spot_img
Homeຂ່າວຕ່າງປະເທດຕຳຫຼວດອັງກິດເຜີຍຊື່ມືວາງລະເບີດ ສະໜາມກິລາແມນເຊສເຕີ

ຕຳຫຼວດອັງກິດເຜີຍຊື່ມືວາງລະເບີດ ສະໜາມກິລາແມນເຊສເຕີ

Published on

ລັດຖະບານອັງກິດສົ່ງເຈົ້າໜ້າທີ່ທະຫານຕິດອາວຸດ ປະຈຳການຕາມຈຸດສຳຄັນໃນແຫລ່ງທ່ອງທ່ຽວ ແລະ ແຫຼ່ງຊຸມນຸມຕ່າງໆ ທົ່ວປະເທດ ຫຼັງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີ ສັ່ງຍົກລະດັບການເຝົ້າລະວັງໄພການກໍ່ການຮ້າຍຈາກລະດັບຮຸນແຮງເປັນລະດັບສູງສຸດ ເຊິ່ງເປັນຜົນມາຈາກເຫດລະເບີດກາງຄອນເສີດຂອງສີລະປິນຊື່ດັງຊາວອາເມລິກັນ ເມື່ອຄືນວັນຈັນທີ່ຜ່ານມາ ເຮັດໃຫ້ມີຄົນເສຍຊີວິດ 22 ຄົນ ແລະ ບາດເຈັບ 60 ຄົນ ຜູ້ນຳອັງກິດຍອມຮັບວ່າ ການຍົກລະດັບໃນເທື່ອນີ້ ເພື່ອກຽມຮັບມືການໂຈມຕີທີ່ອາດເກີດຂຶ້ນ ແລະ ເປັນການຄຸມເຂັ້ມ ກ່ອນການເລືອກຕັ້ງທົ່ວໄປຂອງຊາວອັງກິດ ໃນວັນທີ 8 ມິຖຸນາ 2017 ທີ່ຈະມາຮອດນີ້.

ສ່ວນຄວບຄືບໜ້າເຫດລະເບີດ ຕຳຫຼວດເຜີຍຊື່ ແລະ ປະຫວັດມືລະເບີດແລ້ວ ແມ່ນ ທ້າວ ຊັລມານ ອະເບດີ ໄວອາຍຸ 22 ປີ ຊາວອັງກິດ ເຊື້ອສາຍລີເບຍ ເປັນບຸກຄົນທີ່ມີລາຍຊື່ໃນກຸ່ມທີ່ເຈົ້າໜ້າທີ່ເຝົ້າລະວັງການກໍ່ການຮ້າຍ ໂດຍເຂົາໄດ້ລົງມືກໍ່ເຫດ ດ້ວຍການນຳລະເບີດໃສ່ໃນກະເປົາເດີນທາງ ກ່ອນຈູດສະນວນບໍລິເວນຫ້ອງດ້ານນອກ ລະຫວ່າງທີ່ແຟນເພງກຳລັງທະຍອຍຍ່າງອອກສະໜາມ ຫຼັງຈົບຄອນເສີດ.
ຕອນນີ້ ເຈົ້າໜ້າທີ່ຍັງຢູ່ໃນລະຫວ່າງການຂະຫຍາຍຜົນວ່າຄົນຮ້າຍລົງມືພຽງຄົນດຽວ ຫຼື ມີຜູ່ຮ່ວມຂະບວນການ ຮວມເຖິງຈະກວດສອບຢ່າງລະອຽດວ່າກຸ່ມໄອເອສຢູ່ເບື້ອງຫຼັງເຫດການດັ່ງກ່າວນີ້ ຫຼື ບໍ່ ສ່ວນບັນຍາກາດໃນອັງກິດຍັງມີປະຊາຊົນຈຳນວນຫຼາຍມາຮວມໄວ້ອາໄລຕໍ່ຜູ່ສູນເສຍຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...