spot_img
Home​ຂ່າວທ່ອງທ່ຽວ"Green Climbers Home" ທ່າແຂກ! ຄືຄຳຕອບຂອງຄົນທີ່ມັກຄວາມທ້າທາຍ

“Green Climbers Home” ທ່າແຂກ! ຄືຄຳຕອບຂອງຄົນທີ່ມັກຄວາມທ້າທາຍ

Published on

ມາເອົາໃຈຄົນທີ່ມັກການປະຈົນໄພ ທ້າທາຍກັບຄວາມຍາກ ແລະ ຄວາມສູງ ຖ້າໃຜມັກໃນສິ່ງນີ້ບໍ່ຕ້ອງເດີນທາງໄປຮອດຕ່າງປະເທດທ່ານກໍ່ສາມາດສຳພັດອາລົມແບບນີ້ໄດ້ທີນີ້! ທີ່ເມືອງລາວນີ້ລະ!

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນເດີນມາທີ່ທ່າແຂກ ແຂວງ ຄຳມ່ວນ ມາທີ່ Green Climbers Home ສະຫວັນຂອງຄົນມັກຄວາມທ້າທາຍ Green Climbers Home ຢູ່ຫ່າງຈາກຕົວເມືອງທ່າແຂກອອກມາປະມານ 16 ກິໂລແມັດ ເຊິ່ງສະຖານທີ່ແຫ່ງນີ້ແມ່ນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຊາວຕ່າງປະເທດເປັນສ່ວນຫຼາຍ ສຳລັບຄົນລາວນັ້ນແມ່ນບໍ່ຄ່ອຍນິຍົມປານໃດ ເພາະກິດຈະກຳຂອງສະຖານທີ່ແຫ່ງນີ້ເຕັມໄປດ້ວຍຄວາມທ້າ ທາຍ, ບ້າບິ່ນ ເຊັ່ນ: ປີນໜ້າຜາ, ໄຕ່ເຊືອກທີ່ມີຄວາມສູງນັບແຕ່ 60-400 ແມັດ ບໍ່ໃຈແທ້ບໍ່ມັກແທ້ແມ່ນເຮັດບໍ່ໄດ້

 

ນອກຈາກຈະມີຄວາມຊຽວ, ມີຄວາມທ້າທາຍລໍຖ້າທ່ານແລ້ວ ຍັງມີຄວາມງາມຂອງທຳມະຊາດ ບັນຍາກາດແບບຊິວໆ ສະບາຍສະບາຍສະໄຕລລາວໄວ້ໃຫ້ໄດ້ສຳພັດ ມາທີ່ນີ້ບໍ່ຕ້ອງຢ້ານວ່າສິອຶດຫິວ ເພາະມີອາຫານ ແລະ ເຄື່ອງດື່ມໄວ້ຄອຍບໍລິການຢ່າງເຕັມທີ່ ສະຖານທີ່ພັກກໍ່ສະດວກສະບາຍ ຫຼື ໃຜມັກກາງເຕັ້ນນອນກໍ່ສາມາດເຮັດໄດ້ຕາມສະບາຍເລີຍ ແຕ່ຕ້ອງຂໍບອກກ່ອນເລິຍວ່າຜູ່ທີ່ສົນໃຈມາທ່ຽວທີ່ Green Climbers Home ແມ່ນຕ້ອງມາສະເພາະລະດູແລ້ງເທົ່ານັ້ນເຊິ່ງເພິ່ນຈະເປີດໃນໄລຍະເດີອນ ຕຸລາ ເປັນຕົ້ນໄປຂອງທຸກປີ ແລະ ຈະປິດໃຫ້ບໍລິການໃນຊ່ວງລະດູຝົນກໍ່ຄືເລີ່ມແຕ່ເດືອນ ພຶດສະພາ-ກັນຍາຂອງທຸກປີ ເອົາເປັນວ່າເວົ້າມາຊ່ຳນີ້ແລ້ວທຸກຄົນອາດຈະຢາກເຫັນພາບ ສະນັ້ນເຮົາມາເບິ່ງໄປນຳກັນເລີຍ

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...