫລົ່ານີ້ ຂົນອອກໄປຈາກແຜ່ນດິນລາວໄປຄືແນວໃດ? ແມ່ນຂອງແທ້ ຫລື ຂອງປອມທີ່ເຮັດຂຶ້ນມາໃໝ່? ການອ້າງວ່າເປັນຊັບສົມບັດຂອງກະສັດລາວ ແມ່ນຄວາມຈົງໃຈທາງການຕະຫລາດຂອງຜູ້ກ່ຽວ ຫລື ບໍ່?

ຜູ້ຂຽນໄດ້ຊອກຫາຂໍ້ມູນຈາກແຫລ່ງຕ່າງໆ ຍ້ອນຫລັງຄືນໄປອີກຫລາຍປີຈຶ່ງພົບວ່າ ການປະກາດຂາຍຊັບສົມບັດຂອງ ເຈົ້າສ້ອຍມາລາ ທ່ານນີ້ ບໍ່ແມ່ນຄັ້ງທຳອິດແຕ່ປະການໃດ, ຜູ້ກ່ຽວໄດ້ສ້າງຄວາມຮືຮາຟ້າລັ່ນລັກສະນະດຽວກັນນີ້ມາຫລາຍຄັ້ງ ໂດຍແຕ່ລະຄັ້ງຈະມີສິນຄ້າທີ່ຖືກອ້າງວ່າ ເປັນຊັບສົມບັດເກົ່າແກ່ຫລາຍຮ້ອຍປີ ມູນມໍລະດົກຕົກທອດມາຈາກຣາຊະວົງຂອງລາວ ເປັນຕົ້ນແມ່ນຜ້າໄໝ, ເຄື່ອງອັນຍະມະນີ ແລະ ເຄື່ອງເງິນ.  ຫລ້າສຸດເມື່ອປີກາຍນີ້ ໃນວັນທີ 3 ທັນວາປີ 2016 ເຈົ້າສ້ອຍມາລາ ກໍໄດ້ນຳເອົາຊັບສົມບັດຈຳນວນຫລາຍ ອອກມາປະກາດຂາຍ ເພື່ອຫາເງິນໄປເຮັດບຸນ ອຸທິດເຖິງດວງວິນຍານຂອງ ເຈົ້າມະຫາຊີວິດ ຣາຊະການທີ 9 ຂອງໄທ ທີ່ສະເດັດສະຫວັນນະຄົດ.

ໂພສຕ໌ວິຈານເຈົ້າສ້ອຍມາລາ ໃນໜ້າເຟສບຸກຂອງ ກຸ່ມພາຄີຄົນຮັກຊຽງໃໝ່ ເມື່ອວັນທີ 2 ທັນວາ 2016.

ດ້ານເຄືອຂ່າຍພາຄີຄົນຮັກຊຽງໃໝ່ ຊຶ່ງເປັນອົງກອນບໍ່ສັງກັດລັດຖະບານ ຕັ້ງຢູ່ພາຍໃນເມືອງຊຽງໃໝ່ ປະເທດໄທ ໄດ້ເຄີຍອອກມາໂພສຕ໌ວິພາກວິຈານກໍລະນີດັ່ງກ່າວນີ້ ກ່ອນທີ່ຈະມີການເປີດຂາຍສົມບັດຂອງ ເຈົ້າສ້ອຍມາລາ ໃນວັນທີ 2 ທັນວາ 2016 ໂດຍໄດ້ຕັ້ງຂໍ້ສົງໄສວ່າ ຜູ້ກ່ຽວມີເຊື້ອສາຍເຈົ້າລາວມາແຕ່ໃສ ເນື່ອງຈາກລູກຫລານເຊື້ອສາຍນະຈຳປາສັກໂດຍກົງ ບໍ່ມີໃຜຮູ້ຈັກຜູ້ກ່ຽວຈັກຄົນ, ການອ້າງວ່າເປັນເຊື້ອສາຍເຈົ້າຊີວິດລາວ ແມ່ນຂາດຫລັກຖານຕົວຈິງ ແລະ ບໍ່ເຄີຍມີການກວດສອບຢ່າງຈິງຈັງ, ຜູ້ກ່ຽວບໍ່ເຄີຍອະທິບາຍໃຫ້ເຫັນເຖິງກົກເຄົ້າ ພໍ່-ແມ່ ເຊື້ອສາຍຕາມລຳດັບຂຶ້ນໄປ ວ່າກ່ຽວຂ້ອງກັບເຈົ້າຊີວິດລາວຄືແນວໃດແດ່ ແລະ ການທີ່ສື່ມວນຊົນພາກັນນຳສະເໜີຂ່າວແບບນີ້ ໄດ້ເຮັດໜ້າທີ່ປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລ້ວ ຫລື ບໍ່ ເພື່ອບໍ່ໃຫ້ຖືກຕົ້ມຕຸ໋ນ ດັ່ງນີ້ເປັນຕົ້ນ.

ຄວາມເຫັນສ່ວນໜຶ່ງພາຍໃນເຟສບຸກຂອງ ກຸ່ມພາຄີຄົນຮັກຊຽງໃໝ່

ນອກຈາກນັ້ນ, ກຸ່ມເຄືອຂ່າຍພາຄີດັ່ງກ່າວ ຍັງລະບຸໂດຍຕັ້ງຄຳຖາມອີກວ່າ ຊັບສິນທີ່ເອົາມາຂາຍທັງໝົດ ມາຈາກຣາຊະວົງລາວແທ້ຈິງ ຫລື ເຮັດເຄື່ອງເກົ່າຮຽນແບບ ແລ້ວເອົາມາຂາຍແພງ ໂດຍຜູ້ຊ່ຽວຊານໄດ້ຕັ້ງຂໍ້ສັງເກດວ່າ ເຄື່ອງເງິນຈຳນວນຫລາຍ ບໍ່ແມ່ນເຄື່ອງເກົ່າແກ່ ແລະ ບໍ່ແມ່ນສີລະປະຕົ້ນແບບຣາຊະສຳນັກລາວ ອາດແມ່ນເຄື່ອງທີ່ເຮັດຂຶ້ນມາໃໝ່ພາຍໃນຊຽງໃໝ່ເອງ ຫລື ຊື້ຈາກຕະຫລາດກາງຄືນຢູ່ຫລວງພະບາງ ທີ່ມີຂາຍໃຫ້ແກ່ນັກທ່ອງທ່ຽວທົ່ວໄປ.  ພ້ອມດຽວກັນນັ້ນ, ຍັງຕັ້ງຂໍ້ສັງເກດອີກວ່າ ໃນໄລຍະສົງຄາມກາງເມືອງຢູ່ລາວ ພາຍຫລັງການປ່ຽນແປງລະບອບການປົກຄອງ ບັນດາເຈົ້ານາຍສັກດີນາ ແລະ ລູກຫລານເຊື້ອສາຍເຈົ້າລາວຕ່າງໆ ໄດ້ພາກັນອົບພະຍົບໄປອາໄສຢູ່ຕ່າງປະເທດ ແມ່ນມີພຽງຊັບສົມບັດຕິດຕົວໄປພຽງຜູ້ລະເລັກລະໜ້ອຍເທົ່ານັ້ນ ເນື່ອງຈາກອຳນາດການປົກຄອງປະຕິວັດ ໄດ້ດຳເນີນການຍຶດເອົາມາເປັນຊັບສົມບັດຂອງປະເທດຊາດ, ແຕ່ຊັບສົມບັດຂອງ ເຈົ້າສ້ອຍມາລາ ທີ່ນຳເອົາອອກມາປະກາດຂາຍແຕ່ລະຄັ້ງໃນໄລຍະຜ່ານມາ ມີຈຳນວນຫລາຍພັນອັນ ແລະ ປະກາດຂາຍຫລາຍຄັ້ງກໍບໍ່ໝົດເປັນຈັກເທື່ອ.

ຄວາມເຫັນສ່ວນໜຶ່ງທາງເຟສບຸກຂອງ ກຸ່ມພາຄີຄົນຮັກຊຽງໃໝ່

ແນວໃດກໍຕາມ, ເຈົ້າສ້ອຍມາລາ ໄດ້ເຄີຍທ້າໃຫ້ເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານດ້ານວັດຖຸບູຮານຂອງໄທ ເຂົ້າດຳເນີນການກວດສອບຊັບສົມບັດຂອງຕົນເອງ ເພື່ອຢືນຢັນວ່າ ເປັນວັດຖຸບູຮານອາຍຸຫລາຍຮ້ອຍປີແທ້ຈິງ, ແຕ່ກໍບໍ່ທັນມີເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານຈາກພາກສ່ວນໃດ ເຂົ້າດຳເນີນການກວດສອບເຖິງຂໍ້ເທັດຈິງ.

 

ເບິ່ງໂພສຕ໌ຂອງກຸ່ມເຄືອຂ່າຍພາຄີຄົນຮັກຊຽງໃໝ່: https://www.facebook.com/PakeeHugChuangMai/photos/pb.432632493414912.-2207520000.1481236659./1405133809498104/?type=3

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...