Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບກຸ່ມຕົວ 2 ນັກຕົ້ມຕຸນອ້າງແລ່ນເອົາຄົນເຂົ້າເຮັດວຽກນຳລັດໄດ້

ຈັບກຸ່ມຕົວ 2 ນັກຕົ້ມຕຸນອ້າງແລ່ນເອົາຄົນເຂົ້າເຮັດວຽກນຳລັດໄດ້

Published on

ກາງ​ເດືອນ​ຕຸລາ 2016 ທີ່​ຜ່ານ​ມາ​, ​ໄດ້​ມີຜູ້​ເສຍ​ຫາຍ​ຈຳນວນ​ໜຶ່ງຂຽນ​ຄຳ​ຮ້ອງ​ຟ້ອງ​​ໄປ​ຍັງ​ກົມ​​ໃຫຍ່​ການ​ເມືອງ, ກະຊວງ​ ປກສ ​ເພື່ອ​ຂໍ​ຄວາມ​ເປັນ​ທຳ ​ໃນ​ກໍລະນີ​ຖືກ​ຕົວະ​ຍົວະ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ຫລວງຫລາຍ ​ເພື່ອ​ເຂົ້າ​ເຮັດ​ວຽກ​ເປັນ​ພະນັກງານ​ລັດ, ຊຶ່ງ​ມີ​ຜູ້​ເສຍ​ຫາຍ​ທັງ​ໝົດ 25 ຄົນ, ​ໃນ​ນັ້ນ ​ຢູ່​ແຂວງ​ໄຊ​ຍະ​ບູລີ 16 ຄົນ ​ແລະ ນະຄອນ ຫລວງ​ວຽຈັນ 9 ຄົນ, ​ຕົກ​ເປັນ​ເງິນ​​ຫລາຍ​ຮ້ອຍ​ລ້ານ​ກີບ.

ທ່ານ ພັນ​ຕີ ​ເກດສະໜາ ພິຈິດ ຮອງ​ຫົວໜ້າ​ພະ​ແນ​ກຕຳຫລວດ​ສືບ ສວນ-ສອບ​ສວນ ຄະດີ​ອາຍາ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​ຄຳ​ຮ້ອງ​ຟ້ອງ​ດັ່ງກ່າວ, ກົມ​ໃຫຍ່​ການ​ເມືອງ ກໍ​ໄດ້​ປະສານ​ໄປ​ຍັງ ປກສ ​ແຂວງ​ໄຊ​ຍະ​ບູລີ ​ເພື່ອ​ກັກ​ຕົວ​ຜູ້​ຖືກ​ຫາ​ຄື: ທ້າວ ຄໍາ​ມະນີ ສິດທິ​ເດດ, ອາຍຸ 45 ປີ, ອາຊີບ​ກຳມະກອນ, ຢູ່​ບ້ານ​ຖິ່ນ, ​ເມືອງ ​ແລະ ​ແຂວງ​ໄຊ​ຍະ​ບູລີ, ​ໄດ້​ໃນ​ວັນ​ທີ 16 ພະຈິກ 2016, ​ໃນ​ຂໍ້​ຫາ​ສໍ້​ໂກງ​ຊັບ​ສິນ​ພົນ​ລະ​ເມືອງ.

ຜ່ານ​ການ​ສືບສວນ-ສອບ​ສວນ ຜູ້ກ່ຽວ​​ໄດ້​ສັກ​ທອດ​​ໄປ​ຫາ​ນາງ ຄຳ​ພະ​ໄມ ບຸນ​ມີ​ໄຊ, ອາຍຸ 53 ປີ, ອາຊີບ​ນັກທຸລະກິດ, ຢູ່​ບ້ານ​ໂນນ​ສະຫວ່າງ, ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ, ຊຶ່ງໃນ​ເບື້ອງ​ຕົ້ນທ້າວ ຄຳ​ມະນີ ​ໄດ້​ໄປຝາກ​ລູກ​ຊາຍຂອງ​ຕົນ ​ເພື່ອ​ເຂົ້າ​ເຮັດ​ວຽກ​ເປັນ​ພະນັກງານ​ລັດ ກັບ​ນາງ ຄຳ​ພະ​ໄມ, ຊຶ່ງ​ໄດ້​ວາງ​ມັດ​ຈຳ​ເງິນ​ຫລວງ​ໜ້າ 50 ພັນ​ບາດ (ສະກຸນ​ເງິນ​ໄທ) ​ແລະ ​ເຮັດ​ບົດ​ບັນທຶກ​ກັນ​ຢ່າງ​ລະອຽດ, ​ໂດຍ​ນາງ ຄຳ​ພະ​ໄມ ​ໄດ້ອ້າງ​​ວ່າ: ​ຮູ້ຈັກ​ກັບຜູ້​ໃຫຍ່​ຫລາຍ​ຄົນ​ໃນ​ກະຊວງ​ຕ່າງໆ ​ແລະ ອ້າງ​ວ່າ​ໄດ້​ຮັບ​ໂກ​ຕ້າ​ຈຳນວນ 40 ທຶນ, ​ໂດຍ​ການ​ປະມູນ​ເອົາ​ປະມານ 6 ລ້ານ​ບາດ (ສະກຸນ​ເງິນ​ໄທ) ຈາກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ​ຜ່ານ​ໄປ 3 ​ເດືອນ​ ລູກ​ຊາຍ​ກໍ່​ຍັງ​ບໍ່​ໄດ້​ເຂົ້າ​ເຮັດ​ວຽກ ຈຶ່ງ​ຕິດ​ຕໍ່​ໄປ​ຫາ​ນາງ ຄຳ​ພະ​ໄມ ອີກ​ ​ແລະ ນາງ​ກໍ​ໄດ້​​ອະທິບາຍ​ວ່າ: ມີ​​ແຕ່​ຜູ້​ດຽວ​ບໍ່​ສາມາດ​ແລ່ນ​ເຂົ້າ​ເຮັດ​ວຽກ​​ໄດ້, ​ຕ້ອງຊອກຫາຄົນມາ​ເພີ່ມ​ອີກ, ​ເມື່ອ​ເປັນ​ແນວ​ນັ້ນ ທ້າວ ຄຳ​ມະນີ ​​ຈຶ່ງ​ໄດ້ໄປ​ປຸກລະດົມ​ຂົນຂວາຍ​ເອົາ​ນັກຮຽນ-ນັກ​ສຶກສາທີ່​ຫາ​ກໍ​ຮຽນ​ຈົບ, ​ແຕ່​ບໍ່​ທັນ​ໄດ້​ເຂົ້າ​ເຮັດ​ວຽກ ຢູ່​ແຂວງ​ໄຊ​ຍະ​ບູລີມາ​ໄດ້ 16 ຄົນ, ​ໂດຍ​ຜ່ານ​ການ​ຊື້-ຈ້າງຈາກ​ນາງ​ ​ຄຳ​ພະ​ໄມ, ຊຶ່ງຜູ້ກ່ຽວ​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ການ​ຫາ​ຄົນ​ມາ​​ໃຫ້ ປະມານ 5 ພັນ​ບາດ​ຕໍ່​ຄົນ, ​​ໂດຍ​ທຸກ​ຄົນ​​ຕ້ອງໄດ້​ວາງ​ຄ່າ​ມັດ​ຈຳ​ຄົນ​ລະ 50 ພັນ​ບາດ ​ແລະ ​ໃນ​ຂະນະ​ນັ້ນ ນາງ ຄຳ​ພະ​ໄມ ຍັງ​ໄດ້​ໄປ​ຕວະ​ຍວະ​ເຫຍື່ອ​ອີກ​ຈຳນວນ 9 ຄົນ​ຢູ່​ນະຄອນຫລວງ​ວຽງຈັນ.

ຫລາຍ​ເດືອນ​ຜ່ານ​​ໄປ ​ເຫັນ​ວ່າ​ບໍ່​ເກີດ​ຜົນ ຈຶ່ງ​ໄດ້​ມີປະຊາຊົນ​ຢູ່​ແຂວງ​ໄຊ​ຍະ​ບູລີ ​​ເຂົ້າ​ແຈ້ງ​ຄວາມ ​ແລະ ຂຽນ​ຄຳ​ຟ້ອງ​ຮ້ອງຫາ​ກົມ​ໃຫຍ່​ຕຳຫລວດ ​ເພື່ອ​ມ້າງ​ກຸ່ມ​ແກ້ງ​ຕົວະ​ຍົວະ​ດັ່ງກ່າວ, ຫລັງ​ຈາກ​ນັ້ນ ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໄດ້​ປະສານ​​ເຂົ້າ​ຈັບ​ຕົວ​ນາງ ຄຳ​ພະ​ໄມ ​ໃນ​ວັນ​ທີ 12 ທັນວາ 2016 ​ເພື່ອ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

ແຫລ່ງຂ່າວ: ໜັງສືພີມລາວພັດທະນາ 

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...