Home​ຂ່າວບັນເທິງພະນາງ ພ້ອມທີມງານລະຄອນ "ແຕ່ປາງກ່ອນ" ເດີນທາງມາທ່ຽວຫຼວງພຣະບາງ

ພະນາງ ພ້ອມທີມງານລະຄອນ “ແຕ່ປາງກ່ອນ” ເດີນທາງມາທ່ຽວຫຼວງພຣະບາງ

Published on

ເມື່ອວັນທີ 17 ພຶດສະພາ 2017 ທີ່ຜ່ານມາ “ວິວ ວັນນະຣົດ” ຮັບບົດເປັນເຈົ້ານາງ ມ່ານແກ້ວ ແລະ “ສົນ ຍຸກສົນ” ທີ່ຮັບບົດເປັນ ທ່ານ ຊາຍ ພ້ອມທີມງານລະຄອນໄດ້ເດີນທາງມາທ່ຽວ ເມືອງ ຫຼວງພະບາງ ສປປລາວ ຖິ່ນຖານບ້ານເກີດຂອງເຈົ້ານາງ ມ່ານແກ້ວ ຍິງຄົນຮັກຂອງທ່ານ ຊາຍ ເຊິ່ງເປັນຕຳນານຄວາມຮັກທີ່ສຸດແສນໂຣແມນຕິກຂອງສອງຝັ່ງຂອງໃນສະໃໝກ່ອນ

ຄູ່ພະນາງ ທັງນາງເອກສາວ ວິວ ແລະ ພະເອກບ່າວ ສົນ ເບິ່ງຈາກໃນຮູບພາບທີ່ອັບລົງ IG ແລ້ວທັງຄູ່ມີສີໜ້າທີ່ມີຄວາມສຸກກັບການມາທ່ຽວພັກຜ່ອນໃນເທື່ອນີ້ ນອກຈາກນັ້ນພວກເຂົາຍັງໄດ້ໄປເລາະທີ່ຕະຫຼາດຫຼວງພະບາງ ແລະ ຍັງເລາະຊຶມອາຫານ ແຖມຍັງເອີ່ຍປາກຍ້ອງວ່າອາຫານທີ່ຫຼວງພະບາງນີ້ແຊບອີກດ້ວຍ ແລະ ຍັງຍ່າງຂຶ້ນຊົມພະທາດພູສີ ແລະ ແຫລ່ງທ່ອງທ່ຽວອື່ນໆໃນຕົວເມືອງຫຼວງພະບາງ ຍ້ອນທັງທີມງານ ແລະ ຄູ່ພະນາງກໍ່ເປັນຄົນສະບາຍສະບາຍ ອັດຖະຍາໃສດີ ຈິ່ງເຮັດໃຫ້ບໍ່ວ່າໄປທາງໃດຊາວຫຼວງພະບາງກໍ່ໃຫ້ການຕ້ອນຮັບເປັນຢ່າງດີ ສຳລັບແຜນການທ່ຽວຕອນນີ້ຍັງບໍ່ທັນໄດ້ຮັບການເປີດເຜີຍແນ່ນອນ ເອົາເປັນວ່າຖ້າມີຂ່າວຄາວຂອງທັງຄູ່ຄືບໜ້າໄປແນວໃດນັ້ນ ແອັດຈະມາລາຍງານໃຫ້ຊາບເປັນໄລຍະ.

ເຊິ່ງລະຄອນ ແຕ່ປາງກ່ອນ ແມ່ນອອກອາກາດ ທຸກວັນພຸດ-ພະຫັດ ເວລາ 20:00 ໂມງ, ທາງຊ່ອງ ONE 31 ເຊິ່ງປັດຈຸບັນກໍ່ກ້າວເຂົ້າພາກທີ 3 ແລ້ວ ພະເອກກັບນາງເອກຈະໄດ້ກັບມາພົບກັນອີກຄັ້ງ ເລື່ອງລາວກຳລັງເຂັ້ມຂຸ້ນກໍ່ລອງຕິດຕາມກັນເບິ່ງ

ຮູບພາບປະກອບຈາກ: kate_sonthichai/.instagram.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...