spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ສະເພາະກິດຈັບແມ່ຫວຍພ້ອມຂໍ້ຫາສໍ້ໂກງຊັບມູນຄ່າ 7 ຕື້ກວ່າກີບ

ເຈົ້າໜ້າທີ່ສະເພາະກິດຈັບແມ່ຫວຍພ້ອມຂໍ້ຫາສໍ້ໂກງຊັບມູນຄ່າ 7 ຕື້ກວ່າກີບ

Published on

ເຈົ້າໜ້າທີ່ພະແນກຕຳຫລວດເສດຖະກິດ ປກສ ແຂວງຈຳປາສັກ ເປີດເຜີຍຜົນການຕັດສິນຄະດີສໍ້ໂກງຊັບພົນລະເມືອງໃນວັນທີ 27 ມິຖຸນາ 2017 ນີ້ວ່າ: ໃນວັນທີ 3 ຕຸລາ 2015 ໄດ້ມີນາງ ວອນ ອາຍຸ 45 ປີ ອາຊີບຄ້າຂາຍ ບ້ານໂນນສະຫວ່າງ ເມືອງປາກເຊ ແຂວງຈຳປາສັກ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າຖືກ ນາງເກື້ອກູນ ແພງຄຳກີບ ອາຍຸ 62 ປີ ຢູ່ບ້ານມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ ໃດ້ຍັກຍອກຊັບຂອງຕົນ.

ໂດຍນາງ ວອນ ຜູ້ເສຍຫາຍໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະເດືອນ ມິຖຸນາ 2015 ຕົນເອງໄດ້ເຂົ້າຫຼິ້ນຫວຍ ຢູ່ຕະຫຼາດໃໝ່ ເມືອງ ປາກເຊ ເຊິ່ງເປັນຫວຍລາຍວັນວັນລະ 10.000 ກີບຕໍ່ວັນ ເຊິ່ງແມ່ຫວຍແມ່ນ ນາງ ເກື້ອກູນ ແລະ ມີລູກຫວຍຈຳນວນ 50 ກວ່າຄົນ ແຕ່ລະຄົນຫຼິ້ນ 50-600 ມື. ຈົນມາຮອດວັນທີ 03 ຕຸລາ 2015 ຕົນເອງກໍ່ໄດ້ເປຍເອົາຫວຍແຕ່ນາງ ເກື້ອກູນ ໄດ້ຈ່າຍໃຫ້ພຽງສ່ວນໜຶ່ງ ແລະ ຍັງຄ້າງໄວ້ປະມານ 16 ລ້ານກວ່າກີບ ເຊິ່ງໄດ້ນັດວ່າ ອີກ 03 ວັນຈະຊຳລະໃຫ້ໝົດ ຈົນຮອດປະຈຸບັນຜູ້ກ່ຽວກໍ່ຍັງບໍ່ຊຳລະໃຫ້ ຈຶ່ງໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່.

ດັ່ງນັ້ນໃນວັນທີ 06 ຕຸລາ 2015 ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ນາງ ເກື້ອກູນ ແພງຄຳກີບ ຂໍ້ຫາຍັກຍອກຊັບພົນລະເມືອງ. ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນເອງແມ່ນໄດ້ຫຼິ້ນຫວຍ ພ້ອມທັງເປັນແມ່ຫວຍຢູ່ໃນຕະຫຼາດໃໝ່ເມືອງປາກເຊ ເຊິ່ງມີລູກຫວຍຈຳນວນຫຼາຍລວມແລ້ວມີປະມານ 16.000 ມື. ແຕ່ລະວັນຕົນຈະເກັບເງິນຈາກລູກຫວຍ ໄດ້ ປະມານ 160.000.000 ກີບ. ຈາກນັ້ນກໍ່ນຳໄປໃຊ້ແທນລູກຫວຍຜູ້ທີ່ເປຍເອົາ ແລະ ອີກຈຳນວນໜຶ່ງກໍ່ນຳເອົາໄປໃຫ້ບຸກຄົນອື່ນຢືມ ໂດຍຄິດໄລ່ດອກເບ້ຍ 20 % ( ເພື່ອເອົາກຳໄລ ) ສ່ວນເງິນເປຍຫວຍຂອງ ນາງ ວອນ ຕົນເອງໄດ້ເອົາໃຫ້ຄົນອື່ນ ທີ່ໄດ້ເປຍເອົາໄປແລ້ວແຕ່ບໍ່ຈື່ຊື່ ແລະ ຜູ້ກ່ຽວກໍ່ບໍ່ມີຄວາມສາມາດນຳເງິນມາຊຳລະໃຫ້ໄດ້.

ພາຍຫຼັງເຈົ້າໜ້າທີ່ກັກຕົວຜູ້ກ່ຽວໄວ້ແລ້ວ ກໍ່ມີບັນດາລູກຫວຍຈຳນວນ 60 ຄົນ ທີ່ ນາງ ເກື້ອກູນ ໄດ້ເກັບເງິນຈາກພວກກ່ຽວແລ້ວນັ້ນແຕ່ບໍ່ທັນຊຳລະເງີນຄືນ ໄດ້ເຂົ້າມາຮ້ອງຟ້ອງຕໍ່ທາງເຈົ້າໜ້າທີ່ ເຊິ່ງລວມມູນຄ່າເສຍຫາຍແລ້ວປະມານ 7.270.000.000 ກວ່າກີບ. ການກະທຳດັ່ງກ່າວນີ້ ເປັນການກະທຳຜິດຕໍ່ກົດໝາຍອາຍາ ແຫ່ງ ສປປ ລາວ ເຊິງສະແດງອອກ ໂດຍການເຈດຕະນາຍັກຍອກຊັບຂອງພົນລະເມືອງ ເຊິ່ງແຕະຕ້ອງເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ. ປະຈຸບັນນາງ ເກື້ອກູນ ແພງຄຳກີບ ພວມຢູ່ໃນຂັ້ນຕອນ ການດຳເນີນຄະດີສົ່ງຟ້ອງຕໍ່ໄອຍະການ ແລະ ສານຕັດສິນລົງໂທດຕາມລະບຽບກົດໝາຍ.

ແຫລ່ງຂ່າວ: ຈໍາປາສັກ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...