spot_img
Homeຊີວິດແລະຄວາມຮັກເລື່ອງຈິງຂອງຄວາມຮັກ ທີ່ທຸກຄູ່ຕ້ອງຜ່ານມາແນ່ນອນ

ເລື່ອງຈິງຂອງຄວາມຮັກ ທີ່ທຸກຄູ່ຕ້ອງຜ່ານມາແນ່ນອນ

Published on

ຄວາມຮັກມີຫຼາຍແບບ ມີຂັ້ນຕອນຄືກັນ ບໍ່ແມ່ນວ່າພົບກັນມື້ທຳອິດຈະຮັກກັນ ແລະຢູ່ດ້ວຍກັນໄປຕະຫຼອດຊີວິດ ເວລາກັບຄວາມສຳພັນກ່ຽວຂ້ອງກັນຢ່າງຊັດເຈນ ຖ້າຄູ່ໃດຫາກຄົບກັນມາດົນກວ່າ 10 ປີ ຮັບຮອງວ່າຕ້ອງເຄີຍຜ່ານ 6 ຂັ້ນຕອນຂອງຄວາມຮັກ ເຫຼົ່ານາີ້ມາແລ້ວຢ່າງແນ່ນອນ ແຕ່ຖ້າໃຜຫາກເລີ່ມຄົບກັນ ກໍລອງມາເຊັກເບິ່ງວ່າຕົວເອງຢູ່ຂັ້ນໃດແລ້ວ ແລະພ້ອມກັບຂັ້ນຕໍ່ໄປແລ້ວ ຫຼືຍັງ?

  1. ເລົ່າເລື່ອງເຂົາໃຫ້ເພື່ອນຂອງຕົວເອງຟັງ: ທຳອິດທີ່ຄົບກັນ ເຈົ້າອາດຢູ່ກັບຄວາມຮູ້ສຶກຕົວເອງຫຼາຍທີ່ສຸດ ແຕ່ເມື່ອມີເລື່ອງກັງວົນໃຈ ຫຼືຕ້ອງການທີ່ປຶກສາ ຄົນທຳອິດທີ່ຄິດເຖິງຄືໝູ່ເພື່ອນ, ເຈົ້າຈະເລີ່ມເອົາເລື່ອງຂອງແຟນເຂົ້າມາສົນທະນາ ແລະເລີ່ມຮູ້ສຶກວ່າຕົວເອງມີເວລາໃຫ້ໝູ່ເພື່ອນໜ້ອຍລົງ ບາງທີຢາກພົບເພື່ອນແຕ່ຊ່ວງເວລາຕອນສວາຍ ຫຼືຊ່ວງເວລາສັ້ນໆໃນຕອນກາງຄືນເທົ່ານັ້ນ ເຊິ່ງຊ່ວງນີ້ລະຈະເຮັດໃຫ້ໝູ່ເພື່ອນນ້ອຍໃຈ
  2. ຢາກໄປພົບພໍ່ແມ່ຂອງເຂົາ: ການພົບພໍ່ແມ່ຂອງອີກຝ່າຍ ຖືເປັນເລື່ອງໃຫຍ່ຂອງຄວາມສຳພັນ ເພາະເປັນຂັ້ນທີ່ເລີ່ມຈະຈິງຈັງກັບອີກຝ່າຍຢ່າງເຕັມທີ່ ເຊິ່ງຂັ້ນນີ້ ເປັນຕົວຊີ້ວັດອະນາຄົດຄວາມສຳພັນ
  3. ຂ້ອຍຮັກເຈົ້າ: ໃນທີ່ນີ້ ບໍ່ໄດ້ໝາຍເຖິງການບອກຮັກວ່າ ຂ້ອຍຮັກເຈົ້າ ແຕ່ໝາຍເຖິງຂັ້ນທີ່ເຈົ້າຮູ້ສຶກແທ້ໆວ່າ ຮັກກັນ ບໍ່ແມ່ນພຽງແຕ່ຄວາມມັກເທົ່ານັ້ນ ແຕ່ເປັນການເຂົ້າໃຈກັນ ແລະກັນ ແລະພ້ອມທີ່ຈະຍົກໂທດໃຫ້ກັນ ແລະກັນ ອົດທົນໃນເລື່ອງທີ່ບໍ່ພໍໃຈ ແລະຜ່ານເລື່ອງຮ້າຍແຮງຕ່າງໆນຳກັນ
  4. ສາມາດບອກແຟນໄດ້ວ່າ ເຈົ້າບໍ່ມັກຫຍັງ: ທຳອິດທີ່ຄົບກັນ ສາວໆຈະເຮັດຫຍັງກໍຖືກໄປໝົດ ແຕ່ເມື່ອຜ່ານຊ່ວງເວລາ 9 ເດືອນໄປ ທີ່ພວກເຈົ້າທັງສອງ ຮຽນຮູ້ທຸກຢ່າງໃນຊີວິດຂອງກັນ ແລະກັນ, ຈາກນັ້ນກໍຈະເຂົ້າສູ່ຂັ້ນທີ່ເປັນຕົວເອງ ແລະເລີ່ມມີຄວາມອົດທົນຕໍ່ລົງ ແລະຄ່ອຍໆເຜີຍຄວາມເປັນຕົວເອງອອກມາ ອາດຈະມີຜິດຖຽງກັນ ເລີ່ມເວົ້າຄວາມຈິງອອກມາ ເຊິ່ງຂັ້ນນີ້ທັງສອງຄົນຕ້ອງມີຄວາມເຂົ້າໃຈກັນໃຫ້ຫຼາຍ ແລະເປີດຮັບສິ່ງທີ່ອີກຝ່າຍ ການສື່ສານຈຶ່ງສຳຄັນຫຼາຍທີ່ສຸດ
  5. ເຈົ້າຕ້ອງການຫຍັງ: ຫຼັງຈາກ 1 ປີຜ່ານໄປ ຫຼືຄົບກັນຫຼາຍກວ່າ 1 ປີ ເຈົ້າທັງສອງເລີ່ມເບິ່ງອະນາຄົດຮ່ວມກັນເຊັ່ນ: ການຍ້າຍເຂົ້າມາຢູ່ຮ່ວມກັນ, ການແຕ່ງງານ, ຄອບຄົວ ຂັ້ນນີ້ຈະເປັນຂັ້ນທີ່ນຳໄປສູ່ຄວາມສຳພັນໄລຍະຍາວ ອາດຈະລອດ ຫຼືບໍ່ລອດຈະເປັນຊ່ວງນີ້ ເຊິ່ງຊ່ວງນີ້ຈະເປັນຊ່ວງທີ່ບໍ່ເວົ້າຈາຫວານ ແຕ່ເປັນຊ່ວງທີ່ຈະເດີນໜ້າເພື່ອຄອບຄົວຢ່າງແທ້ຈິງ
  6. ບໍ່ແມ່ນຈະເກີດຫຍັງຂຶ້ນ ຂ້ອຍຮັກເຈົ້າຄືເກົ່າ: ຂັ້ນຕອນສຸດທ້າຍຂອງຄວາມສຳພັນ ຖ້າເຈົ້າເຖິງຈຸດນີ້ແລ້ວ ໝາຍຄວາມວ່າ ຄວາມຮັກຂອງເຈົ້າສົມບູນຄື ເຖິງແມ່ນວ່າຈະມີອຸປະສັກຫຍັງເຂົ້າມາ, ຄວາມອິດເມື່ອຍຈາກການມີລູກ, ການເບິ່ງແຍງຄອບຄົວ, ບັນຫາເລື່ອງວຽກ ແຕ່ເຈົ້າກໍເລືອກເຂົາເຂົ້າມາໃນຊີວິດ, ການຄົບກັນດົນໆ ບໍ່ແມ່ນເລື່ອງງ່າຍ ສັງເກດໄດ້ຈາກສະຖິຕິຄົນຢ່າຮ້າງກັນເພີ່ມຂຶ້ນ, ຖ້າເຈົ້າສາມາດມາເຖິງຈຸດນີ້ໄດ້ ແລະພ້ອມທີ່ຈະຈັບມືກັນໄປພ້ອມໆກັນ ກໍຈົ່ງບອກຮັກກັນຕະຫຼອດ ແລະສະແດງຄວາມຮັກ, ຫ້າມປ່ອຍມືຄົນຮັກຂອງທ່ານເດັດຂາດ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...