spot_img
Homeຂ່າວເຫດການກະຊວງ ຖວທ ເປັນເຈົ້າພາບກອງປະຊຸມ ກ່ຽວກັບການທ່ອງທ່ຽວ ບັນດາປະເທດລຸ່ມແມ່ນໍ້າຂອງ

ກະຊວງ ຖວທ ເປັນເຈົ້າພາບກອງປະຊຸມ ກ່ຽວກັບການທ່ອງທ່ຽວ ບັນດາປະເທດລຸ່ມແມ່ນໍ້າຂອງ

Published on

ກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສຳມະນາລະດັບພາກພື້ນ ບັນດາປະເທດລຸ່ມແມ່ນໍ້າຂອງ ຫຼື CLMV+T ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ ເມື່ອວັນທີ 3 ພຶດສະພາ 2017 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມິຊາເອວ ເກຣົາ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະຜູ້ແທນກອງປະຊຸມຈາກບັນດາປະເທດ CLMV+Thai.

ທ່ານ ສະຫວັນຄອນ ຣາຊມົນຕຣີ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ໂດຍເນື້ອໃນບາງຕອນທ່ານກ່າວວ່າ ບັນດາປະເທດ ກູປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ ແມ່ນມີທ່າແຮງທາງດ້ານການທ່ອງທ່ຽວ ເພາະມີແຫຼ່ງທ່ອງທ່ຽວຢ່າງອຸດົມສົມບູນ ທັງປະຫວັດສາດ, ວັດທະນະທຳ ແລະທຳມະຊາດ ໃນແຕ່ລະປີມີນັກທ່ອງທ່ຽວຈາກທົ່ວໂລກເດິນທາງເຂົ້າມາທ່ອງທ່ຽວໃນຂົງເຂດນີ້ຈຳນວນມະຫາສານ ໃນປີ 2016 ສະເພາະແຕ່ປະເທດລາວກໍມີນັກທ່ອງທ່ຽວເດິນທາງເຂົ້າມາທ່ອງທ່ຽວເຖິງ 4,200,000 ຄົນ ແລະສ້າງລາຍໄດ້ເຖິງ 724 ລ້ານໂດລາສະຫະລັດ.

ແນວໃດກໍຕາມ, ວຽກງານດັ່ງກ່າວນີ້ ຍັງຈຳເປັນຕ້ອງໄດ້ຮັບການຮ່ວມມືລະຫວ່າງ 5 ປະເທດ ແລະຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຈາກພາກເອກະຊົນ ຈຶ່ງຈະເຮັດໃຫ້ວຽກງານນີ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ
ທ່ານ ມີຊາເອວ ເກຣົາ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...