spot_img
Homeຂ່າວຕ່າງປະເທດທູເຣຍ ພິດ ສາວ​ຖືກໄຟລວກຂຶ້ນໜ້າປົກວາລະສານດັງ ເປີດ​ນິຍາມ​ຄວາມ​ງາມ​ຄື​ຄວາມຫມັ້ນ​ໃຈ

ທູເຣຍ ພິດ ສາວ​ຖືກໄຟລວກຂຶ້ນໜ້າປົກວາລະສານດັງ ເປີດ​ນິຍາມ​ຄວາມ​ງາມ​ຄື​ຄວາມຫມັ້ນ​ໃຈ

Published on

          2_64

ວາລະ​ສານ ​ອົດສະຕາລີ ວູ​ເມັນ ວີ​ຄີ ຄວ້າ​ໂຕ ທູ​ເຣຍ ພິດ ສາວ ​ອົດສະຕາລີ   ອາຍຸ26 ປີ ຜູ້ລອດ​ຊີວິດ​ຈາກ​ໄຟ​ລວກ ​ພ້ອມ​ບາດແຜ​ໄໝ້​ເປັນ​ແປ້ວທົ່ວ​ຕາມຕົນໂຕມາ​ຂຶ້ນ​ປົກເປີດ​ນິ​ຍາມ​ໃໝ່ຄວາມ​ງາມ​ຄື​ຄວາມຫມັ້ນ​ໃຈ 

ເມື່ອ​ເວົ້າ​ເຖິງ​ວາລະ​ສານ​ສຳລັບ​ແມ່ຍິງ​ແລ້ວ ຫລາຍໆ ຄົນ​ຄົງ​ຄິດ​ເຖິງ​ຮູບໜ້າ​ປົກ​ຫນັງສື​ທີ່​ມີ​ດາ​ລາ​ສາວ​ງາມ​ມາ​ເອັກທ່າ​ງາມໆ ພ້ອມ​ຄຳ​ເວົ້າ​ເຖິງ​ວິທີ​ການ​ປິ່ນປົວ​ຄວາມ​ງາມ​ແລະ ​ຫຸ່ນ​ທີ່ດີແນ່ນອນ ນີ້​ຄື​ຄຳ​ນຳ​ທີ່​ເວັບ​ໄຊ ​ອີ​ອອນ​ລາຍ ແຫລ່ງ​ຂ່າວ​ບັນ​ເທີງ​​ໃນ   ​ອິນ​ເຕີ​ເນັດ ໄດ້​ຂຽນ​ເອົາ​ໄວ້​ເມື່ອ​ວັນທີ່ 25 ມິ​ຖຸ​ນາທີ່ຜ່ານມາ 2014 ເພື່ອ​ທີ່​ຈະ​ກ່າວເຖິງ​ວາລະສານ ອົດສະຕາລີ ວູ​ເມັນ ວີ​ຄີ ສະບັບ​ເດືອ​ນ ​ກໍລະກົດ ຊຶ່ງ​ປົກ​ນີ້​ໄດ້​ຄວ້າ​ຕົວ​ນາງ​ແບບ​ທີ່​ບໍ່​ມີ​ໃຜ​ຄາດ​ເຖິງ​ມາ​ກ່ອນ​ມາ​ລົງ​ປົກ ນາງ​ ທູ​ເຣຍ ພິດສາວ ​ອົດສະຕາລີ ​ອາຍຸ 26 ປີ ຜູ້ ລອດ​ຊີວິດ​ຈາກ​ການ​ຖືກ​ໄຟ​ລວກ​ມາ​ພ້ອມ​ດ້ວຍ​ຜິວ​ຫ່ຽວ​ແປ້ວ​ເກືອບ​ທັງ​ໂຕ

ທູ​ເຣຍ ຖືກ​ໄຟ​ລວກ ​ຈາກ​ເຫດການ​ໄຟ​ໄໝ້​ປ່າ​ໃນ​ຂະນະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລ່ນມາ​ລາ​ທອນ​ເມື່ອ 3 ປີ​ທີ່​ຜ່ານມາແລ້ວ ຮ່າງກາຍ​ຂອງ​ນາງ​ຖືກ​ໄຟ​ໄໝ້​ເສຍ​ຫາຍ​ໄປ​ເຖິງ 64% ແມ່ນແຕ່​ແພດ​ເອງ ​ກໍ​ບໍ່​ຄິດວ່າ​ ນາງ​ຈະ​ລອດ​ຊີວິດ​ມາ​ໄດ້ ແຕ່​ທີ່ສຸດ​ແລ້ວ  ທູ​ເຣຍ ​ກໍ​ຜ່ານ​ພົ້ນ​ມັນ​ມາໄດ້ ພ້ອມ​ກັບ​ບາດແຜ​ຈາກ​ໄຟ​ລວກ ​ທີ່​ເຮັດໃຫ້​ຜິວ​ແຫວແຫ້ງແປ້ວທົ່ວ​ຮ່າງກາຍ ຕະຫລອດ​ຈົນ​ຜິວ​ໜ້າ​ກໍ​ຖືກ​ທຳລາຍ​ເສຍ​ຫາຍ​ໄປ​ທັງ​ໝົດ ທູ​ເຣຍ ​ແລະ ​ພໍ່​ ຂອງ​ນາງຮູບຮ່າງ​ທີ່​ຄົນ​ອື່ນໆ ເບິ່ງ​ວ່າ​ໜ້າ​ລັງກຽດ​ບໍ່​ໄດ້​ເຮັດໃຫ້​ກຳ​ລັງ​ໃຈ​ໃນ​ການ​ໃຊ້​ຊີວິດ​ຂອງ​ນາງ​ຫລຸດລົງ​ແມ່ນແຕ່​ນ້ອຍດຽວ ​ຊ້ຳ​ບໍ່ໜໍ່ານາງ​ຍັງ​ເຜື່ອ​ແຜ່​ພະລັງ​ໃນ​ການ​ໃຊ້​ຊີວິດ​ໄປ​ໃຫ້​ຄົນ​ອື່ນໆ ດ້ວຍ ສາວ​ໃຈ​ແຂງແກ່ງ​ຄົນນີ້​ ຍັງ​ໄດ້​ຮ່ວມ​ແຂ່ງ​ມາ​ລາ​ທອນ​ ​ຖີບລົດຖີບ ລອຍນໍ້າ ແລະ ​ແລ່ນ​ຕະຫລອດ​ ບໍລິເວນ ​ກຳ​ແພງ​ເມືອງ​ຈີນ ເພື່ອ​ລະ​ດົມ​ທຶນ​ໃຫ້​ກັບ​ມູນ​ນິທິInterplasສຳຫລັບ​ ປັນ​ເງີນ​ໃຫ້​ແກ່​ຜູ້​ປ່ວຍ​ໃນ​ປະເທດ​ກຳ​ລັງ​ພັດທະນາ​ທີ່​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ປິ່ນປົວ​ດ້ວຍ​ການ​ສັນຍະ​ກຳ​ຊ່ອມ​ແຊມ
4_55

6_53

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...