Homeຊີວິດແລະຄວາມຮັກສາເຫດທີ່ຜູ້ຍິງນອກໃຈຜູ້ຊາຍ

ສາເຫດທີ່ຜູ້ຍິງນອກໃຈຜູ້ຊາຍ

Published on

ຂຶ້ນຊື່ວ່າ ຜູ້ຍິງ ສ່ວນຫຼາຍເປັນຄົນທີ່ ມີຄວາມຮັກໝັ້ນຄົງ, ຖ້າຮັກໃຜແລ້ວ ກໍຈະຮັກຄົນນັ້ນຄົນດຽວ ບໍ່ນອກໃຈ, ແຕ່ຖ້າຜູ້ຍິງຫາກວ່າ ໃຫ້ຜູ້ຍິງໄດ້ຮູ້ວ່າແຟນຂອງຄົນນັ້ນບໍ່ໃຫ້ກຽດກັນ, ແອບນອກໃຈກັນ ຈະເຮັດໃຫ້ຜູ້ຍິງ ໝົດກຳລັງໃຈທີ່ຈະສູ້ອິກຕໍ່ໄປ ເລີຍເຮັດໃຫ້ຜູ້ຍິງນອກໃຈ ຫຼືອາດໝົດຮັກຜູ້ຊາຍຄົນນັ້ນເລີຍກໍວ່າໄດ້ ແລະສາເຫດອີກຢ່າງໜຶ່ງທີ່ຜູ້ຍິງນອກໃຈຜູ້ຊາຍນັ້ນມີຄື:

  1. ເພາະສາມີ ຫຼືແຟນ ບໍ່ມີເຫດຜົນ ວາງໂຕເອງເປັນໃຫຍ່ ຈິກຫົວໃຊ້ ເຖິງແມ່ນຈະໃຊ້ເງິນຄົນລະກະເປົາ
  2. ຜູ້ຍິງສ່ວນຫຼາຍ ກໍມີວຽກເຮັດທີ່ໝັ້ນຄົງຄືກັບຜູ້ຊາຍ ແຕ່ກັບມາເຮືອນກັບໄດ້ເຮັດວຽກເຮືອນຄົນດຽ
  3. ເວລາຜູ້ຍິງມີລູກ ໃນມື້ພັກຜ່ອນ ເສົາອາທິດຜົວກັບໄປສັງສັນກັບໝູ່ເພື່ອນ ແທນທີ່ຈະຊ່ວຍເມຍຢູ່ເຮືອນ ກັບປະໃຫ້ເມຍເຮັດວຽກຄົນດຽວ, ນອກຈາກເຮັດວຽກເຮືອນແລ້ວ ຍັງຕ້ອງໄດ້ດູແລລູກອີກ
  4. ຜູ້ຍິງມີພາລະທີ່ຫຼາຍຂຶ້ນ ແຕ່ບໍ່ມີຄົນຊ່ວຍແບ່ງເບົາ, ເມື່ອຍທີ່ຕ້ອງໄດ້ເຮັດວຽກເຮືອນຄົນດຽວ ແຕ່ສາມີກັບນອນເບິ່ງໂທລະພາບ ມັນເຮັດໃຫ້ຜູ້ຍິງເມື່ອຍ ແລະຫງຸດຫງິດແລ້ວກໍໃຈຮ້າຍຂຶ້ນ ແລະກໍຜິຖຽງກັນເກີດຂຶ້ນ
  5. ເງິນທີ່ສາມີຫາມາໄດ້ໃຫ້ເມຍ, ເມຍກໍຈະເອົາມາຈ່າຍຄ່າເຮືອນ ຄ່າລົດ ແຕ່ຄ່າອາຫານ ແລະເງິນໄປເຮັດວຽກແຕ່ລະມື້ ເມຍກໍເອົາໃຫ້
  6. ສາມີ ຫຼືແຟນ ບໍ່ເຄີຍເຫັນຄ່າໃນສິ່ງທີ່ຕົວເອງເຮັດ ເມຍຊັກເຄື່ອງ ລີດເຄື່ອງໃຫ້, ຫາເຂົ້າປາອາຫານມາໃຫ້ກິນ, ນໍ້າເຢັນໆມາໃຫ້ກິນ ແຕ່ຄົນເປັນຜົວບໍ່ເຄີຍເວົ້າຂອບໃຈໃນສິ່ງທີ່ເມຍຕັ້ງໃຈເຮັດໃຫ້ ເຊິ່ງຜູ້ຍິງກໍບໍ່ຄິດຈະທວງບຸນຄຸນ ແຕ່ບໍ່ຢາກໃຫ້ຄິດວ່າເປັນໜ້າທີ່ຂອງຜູ້ເປັນເມຍ

 

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...