spot_img
Homeຂ່າວພາຍ​ໃນທຫລ ອອກແຈ້ງການອີກ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຂອງບໍລິສັດພີເອັສ

ທຫລ ອອກແຈ້ງການອີກ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຂອງບໍລິສັດພີເອັສ

Published on

ມື້ນີ້, ວັນທີ 2 ມິຖຸນາ 2017 ຫ້ອງການທະນາຄານແຫ່ງສປປລາວ ໄດ້ອອກແຈ້ງການເລກທີ 334/ຫກ ລົງວັນທີ 2 ມິຖຸນາ 2017 ເລື່ອງ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຂອງບໍລິສັດພີເອັສ

ແຈ້ງການລະບຸວ່າ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ບໍລິສັດພີເອັສແມ່ນໄດ້ດຳເນີນການລະດົມທຶນດ້ວຍຫຼາຍຮູບແບບໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໃນຜ່ານມາບໍລິສັດດັ່ງກ່າວໄດ້ຖືກຂະແໜງການທີ່ກ່ຽວຂ້ອງກ່າວເຕືອນແລະປັບໃໝຫຼາຍຄັ້ງ ແຕ່ບໍລິສັດກໍຍັງສືບຕໍ່ພິກປິ້ນຮູບແບບການລະດົມທຶນຈາກພໍ່ແມ່ປະຊາຊົນດ້ວຍຮູບແບບບໍ່ຖືກຕ້ອງຢູ່. ສະນັ້ນ, ເພື່ອປ້ອງກັນການເສຍຫາຍທີ່ອາດເກີດຂຶ້ນກັບປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໃນຂອບເຂດທົ່ວປະເທດ ທະນາຄານແຫ່ງ ສປປ ລາວ ຈຶ່ງອອກແຈ້ງການມາຍັງພາກສ່ວນຕ່າງໆ ດັ່ງນີ້:

  1. ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາ ໃຫ້ເຂົ້າຮ່ວມທຶນໂດຍຫວັງຈະໄດ້ຮັບຄ່າຕອບແທນຈາກການລົງທຶນທີ່ສູງ ແລະການໂຄສະນາຊວນເຊື່ອໃນທຸກໆຮູບແບບ ຂອງບໍລິສັດພີເອັສ ສົ່ງເສີມກະສິກຳ ແລະອຸດສາຫະກຳຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.
  2. ທະນາຄານແຫ່ງ ສປປ ລາວ ແລະຂະແໜງການອື່ນໆຂອງລັດ ຈະບໍ່ຊ່ວຍຮັບຜິດຊອບທາງການເງິນໃດໆ ທີ່ບໍລິສັດພີເອັສສ້າງຂຶ້ນໂດຍບໍ່ຖືກຕ້ອງ. ທຸກບັນຫາທາງການເງິນ ທີ່ບໍລິສັດພີເອັສ ໄດ້ກໍ່ຂຶ້ນກັບສະມາຊິກ ໃນໄລຍະທີ່ຜ່ານມາ ແລະໃນຕໍ່ໜ້າ ແມ່ນເປັນຄວາມຮັບຜິດຊອບຂອງບໍລິສັດ ພີເອັສ ທັງໝົດ.
  3. ຖ້າຫາກຜູ້ຮ່ວມທຶນ ຫຼືສະມາຊິກ ຫາກໄດ້ຮັບຄວາມອັບປະໂຫຍດ ແມ່ນໃຫ້ສະເໜີຫາສານປະຊາຊົນ ຫຼືເຈົ້າໜ້າທີ່ຕຳຫຼວດເສດຖະກິດ ໃນທ້ອງຖິ່ນຂອງທ່ານ ເພື່ອດຳເນີນການແກ້ໄຂ.ເຊິ່ງແຈ້ງການສະບັບດັ່ງກ່າວນີ້ແມ່ນເຊັນແທນຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໂດຍທ່ານ ໄຊລືຊາ ຜຸຍຍະວົງ

ໃນຂະນະທີ່ກ່ອນໜ້ານີ້ ຄືວັນທີ 27 ເມສາ 2017 ທະນາຄານແຫ່ງ ສປປ ລາວ ກໍໄດ້ອອກແຈ້ງການເລກທີ 252/ຫກ ເລື່ອງ: ການເພິ່ມຄວາມມີສະຕິລະວັງຕົວເພື່ອຫຼີກລ້ຽງການຕົກເລ່ກົນການໂຄສະນາຊວນເຊື່ອກ່ຽວກັບການລະດົມເງິນຝາກ ແລະປ່ອຍສິນເຊື່ອທີ່ໄດ້ຮັບຜົນຕອບແທນສູງ ຂອງບັນດາບໍລິສັດແລະບຸກຄົນທີ່ບໍ່ຫວັງດີ. ອ່ານຂ່າວດັ່ງກ່າວຢູ່ລີ້ງນີ້: http://www.laopost.com/2017/05/09/89693

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...