Homeຂ່າວທ້ອງຖິ່ນເມືອງໄຊທານີ ສຳເລັດການກະກຽມຄວາມພ້ອມໄຂສົກຮຽນໃໝ່

ເມືອງໄຊທານີ ສຳເລັດການກະກຽມຄວາມພ້ອມໄຂສົກຮຽນໃໝ່

Published on

ທ່ານ ເສີດ ສາລີຈັນ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງໄຊທານີ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ

ກ່ຽວກັບການກະກຽມໄຂ ສົກຮຽນໃໝ່ສົກ 2014 -2015 ວ່າ: ເພື່ອຈັດຕັ້ງປະຕິບັດຄຳ ສັ່ງແນະນຳຂອງທ່ານລັດຖະມົນ

ຕີວ່າການກະຊວງສຶກສາທິ ການ ແລະ ກິລາກ່ຽວກັບການ ກະກຽມໄຂສົກຮຽນໃໝ່, ມາ ເຖິງປະຈຸບັນທາງຫ້ອງການ

ສຶກ ສາ ແລະ ກິລາເມືອງໄຊທານີ ໄດ້ມີການກະກຽມຄວາມພ້ອມ ໄຂສົກຮຽນໃໝ່ສຳເລັດ 90%, ປະຈຸບັນສຶກສາເມືອງ

ໄດ້ສຳ ເລັດການເປີດກອງປະຊຸມຜູ້ອຳນວຍການທົ່ວເມືອງ, ໂຮງຮຽນ ໄດ້ມີການສຶກສາອົບຮົມດ້ານ ແນວຄິດການ

ເມືອງໃຫ້ແກ່ຄູ- ອາຈານ ແລະ ນັກຮຽນໃຫ້ມີ ຄວາມຫ້າວຫັນ, ໜັກແໜ້ນ ເພື່ອກຽມພ້ອມເຂົ້າສູ່ສົກຮຽນ ໃໝ່, ມີ

ການປະສານສົມທົບ ກັບອຳນາດການປົກຄອງທ້ອງ ຖິ່ນ, ຄະນະພັດທະນາການສຶກ ສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກ

ຮຽນ ແລະ ຜູ້ປົກຄອງນັກ ຮຽນ ເພື່ອຫ້າງຫາກະກຽມໃນ ການເປີດສົກຮຽນໃໝ່ໃຫ້ລະ ອຽດ, ນຳພາຄູ-ອາຈານອະນາ

ໄມອາຄານສະຖານທີ່, ຈັດສັນ, ສັບຊ້ອນຄວາມເປັນລະບຽບ ຮຽບຮ້ອຍ, ຄວາມສະອາດງາມ ຕາພາຍໃນສະຖານທີ່

ຕ່າງໆ ຂອງໂຮງຮຽນ, ບູລະນະພື້ນ ຖານໂຄງລ່າງ, ອາຄານຫ້ອງ ການຄູ, ຫໍພັກ, ຫ້ອງຮຽນ, ກະ ດານ, ໂຕະ, ຕັ່ງ, ວັດ

ຖຸອຸປະ ກອນສື່ການຮຽນ-ການສອນ ແລະ ອື່ນໆ.

 

ບັນຫາສຳຄັນໄດ້ບັນຈຸສັບ ຊ້ອນຄູ-ອາຈານໃສ່ຫ້ອງສອນໃຫ້ພຽງພໍ ເພື່ອເປີດສົກຮຽນໃໝ່ 2014-2015 ໂດຍສະເພາະ

ໃຫ້ແຕ່ລະໂຮງຮຽນເລີ່ມຮັບນັກ ຮຽນເຂົ້າໃໝ່ ແລະ ສັບຊ້ອນນັກ ຮຽນເກົ່າເຂົ້າຫ້ອງນັບແຕ່ວັນທີ 25-29/8/2014

ໃຫ້ສຳເລັດ, ໃນວັນທີ 1/9/2014 ໃຫ້ເລີ່ມ ເຂົ້າຮຽນເປັນປົກກະຕິ, ໃຫ້ນາຍ ບ້ານ, ຄະນະພັດທະນາການ ສຶກສາຂັ້ນ

ບ້ານ, ສະມາຄົມພໍ່ ແມ່ນັກຮຽນປຸກລະດົມລູກຫຼານ ໃນເກນອາຍຸເຂົ້າຮຽນໃຫ້ໄດ້ ເຂົ້າຮຽນ 100%, ມາຮອດປະຈຸບັນ

ທົ່ວເມືອງໄຊທານີ ມີໂຮງ ຮຽນລ້ຽງເດັກ, ອະນຸບານ 36 ແຫ່ງ, ລັດ 11​ ແຫ່ງ, ເອກະຊົນ 25 ແຫ່ງ, ຄູທັງໝົດ 266 ຄົນ

ເປັນຍິງທັງໝົດ, ຈຳນວນນັກ ຮຽນທັງໝົດ 4.727 ຄົນ, ຍິງ 2.335 ຄົນ; ສຳລັບໂຮງຮຽນ ປະຖົມມີທັງໝົດ 111 ແຫ່ງ,

ພາກເອກະຊົນ 20 ແຫ່ງ, ມີຄູ ສອນ 785 ຄົນ, ຍິງ 585 ຄົນ.

 

ພິເສດໃນປີນີ້ ທາງເມືອງ ໄດ້ຂະຫຍາຍໂຮງຮຽນອະນຸບານເພີ່ມຕື່ມອີກ 6 ແຫ່ງໃນ ທົ່ວເມືອງໄດ້ສຳເລັດການແຕ່ງຕັ້ງ

ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ເພື່ອຄວາມສະດວກ ແລະ ຫຼຸຸດຜ່ອນຄວາມແອອັດ ຂອງນັກຮຽນພ້ອມທັງເປັນ

ການ ຮອງຮັບຄວາມຮຽກຮ້ອງຕ້ອງ ການຂອງສັງຄົມຫຼາຍຂຶ້ນ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...