Homeປະເພນີ-ວັດທະນະທຳປະຫວັດວັນບຸນເຂົ້າພັນສາ

ປະຫວັດວັນບຸນເຂົ້າພັນສາ

Published on

ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະຫວັດວັນເຂົ້າພັນສາ ຄວາມສຳຄັນ ແລະ ກິດຈະກຳມາຝາກ ຄືວັນສຳຄັນທາງພຸດທະສາສະໜານັ້ນຄື “ວັນເຂົ້າພັນສາ” ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕະຫອດໄລຍະເວລາລະດູຝົນທີ່ມີກຳນົດເປັນໄລະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະຫວັດວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພຣະພິກຂຸໃນສະໄໝພຸດທະການ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງວາງລະບຽບການຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕະຫລອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ “ປຸຣິມພັນສາ”

ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ ແລະ ອອກພັນສາໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຮຽກວ່າ “ປັຈສິມພັນສາ” ເວັ້ນແຕ່ມີກິຈທຸຣະຄືເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍ່ໄດ້ອະນຸຍາດໃຫ້ໄປແຮມຄືນໄດ້ ຄາວຫນຶ່ງບໍ່ເກີນ 7 ຄືນ ຮຽກວ່າ “ສັຕຕາຫະ” ຫາກເກີນກຳຫນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ສຳຫຼັບຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່ 1. ການໄປຮັກສາພະຍາບານພິກສຸ ຫຼືຶ ບິດາມາຣດາ ທີ່ເຈັບປ່ວຍ 2. ການໄປລະງັບພິກຂຸສາມະເນນທີ່ຢາກຈະສິກບໍ່ໃຫ້ສິກໄດ້ 3. ການໄປເພື່ອກິຈທຸຣະຂອງຄະນະສົງຄ໌ເຊັ່ນ ການໄປຫາອຸປະກອນ໌ມາຊ່ອມກຸຕິທີ່ຊຳລຸດເປ່ເພ 4. ຫາກທາຍົກນິມົນຕ໌ໄປທຳບຸນ ກໍໄປສະຫລອງສັທທາໃນການບຳເພັນກຸສົລຂອງເຂົາໄດ້ ນອກຈາກນີ້ຫາກລະຫວ່າງ ເດີນທາງກົງກັບວັນຢຸດເຂົ້າພັນສາພໍດີ ພຣະພິກຂຸສົງຄ໌ເຂົ້າມາທັນໃນຫມູ່ບ້ານ ຫຼື ໃນເມືອງກໍ່ພໍຈະຫາທີ່ພັກພິງໄດ້ຕາມສົມຄວນ ແຕ່ຖ້າມາບໍ່ທັນກໍ່ຕ້ອງເພິ່ງອາໃສເຫງົ້າໄມ້ໃຫຍ່ເປັນທີ່ພັກແຮມ ຊາວບ້ານເຫັນພຣະໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບ ເພື່ອໃຫ້ທ່ານໄດ້ອາໃສພັກຝົນ ຮວມກັນຫລາຍໆອົງຄ໌ ທີ່ພັກດັງກ່າວນີ້ຮຽກວ່າ “ວິຫາຣ” ແປວ່າ ທີ່ຢູ່ຂອງສົງຄ໌ ເມື່ອຫມົດແລ້ວ ພຣະສົງຄ໌ທ່ານອອກຈາຣິກຕາມກິຈຂອງທ່ານຄັນຍາມ ເຖິງຫນ້າຝົນໃຫມ່ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສສຖີມີຈິຕສັທທາເຫລື້ອມໃສໃນພຣະພຸດທະສາສນາ ກໍເລືອກຫາສະຖານທີ່ສະຫົງບງຽບບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ຮຽກວ່າ “ອາຣາມ” ໃຫ້ເປັນທີ່ຢູ່ຂອງສົງຄ໌ດັ່ງເຊັນປັດຈຸບັນນີ້.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...