spot_img
Homeຂ່າວພາຍ​ໃນຍທຂ ນະຄອນຫລວງ ໃຊ້ມາດຕະການເດັດຂາດ ຕໍ່ຊາວຄ້າຂາຍຢູ່ແຄມທາງ

ຍທຂ ນະຄອນຫລວງ ໃຊ້ມາດຕະການເດັດຂາດ ຕໍ່ຊາວຄ້າຂາຍຢູ່ແຄມທາງ

Published on

ພາຍຫລັງ ພະ​ແນ​ກ​ໂຍທາທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງຈັນ, ​ໄດ້​ອອກ​​ແຈ້ງ​ການ ​ໃຫ້​ບັນດາ​ແມ່​ຄ້າ​ຊາວ​ຂາຍ ທີ່​ຂາຍ​ເຄື່ອງ​ຢູ່​ຕາມ​ທາງ​ຍ່າງ ຢູ່ຈຸດແຕ່ 4 ​ແຍກ​ໄຟ​ແດງ​ທາດ​ຝຸ່ນ ຫາ ​ໄຟ​ແດງ​ແພດສາດ ​ແລະ ​ໄຟ​ແດງ​​ແພດສາດ​ ຫາ​ ເສັ້ນທາງ​ຄູ​ວຽງ ​ໃຫ້ຢຸດ​​ຂາຍ​ເຄື່ອງ ​ແລະ ຈອດ​ລົດ​ທຸກ​ຊະ​ນິດ ​ໂດຍ​ສະ​ເພາະ ລົດ​ສາມ​ລໍ້, ລົດ​ຕຸກໆ ຫ້າມ​ຈອດຢູ່​ເຂດ​ດັ່ງກ່າວ, ມາ​ຮອດ​ວັນ​ທີ 20 ມິຖຸນາ ນີ້, ​ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຮ່ວມກັບເຈົ້າໜ້າທີ່ຕຳຫລວດຈະລາຈອນ, ໜ່ວຍງານຈັດສັນ ເມືອງທີ່ກ່ຽວຂ້ອງ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ແລະຫ້ອງການຄຸ້ມຄອງ ບໍລິຫານຕົວເມືອງວຽງຈັນ ໄດ້ປະຕິບັດງານ ຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອຈັດສັນຫ້າມບໍ່ໃຫ້ມີ ການຈອດລົດ ແລະ ຂາຍເຄື່ອງທຸກປະເພດ ຢູ່ຈຸດດັ່ງກ່າວ​.

ທ່ານ​ ຄຳ​ພູ​ທອງ ກັນລະຍາ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 20ມິຖຸນາ ນີ້ວ່າ: ປັດ­ຈຸ­ບັນ ການ​ຄ້າຂາຍ​ເຄື່ອງ ​ຕາມ​ທາງ​ຍ່າງ ຢູ່​ນະຄອນຫລວງ​ວຽງຈັນ ​ໄດ້​ຮັບ​ການ​ແກ້ໄຂ ​ແລະ ຈັດ​ສັນ​ໃຫ້​ເປັນລະບຽບ​ຮຽບຮ້ອຍ, ມີ​ຄວາມ​ສະອາດ​ງາມ​ຕາ ​ເວົ້າ​ສະ​ເພາະ ຢູ່​ເມືອງ​ສີ​ສັດຕະ​ນາກ ຢູ່​​ເຂດ 4 ​ແຍກ​ໄຟ​ແດງ​ທາດ​ຝຸ່ນ ຫາ ​ໄຟ​ແດງ​ແພດສາດ ​ແລະ ​ໄຟ​ແດງ​​ແພດສາດ ​ຫາ​ ເສັ້ນທາງ​ຄູ​ວຽງ ຊາວ​ຄ້າຂາຍ​ ແມ່ນ​ໄດ້​ຫຍັບ​ຍ້າຍ ອອກ​ຈາກ​ສະຖານ​ທີ່​ດັ່ງກ່າວ​​ແລ້ວ ພາຍຫລັງອຳ­ນາດ​ການ​ປົກຄອງ​ ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ອອກ​ແຈ້ງ​ການ ​ແລະ ເອົາ­ໃຈ­ໃສ່​ຊີ້​ນຳໆ​ພາ, ​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາຊົນ ກໍ​ຄື​ພໍ່ຄ້າ​ຊາວ​ຂາຍ ​ໃຫ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ ນະ​ໂຍບາຍ 6 ສ ​ໂດຍ​ສະ​ເພາະ ສ ສະອາດ ໄປ​ຄຽງ​ຄູ່​ກັບ​ ການ​ພັດ­ທະ­ນາ​ຕົວ​ເມືອງ​​ ໃຫ້​ມີ​ຄວາມ​ສະ­ອາດ​​ຈົບງາມ,​ ເປັນ​ເມືອງ​ທີ່​ໜ້າ​ຢູ່ ​ແລະ ເປັນ​ທີ່​ໜ້າພູມ­ໃຈ​ ຂອງ​ບັນ­ດາ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ເຂົ້າ​ມາທ່ຽວ ສປປ ລາວ.

ທ່ານ​ ຄຳ​ພູ​ທອງ ກັນລະຍາ ​​ໃຫ້​ຮູ້​ຕື່ມ​ວ່າ: ຖ້າ​ຫາກ​​​ບັນດາ ແມ່​ຄ້າ​ຊາວ​ຂາຍ ຫລື ບຸກຄົນ​ໃດ ບໍ່​ປະຕິບັດ​ ຕາມ​ແຈ້ງ​ການ, ຍັງ​ກັບ​ມາ​ຂາຍ​ຢູ່​ບ່ອນ​ເກົ່າ ທາງໜ່ວຍງານກວດກາຜັງເມືອງ ແລະ ໜ່ວຍງານຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຮ່ວມກັບເຈົ້າໜ້າທີ່ໆກ່ຽວຂ້ອງ ຈະໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ 500.000-2.000.000 ກີບ, ພ້ອມດຳເນີນໄປຕາມ ຂະບວນການຍຸຕິທຳ ແລະ ລະບຽບກົດໝາຍຂອງ ສປປ ລາວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...