ທີມນັກດາລາສາດສະຖາບັນເທັກໂນໂລຢີແຄລິຟໍເນຍໄດ້ສັນນິຖານການຄົງຢູ່ຂອງດາວເຄາະດວງທີ 9 ຄັ້ງທຳອິດລະບົບການໂຄຈອນທີ່ຜິປົກກະຕິຂອງວັດຖຸໃນແຖບໄຄເປີ 6 ດວງ ທັງໝົດອ່ຽງໃນມຸມ 30 ອົງສາ ເຊິ່ງສະແດງວ່າມີດາວເຄາະໃຫຍ່ຂະໜາດ 10 ເທົ່າຂອງໂລກກຳລັງດຶງພວກເຮົາຢູ່ດ້ານນອກໃນເງົາມືດ ຈາກນັ້ນຫຼັກຖານການຄົງຢູ່ຂອງດາວເຄາະດວງນີ້ກໍ່ມີຕາມມາ ຮວມທັງອິດທິພົນຂອງັນທີ່ມີຕໍ່ວັຖຸພົ້ນດາວເນບຈູນ ແລະ ດວງອາທິດ
ດ້ວຍການໃຊ້ວທີການດຽວກັນທີມວິໄຈມະຫາວິທະຍາໄລແອຣິໂຊນາໄດ້ສັງເກດມຸມອ່ຽງຂອງວັດຖຸໃນແຖບໄຄເປີ 600 ດວງ ແລະ ພົບວ່າ ວັດຖຸທີ່ຢູ່ດ້ານນອກສ່ວນໃຫຍ່ຈະມີລະບົບການໂຄຈອນອ່ຽງໄປປະມານ 8 ອົງສາ ນັ້ນເປັນການແຈ້ງໃຫ້ຮູ້ວ່າມີດາວອີກດວງໜຶ່ງທີ່ມີຂະໜາດເທົ່າດາວອັງຄານໂຄຈອນຢູ່ທີ່ໄລຍະ 60 AU (AU – ໜ່ວຍດາລາສາດ ເປັນໄລຍະຫ່າງສເລ່ຍລະຫວ່າງໂລກກັບດວງອາທິດ ເທົ່າກັບປະມານ 150 ລ້ານກິໂລແມັດ)
ກ່ອນທີ່ຈະສັງເກດພົບວັດຖຸລຶກລັບນີ້ໂດຍກົງທີມວິໄຈຈະຮຽກມັນວ່າ “ວັຖຸທີ່ມີມວນລະດັບດາວເຄາະ” ໄປກ່ອນ ເນື່ອງຈາກນິຍາມຂອງດາວເຄາະທີ່ທາງສະຫະພັນດາລາສາດສາກົນ (IAU) ກຳນົດຂຶ້ນໃນປີ 2006 ຈະຕ້ອງມີຄຸນສົມບັດ 3 ຢ່າງຄື: 1. ໂຄຈອນຮອບດວງອາທິດ 2. ມີມວນຫຼາຍພໍທີ່ຈະມີແຮງໂນ້ມຖ່ວງສາມາດເຮັດໃຫ້ມຮູບຊົງແບບສົມດຸນໄຮໂດຣສແຕຕິກ ຫຼື ເກືອບມົນ 3. ສາມາດກວາດເທວັດຖຸໃນບໍລິເວນຂ້າງຄຽງວົງໂຄຈອນຂອງມັນອອກໄປໄດ້ໝົດ
ທີມວິໄຈຈະບໍ່ເອີນດາວລຶກລັບນີ້ເປັນດາວເຄາະຈົນກວ່າຈະຄົ້ນພົບມັນແທ້ໆ ໂດຍເຊື່ອວ່າປິດສະໜາທັງໝົດຈະຖືກເປີດເຜີຍເມື່ອກ້ອງໂທລະທັດ LSST (Large Synoptic Survey Telescope) ສາມາດໃຊ້ງານໄດ້ໃນປີ 2020