spot_img
Homeຂ່າວພາຍ​ໃນລັດວິສາຫະກິດໄຟຟ້າລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນຫຼາຍຂຶ້ນ

ລັດວິສາຫະກິດໄຟຟ້າລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນຫຼາຍຂຶ້ນ

Published on

ລັດວິສາຫະກິດໄຟຟ້າ ລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນຫຼາຍຂຶ້ນ ໂດຍມີສາເຫດມາຈາກການກູ້ຢືມເງິນຈາກຕ່າງປະເທດ ແລະ ຈັດເກັບຄ່າຊົມໃຊ້ໄຟຟ້າຈາກພາກລັດບໍ່ໄດ້ຕາມເປົ້າໝາຍ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ການຍອມຮັບວ່າລັດວິສາຫະກິດໄຟຟ້າ ລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມສູງຂຶ້ນນັບມື້ ໂດຍມີສາເຫດມາຈາກການກູ້ຢືນເງິນທຶນຈາກຕ່າງປະເທດ ເພື່ອນຳມາໃຊ້ເຂົ້າໃນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ແລະ ການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໃນປະເທດ ໂດຍຄຽງຄູ່ກັນນີ້ການຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຕາມເປົ້າໝາຍນັ້ນ ກໍເປັນອີກບັນຫາໜຶ່ງທີ່ສຳຄັນ ໂດຍສະເພາະແມ່ນຄ່າຊົມໃຊ້ໄຟຟ້າໃນພາກລັດຖະບານນັ້ນ ຖືເປັນພາກສ່ວນທີ່ຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຫຼາຍທີ່ສຸດ ດັ່ງທີ່ທ່ານຢືນຢັນວ່າ.

“ທີ່ຈິງໜີນີ້ມີສອງໜີ້, ອັງໜຶ່ງແມ່ນໜີ້ຕ້ອງຮັບ, ອັນສອງແມ່ນໜີ້ຕ້ອງສົ່ງ ໜີ້ຕ້ອງຮັບອັນນີ້ກໍຊຸມເຮົາກໍຕ້ອງໄດ້ເຂົ້າໃຈນຳກັນວ່າ ເຮົາຜະລິດພະລັງງານໄຟຟ້າມາແລ້ວມັນກໍຕ້ອງໄດ້ສະໜອງໃຫ້ແກ່ຜູ້ຊົມໃຊ້ ແຕ່ວ່າການຊົມໃຊ້ພວກເຮົາຈຳນວນໜຶ່ງ ການປະຕິ ບັດພັນທະກະຍັງບໍ່ທັນໄດ້ເຂັ້ມງວດ ຈຶ່ງເຮັດໃຫ້ເກີດມີໜີ້ ເກີດມີໜີ້ຕ້ອງຮັບ ຊຶ່ງປັດຈຸບັນນີ້ກະສູງສົມຄວນ ແມ່ນກະທັ້ງໂຕສຳນັກ ງານອົງການລັດເອງກະຍັງບໍ່ເອົາໃຈໃສ່ໃນການຊຳລະສະສາງອັນນີ້ ໂຕນີ້ແຫຼະເປັນບັນຫາໜຶ່ງ ຊຶ່ງວ່າພວກເຮົາກະຮຽກຮ້ອງສຸດຂີດວ່າ ເຮັດຈັ່ງໃດກໍຂໍໃຫ້ເອົາໃຈໃສ່.”

ໂດຍອີງຕາມລາຍງານຂອງລັດວິສາຫະກິດໄຟຟ້າ ລາວ ລະບຸວ່າການຊົມໃຊ້ພະລັງງານໄຟຟ້າສູງສຸດໃນທົ່ວປະເທດ ລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກະວັດແລ້ວກໍເພີ່ມຂຶ້ນເປັນ 1,180 ເມກະວັດໃນປີ 2016 ຄິດເປັນອັດຕາການເພີ່ມຂຶ້ນເປັນ 20 ເປີເຊັນ, ແຕ່ສຳລັບໃນປີ 2017 ນີ້ກໍໝາຍຄວາມວ່າຕ້ອງການຊົມໃຊ້ໄຟຟ້າໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກະວັດເພີ່ມຂຶ້ນ 60 ເປີເຊັນທຽບໃສ່ປີ 2015 ຫຼືເກີນກວ່າ 33 ເປີເຊັນທຽບໃສ່ປີ 2016 ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ຄາດ ໝາຍໄດ້ວ່າ ການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 2,862 ເມກະວັດໃນປີ 2020 ແລະ 7,093 ເມກະວັດໃນປີ 2030 ໂດຍໃນປັດຈຸບັນນີ້ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນໍ້າ 41 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນ 1 ແຫ່ງ ມີກຳລັງຕິດຕັ້ງລວມ 6,300 ເມກະວັດ, ສາມາດຜະລິດກະແສໄຟຟ້າໄດ້ 33,315 ລ້ານກິໂລວັດ/ ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າ ທຽບໃສ່ປີ 1975 ທັງກໍຍັງປະກອບສ່ວນຢ່າງສຳຄັນເຂົ້າໃນການະພັດທະນາເສດຖະກິດ ລາວ ໃຫ້ຂະຫຍາຍຕົວໃນອັດຕາສະເລ່ຍ 7 ເປີເຊັນດ້ວຍ.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າກໍໄປເຖິງປະຊາຊົນແລ້ວ 1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ເຖິງທັງ ໝົດໃນປີ 2020 ຊຶ່ງຄາດວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳ ເພາະທາງການລາວ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງພະລັງ ງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147 ເມກະວັດ ແລະ ຜະລິດກະແສໄຟຟ້າໄດ້ລວມກັນ ເຖິງ 115,118 ລ້ານກິໂລວັດ/ໂມງຕໍ່ປີ.

ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍໄວ້ວ່າເຖິງປີ 2020 ຈະມີເຂື່ອນໄຟຟ້າທີ່ກໍ່ສ້າງແລ້ວສຳເລັດເພີ່ມຂຶ້ນອີກ 48 ໂຄງການ ຊຶ່ງຈະເຮັດໃຫ້ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າເປັນ 90 ໂຄງການ ທີ່ມີກຳລັງຕິດຕັ້ງລວມ 14,000 ເມກະວັດ ທີ່ຜະລິດກະແສໄຟຟ້າໄດ້ເຖິງ 70,000 ລ້ານກິໂລວັດ/ໂມງຕໍ່ປີໃນປີ 2020 ອັນຖືເປັນບາດກ້າວສຳຄັນຂອງການພັດທະນາລາວ ໃຫ້ເປັນຜູ້ສົ່ງ ອອກພະລັງງານໄຟຟ້າລາຍໃຫຍ່ ກໍຄືການເປັນໝໍ້ໄຟຟ້າຂອງ ອາຊຽນ ໃນໄລຍະຕໍ່ໄປ.

ທັງນີ້ ລັດຖະມົນຕີພະລັງງານ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມວ່າດ້ວຍການເຊື່ອມຕໍ່ລະບົບສາຍກະແສໄຟຟ້າລະຫວ່າງກັນ ໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ທາງການຂອງທັງ 4 ປະເທດກໍໄດ້ຈັດທຳຂໍ່້ຕົກລົງຮ່ວມ
ກັນສຳເລັດແລ້ວ.

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...