spot_img
Homeຂ່າວຕ່າງປະເທດກຸ່ມໄອເອສອ້າງ ຢູ່ເບື້ອງຫຼັງເຫດລະເບີດ "ໂບສ" 2 ແຫ່ງໃນອີຢິບ

ກຸ່ມໄອເອສອ້າງ ຢູ່ເບື້ອງຫຼັງເຫດລະເບີດ “ໂບສ” 2 ແຫ່ງໃນອີຢິບ

Published on

ສຳນັກຂ່າວຣອຍເຕີລາຍງານວ່າ ເມື່ອວັນທີ 9 ເມສາ 2017 ທີ່ຜ່ານມາ ກຸ່ມກອງກຳລັງລັດອິສລາມ ຫຼື ໄອເອສ ໄດ້ອອກມາອ້າງວ່າເປັນຜູ້ຢູ່ເບື້ອງຫຼັງເຫດລະເບີດໂບສສອງແຫ່ງໃນອິຢິບທີ່ເກີດຂຶ້ນໃນວັນດຽວກັນ ແລະ ເຮັດໃຫ້ມີຜູ້ເສຍຊີວິິດຮ່ວມທັງໝົດ ຢ່າງໜ້ອຍ 36 ຄົນ ບາດເຈັບນັບຮ້ອຍຄົນ

ກະຊວງສາທາລະນະສຸກອີຢິບແຈ້ງວ່າ ເຫດລະເບີດຄັ້ງທຳອິດເກີດຂຶ້ນທີ່ໂບສ ຄອບຕິກໃນເມືອງທັນດາ ຫ່າງຈາກນະຄອນຫຼວງ ໄຄໂລບໍ່ເຖິງ 100 ກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ ບາດເຈັບອີກ 78 ຄົນ, ສ່ວນລະເບີດລູກທີສອງເກີດຂຶ້ນໃນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ທີ່ໂບສຄອບຕິກ ໃນເມືອງອາເລັກຊານເຣຍ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ ເຊິ່ງໃນນັ້ນມີເຈົ້າໜ້າທີ່ຕຳຫຼວດ 3 ນາຍ ແລະ ມີຜູ້ບາດເຈັບ 35 ຄົນ ໂດຍແຮງຂອງລະເບີດຍັງທຳລາຍບັນລັງປະຫວັດສາດຂອງສົມເດັດພຣະສັນຕະປາປາແຫ່ງຄອບຕິກອີກດ້ວຍ

ແຫລ່ງຂ່າວລະບຸອີກວ່າ ໃນຂະນະທີ່ເກີດເຫດທີໂບສໃນເມືອງ ອາເລັກຊານເດຣຍ ສົມເດັດພຣະສັນຕະປາປາທາວາດຣອສ ປະມຸກແຫ່ງນິຫາຍແຫ່ງຄອບຕິກ ຮວມປະກອບພິທີຢູ່ໃນວິຫານເຊນມາຣ ແຕ່ບໍ່ໄດ້ຮັບອັນຕະລາຍ

ໂດຍສຳນັກຂ່າວອາມັດ ຂອງກຸ່ມໄອເອສລາຍງານວ່າ ກຸ່ມໄອເອສເປັນຜູ້ກໍ່ເຫດໂຈມຕີໂບສໃນເມືອງທັນທາ ແລະ ອາເລັກຊານເດຣຍຂອງອີຢິບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...