Homeຂ່າວທົ່ວໄປທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

Published on

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ ການນຳເຂົ້າສິນຄ້າໂດຍຜູ້ປະກອບການ ຈະເກັບອາກອນມູນຄ່າເພີ່ມໃນອັດຕາ 10% ຈາກຜູ້ບໍລິໂພກ ເຊິ່ງຜູ້ປະກອບການຕ້ອງໄດ້ນຳເອົາຈຳນວນເງິນດັ່ງກ່າວໄປແຈ້ງມອບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ຕາມລະບຽບການ.

ອາການມູນຄ່າເພີ່ມສົ້ນອອກໝາຍເຖິງ: ຈຳນວນເງິນອາກອນມູນຄ່າເພີ່ມທີ່ຄິດໄລ່ເກັບຈາກການສະໜອງສິນຄ້າ ແລະ ການບໍລິການ ເຊິ່ງຈ່າຍໂດຍຜູ້ຊື້ສິນຄ້າ ແລະ ຜູ້ຊົມໃຊ້ການບໍລິການ.

ອາການມູນຄ່າເພີ່ມສົ້ນເຂົ້າໝາຍເຖິງ: ຈຳນວນເງິນທີ່ຜູ້ມອບເງິນອາກອນມູນຄ່າເພີ່ມໄດ້ຈ່າຍ ຈາກການນຳເຂົ້າສິນຄ້າ ຫຼື ການຊື້ສິນຄ້າ ແລະ ການບໍລິການພາຍໃນປະເທດ ເພື່ອນຳເຂົ້າໃນການເຄື່ອນໄຫວທຸລະກິດ.

ໂດຍອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024 ມາດຕາທີ 12 ກໍານົດໄວ້ວ່າສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີດັ່ງນີ້:

1. ແຮ່ທາດດິບ ຫຼື ແຮດິບເຄິ່ງສໍາເລັດຮູບ ທີ່ສົ່ງເຂົ້າຜະລິດໃນເຂດເສດຖະກິດພິເສດ, ເຂດເສດຖະກິດ ສະເພາະ ແລະ ນອກເຂດ ເພື່ອປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບເພື່ອສົ່ງອອກໄປຕ່າງປະເທດ.

2. ການສົ່ງອອກພະລັງງານໄຟຟ້າ ເຂົ້າເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ການສົ່ງອອກໄປຕ່າງປະເທດ.

3. ການສົ່ງອອກສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 2 ຂອງມາດຕານີ້.

ນອກນີ້, ກະຊວງການເງິນ ປະສານສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງກໍານົດບັນຊີລະອຽດກ່ຽວກັບ ສິນຄ້າ ແລະ ການບໍລິການທີ່ຖືກຍົກເວັ້ນ ອມພ ຕາມຂໍ້ 1, 2 ແລະ 3 ຂອງມາດຕານີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...