Homeຂ່າວຕ່າງປະເທດຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

Published on

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ.

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025, ທາງການຣັດເຊຍແຈ້ງວ່າໄດ້ເກີດເຫດແຜ່ນດິນໄຫວຄວາມຮຸນແຮງລະດັບ 8.7 ຣິກເຕີ ຢູ່ນອກແຄມຝັ່ງມະຫາສະມຸດຄັມຊັດກາ ເຮັດໃຫ້ສ້າງແຮງສັ່ນສະເທືອນ ແລະ ກຳລັງສ້າງຄຶ້ນສຶນາມິສູງເຖິງ 4 ແມັດ ເຮັດໃຫ້ເຈົ້າໜ້າທີ່ຕ້ອງປະກາດເຕືອນໄພ ແລະ ສັ່ງອົບພະຍົບປະຊາຊົນທີ່ອາໄສຢູ່ພຶ້ນທີ່ແຄມຝັ່ງ.

ຕາມການລາຍງານຂອງສຳນັກສຳລວດທໍລະນີວິທະຍາແຫ່ງຊາດ (USGS) ຂອງສະຫະລັດລະບຸວ່າ: ແຜ່ນດິນໄຫວຄັ້ງນີ້ມີຄວາມເລິກ 19.3 ກິໂລແມັດ ໂດຍຈຸດສູນກາງຢູ່ຫ່າງຈາກເມືອງເປໂຕປາຟລອຟ-ຄັມຊັດສະກີ ເຊິ່ງຕັ້ງຢູ່ເທິງຊາຍຝັ່ງອ່າວ ອາວາຊາເບ.

ທັງນີ້ລະບົບເຕືອນໄພສຶນາມິປາຊີຟິກຂອງສະຫະລັດ ກໍອອກຄຳເຕືອນວ່າ: ອາດຈະເກີດຄຶ້ນສຶນາມິອັນຕະລາຍ ພາຍໃນ 3 ຊົ່ວໂມງຕໍ່ໜ້າຕາມແນວຊາຍຝັ່ງບາງຈຸດຂອງຣັດເຊຍ, ຍີ່ປຸ່ນ, ອ່າວຮາວາຍສະຫະລັດ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...