spot_img
Homeຂ່າວຕ່າງປະເທດດິນເຈື່ອນເຂດມົນທົນເສສວນ ພົບຜູ່ເສຍຊີວິດ 15 ສົບ ສູນຫາຍນັບຮ້ອຍ

ດິນເຈື່ອນເຂດມົນທົນເສສວນ ພົບຜູ່ເສຍຊີວິດ 15 ສົບ ສູນຫາຍນັບຮ້ອຍ

Published on

ເມື່ອວັນທີ 25 ມິຖຸນາ 2017 ເອເອຟພີລາຍງານຄວາມຄືບໜ້າປະຕິບັດການຄົ້ນຫາຜູ່ລອດຊີວິດຂອງລັດຖະບານຈີນໃນເຫດການຫີນ ແລະ ຕົມເຈື່ອນລົງມາໃສ່ໝູ່ບ້ານໃນເຂດເໝົາຊິນ ທາງພາກເໜືອຂອງມົນທົນເສສວນ ທາງພາກຕະເວັນຕົກສຽງໃຕ້ຂອງປະເທດ ໂດຍຍັງມີຜູ່ສູນຫາຍອີກ 120 ຄົນ ມີຜູ່ລອດຊີວິດພຽງ 3 ຄົນ ສ່ວນສົບຜູ່ເສຍຊີວິດພົບພຽງ 15 ຄົນ ເຮັດໃຫ້ຄວາມຫວັງທີ່ຈະພົບຜູ່ລອດຊີວິດເພີ່ມເຕີມນັ້ນບໍ່ມີເຫຼືອແລ້ວ ເຖິງແມ່ນວ່າລັດຖະບານຈີນຈະລະດົມເຈົ້າໜ້າທີ່ກູ້ໄພເຂົ້າຊ່ວຍຄົ້ນຫາກວ່າ 3,000 ຄົນ ພ້ອມອຸປະກອນເຂົ້າຄົ້ນຫາແບບບໍ່ມີການຢຸດພັກເລີຍກໍ່ຕາມ

ດ້ານທ່ານ ຫວັງ ຢົງໂປ໋ ໜຶ່ງໃນເຈົ້າໜ້າທີ່ທີມກູ້ໄພລະບຸວ່າ ເຫດທີ່ເກີດຂຶ້ນນັບເປັນເຫດດິນເຈື່ອນຄັ້ງຮ້າຍແຮງທີ່ສຸດໃນພື້ນທີ່ດັ່ງກ່າວນັບຕັ້ງແຕ່ເກີດເຫດແຜ່ນດິນໄຫວເຂດເຫວິນສວນ ເຊິ່ງມີຜູ່ເສຍຊີວິດເຖິງ 87,000 ຄົນ ໃນປີ 1998

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...