Homeຊີວິດແລະຄວາມຮັກ5 ບັນຫາທີ່ຄູ່ແຕ່ງງານມັກພົບຕະຫຼອດ

5 ບັນຫາທີ່ຄູ່ແຕ່ງງານມັກພົບຕະຫຼອດ

Published on

ເປັນເລື່ອງປົກກະຕິທີ່ຄູ່ແຕ່ງງານ ຈະຕ້ອງພົບບັນຫາທີ່ໄດ້ຜິດຖຽງກັນ ເພາະການທີ່ຄົນສອງຄົນມາຈາກຕ່າງຄອບຄົວ ຕ່າງພໍ່ແມ່ ມາອາໄສຮ່ວມກັນ ຍ່ອມບໍ່ແມ່ນເລື່ອງງ່າຍ ຊ່ວງທຳອິດຂອງຊີວິດແຕ່ງງານ ຈຶ່ງເປັນເລື່ອງຂອງການປັບຕົວເຂົ້າຫາກັນ, ມື້ນີ້ເຮົາຈະມາຮູ້ຈັກກ່ຽວກັບບັນຫາ ທີ່ຄູ່ແຕ່ງງານທຸກຄູ່ຕ້ອງພົບຕະຫຼອດ ເພື່ອປ້ອງກັນບໍ່ໃຫ້ຊີວິດຄູ່ຂອງຕົວເອງຕ້ອງພົບກັບບັນຫາ

  1. ເລື່ອງເງິນ: ເປັນເລື່ອງທີ່ສ້າງບັນຫາ ໃຫ້ກັບຄູ່ຮັກເປັນອັນດັບຕົ້ນໆ ສ່ວນຫຼາຍເກີດຈາກການໃຊ້ຈ່າຍທີ່ບໍ່ກົງກັນ ໂດຍສະເພາະບັນຫາໜີ້ສິນຂອງອີກຝ່າຍ ເຊິ່ງເຮັດໃຫ້ຫຼາຍຄູ່ເຖິງຂັ້ນຜິດກັນ ແລະຢ່າຮ້າງກັນໄປ, ດັ່ງນັ້ນ ກ່ອນແຕ່ງງານ ເຈົ້າແລະແຟນຄວນມີການຕົກລົງເລື່ອງການບໍລິຫານເງິນຢ່າງຊັດເຈນ ເພື່ອບໍ່ໃຫ້ເກີດບັນຫາ
  2. ການຫຶງຫວງ: ມັກເກີດຈາກການບໍ່ເຊື່ອໃຈກັນ, ຄວາມຮູ້ສຶກບໍ່ໝັ້ນຄົງ ທາງຄວາມຮູ້ສຶກ
  3. ເລື່ອງຄອບຄົວຂອງອີກຝ່າຍ: ບັນຫານີ້ເປັນບັນຫາທີ່ຍາວນານ ອາດຈະເກັບມາດົນຕັ້ງແຕ່ບໍ່ທັນແຕ່ງງານ ສ່ວນຫຼາຍແລ້ວ ມັກເປັນເລື່ອງຂອງຄວາມເຂົ້າກັນບໍ່ໄດ້ ຫຼືບໍ່ກໍ່ຄອບຄົວຂອງອີກຝ່າຍເຂົ້າມາຫຍຸ້ງກ່ຽວຊີວິດສ່ວນຕົວຂອງຄອບຄົວຫຼາຍເກີນໄປ
  4. ເລື່ອງວຽກເຮືອນ: ຜູ້ຊາຍຫຼາຍຄົນ ມັກຄິດວ່າວຽກເຮືອນ ເປັນໜ້າທີ່ຂອງຜູ້ຍິງ ແລະເອົາໜ້າທີ່ດັ່າງກ່າວໄປໃຫ້ຜູ້ຍິງ, ໃຜທີ່ບໍ່ເຄີຍເຮັດວຽກເຮືອນ ຮັບຮອງຕ້ອງບໍ່ຮູ້ເຖິງຄວາມອິດເມື່ອຍ ດັ່ງນັ້ນລອງຫັນມາເຮັດຊ່ວຍກັນ ຫຼືຕົກລົງກັນດີກວ່າວ່າ ໃຜຈະຮັບຜິດຊອບຫຍັງ ແລະສິ່ງໃດທີ່ຈະຊ່ວຍກັນເຮັດ ແບບນີ້ດີກວ່າກັນຫຼາຍ
  5. ເລື່ອງຄວາມຕຶງຄຽດ: ເລື່ອງນີ້ ເປັນເລື່ອງໃກ້ຕົວທີ່ບໍ່ຄວນປະມາດ ຫຼາຍຄູ່ມີຄວາມຕຶງຄຽດສະສົມແບບບໍ່ຮູ້ຕົວ ຈາກນັ້ນກັບມາກໍມາໃຊ້ອາລົມກັບອີກຄົນແລ້ວ, ທຳອິດອີກຝ່າຍອາດທົນໄດ້ ແຕ່ບໍ່ມີໃຜທີ່ຈະທົນໄດ້ແບບນີ້ຕະຫຼອດໄປ ຖ້າເຈົ້າທັງສອງບໍ່ຮູ້ຈັກການປັບຕົວ ແລະປັບອາລົມໃຫ້ຖືກຈຸດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...