Homeຂ່າວເຫດການທູດລາວປະຈຳເກົາຫຼີໃຕ້ ອອກແຈ້ງການເລື່ອງ: ສະຖານະການເຄັ່ງຕຶງໃນແຫຼມເກົາຫຼີ

ທູດລາວປະຈຳເກົາຫຼີໃຕ້ ອອກແຈ້ງການເລື່ອງ: ສະຖານະການເຄັ່ງຕຶງໃນແຫຼມເກົາຫຼີ

Published on

ເມື່ອວັນທີ 15 ເມສາ 2017 ທີ່ຜ່ານມາ ສະຖານເອກອັກຄະລັດຖະທູດລາວປະຈຳ ນະຄອນຫຼວງເຊອູນ ປະເທດ ສາທາລະນະລັດເກົາຫຼີ ໄດ້ອອກແຈ້ງການເຖິງ ສະມາຄົມນັກສຶກສາລາວແລະປະຊາຊົນລາວທີ່ອາໄສຢູ່ ສ. ເກົາຫຼີ ເລື່ອງ: ສະຖານະການຄວາມເຄັ່ງຕຶງໃນແຫຼມເກົາຫຼີ.

ເນື້ອໃນແຈ້ງການລະບຸວ່າ ສະຖານເອກອັກຄະລັດຖະທູດລາວ ທີ່ເຊອູນ ຂໍຖືເປັນກຽດແຈ້ງມາຍັງ ສະມາຄົມນັກສຶກສາລາວ ແລະປະຊາຊົນລາວທີ່ອາໄສຢູ່ ສ.ເກົາຫຼີ ຊາບວ່າ: ອີງຕາມສະຖານະການຄວາມເຄັ່ງຕຶງໃນແຫຼມເກົາຫຼີໃນປັດຈຸບັນ, ສະຖານທູດໄດ້ຕິດຕາມສະຖານະການຢ່າງໃກ້ຊິດ ແລະປະສານສົມທົບກັບເຈົ້າໜ້າທີ່ຂອງ ສ.ເກົາຫຼີ ກ່ຽວກັບຄວາມເປັນໄປໄດ້ໃນການເກີດສົງຄາມຢູ່ແຫຼມເກົາຫຼີນັ້ນ, ຕາມທັດສະນະຂອງເຈົ້າໜ້າທີ່ແລະບັນດານັກການເມືອງຂອງ ສ.ເກົາຫຼີ ໄດ້ຕີລາຄາວ່າ ຄວາມເປັນໄປໄດ້ໃນການເກີດສົງຄາມໃນພາກພື້ນແຫຼມເກົາຫຼີແມ່ນມີໜ້ອຍທີ່ສຸດ.

ດັ່ງນັ້ນ, ສະຖານທູດຈຶ່ງຮຽກຮ້ອງມາຍັງນັກສຶກສາ ແລະປະຊາຊົນລາວທຸກຄົນ ທີ່ຢູ່ ສ.ເກົາຫຼີ ໃຫ້ພາກັນອຸ່ນອຽນທຸ່ນທ່ຽງ, ມີສະຕິ, ບໍ່ໃຫ້ແຕກຕື່ນຈົນເກີນໄປ ແລະຕັ້ງໃຈປະຕິບັດໜ້າທີ່ຂອງຕົນເປັນປົກກະຕິ. ເຖິງຢ່າງໃດກໍຕາມ ຖ້າຫາກມີເຫດການຫຍັງທີ່ບໍ່ຄາດຄິດເກີດຂຶ້ນ ສະຖານທູດຈະແຈ້ງໃຫ້ທຸກຄົນຊາບໃນເວລາອັນຮີບດ່ວນ, ພ້ອມກັນນີ້ກໍໃຫ້ພາກັນຕິດຕາມສະຖານະການ ກ່ຽວກັບບັນຫາດັ່ງກ່າວຢ່າງໃກ້ຊິດ ແລະຢ່າງມີສະຕິ ເພາະມີບາງແຫຼ່ງຂ່າວອາດຈະນຳສະເໜີຂ່າວທີ່ມີລັກສະນະເກີນຄວາມເປັນຈິງ ເພື່ອຮຽກຮ້ອງຄວາມສົນໃຈຈາກຜູ້ອ່ານ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...