spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 13

ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 13

Published on

ຕອນທີ 13 ຮູ້ຢູ່ແກ່ໃຈ

ນາຍນ້ອຍເອກຮູ້ສຶກອຶດອັດໃຈ ເມື່ອຢຸ້ຍເຂົ້າມາວຸ້ນວາຍກັບຕົນເອງທີ່ບໍລິສັດຈົນເປັນສາເຫດເຮັດໃຫ້ຕົນບໍ່ມີສະມາທິເຮັດວຽກຈົນໄດ້ຂຶ້ນລົດກັບມາເຮືອນກ່ອນເວລາ ເມື່ອມາຮອກເຮືອນຫຼັງຈາກເອົາປື້ມບັນທຶກການຜະລິດເຂົ້າໄປໄວ້ໃນຫ້ອງນອນຂອງຕົນແລ້ວ ກໍ່ຟ້າວຍ່າງອອກຈາກຫ້ອງທັນທີ ມື້ນີ້ໂອກາດດີທີ່ແມ່ບໍ່ທັນຢູ່ເຮືອນ ນາຍນ້ອຍເອກຈິ່ງຟ້າວຍ່າງມຸ່ງໜ້າໄປທີ່ເຮືອນຄົວ ເພື່ອໄປຊອກຫາອາລີ້ ເອກຍ່າງໄປຫ້ອງຄົວ, ຫ້ອງຊັກຜ້າ, ຫ້ອງສະໝຸດ ແລະ ກໍ່ໄປເບິ່ງທີ່ເຮືອນຂອງໝານ້ອຍແຕ່ກໍ່ບໍ່ພົບ ເອກຈິ່ງຍ່າງໄປທີ່ເຮືອນພັກແມ່ບ້ານ ໄປຢືນເຄາະປະຕູຫ້ອງ 2-3 ເທື່ອປະຕູຫ້ອງກໍ່ເປີດອອກປະກົດວ່າຄົນທີ່ໄຂປະຕູອອກມານັ້ນບໍແມ່ນອາລີ້ ແຕ່ເປັນເອື້ອຍສອນ ດັ່ງນັ້ນນາຍນ້ອຍກໍ່ເລີຍເອີ່ຍຖາມເອື້ອຍສອນໄປວ່າ: “ເຈົ້າຢູ່ເຮືອນຄົນດຽວບໍ”

ເອື້ອຍສອນ: “ແມ່ນແລ້ວ! ເພາະອາລີ້ອອກໄປທາງນອກກັບເອື້ອຍຂອງລາວ! ນາຍນ້ອຍເອກມີຫຍັງບໍ ຫຼື ຕ້ອງການຫຍັງດຽວຂະນ້ອຍຈະໄປເຮັດໃຫ້”
ນາຍນ້ອຍເອກຕອບກັບໜ້ານິ້ງວ່າ: “ບໍ່ມີຫຍັງ” ແລ້ວກໍ່ຍ່າງຈາກໄປ

ນາຍນ້ອຍເອກກັບມາທີ່ຫ້ອງນອນເພື່ອຈະມາເປີດອ່ານບັນທຶກການຜະລິດຕັ້ງແຕ່ປັດຈຸບັນຍ້ອນກັບໄປ 1 ສິ່ງທີ່ສັງເກດເຫັນກໍ່ຄື ຊື່ຂອງຫົວໜ້າຝ່າຍການຕະຫຼາດທີ່ເຊັນສັ່ງຜະລິດອໍເດີ້ ບໍ່ແມ່ນຄົນເກົ່າ ເຊິິ່ງໝາຍຄວາມວ່ານັກການຕະຫຼາດຄົນເກົ່າທີ່ເຄີຍເຮັດວຽກກັບທາງບໍລິສັດມາດົນໄດ້ລາອອກເມື່ອ 6 ເດືອນກ່ອນ ແລະ ມີການຕະຫຼາດຄົນໃໝ່ ຊື່ “ແສງມະນີ” ຕະຫຼອດໄລຍະ 6 ເດືອນກໍ່ມີການສັ່ງຫ້ອງຜະລິດຜະລິດສິນຄ້າປົກກະຕິມີອໍເດີ້ບໍ່ຂາດຈັກເດືອນແຕ່ເປັນຫຍັງຍອດເງິນເຂົ້າບັນຊີບໍລິສັດເຖິງນ້ອຍກວ່າທີ່ຄວນຈະໄດ້ ນາຍນ້ອຍເອກສົງໃສວ່າມັນຈະກ່ຽວພັນກັບການທຸດຈະລິດຂອງພະນັກງານການຕະຫຼາດ, ການເງິນ-ການບັນຊີ ໃນບໍລິສັດ ຫຼື ບໍ່? ເມື່ອຄິດໄດ້ກໍ່ຟ້າວຈັບໂທລະສັບຂຶ້ນມາໂທໄປຫາເອື້ອຍ ເພື່ອຫາໃຫ້ເອື້ອຍຝາກບົດລາຍງານທີ່ຕົນເອງອ່ານເຊົ້ານີ້ທັງຂອງບັນຊີ ແລະ ການຕະຫຼາດມາໃຫ້ຕົນເອງອ່ານອີກຄັ້ງຢ່າງລະອຽດທີ່ເຮືອນ.

ມາດາມ ລິນດາ ກັບມາຈາກຫ້ອງການ ກໍ່ໃຫ້ເອື້ອຍສອນເອົາປຶ້ມບົດລາຍງານທັງໝົດ 12 ຫົວທີ່ວາງຢູ່ທ້າຍລົດຍ່າງນຳຫຼັງຕົນຂຶ້ນໄປຫ້ອງນາຍນ້ອຍເອກ ມາດາມລິນດາ ໄຂປະຕູຫ້ອງນອນລູກຊາຍຍ່າງເຂົ້າໄປໃນຫ້ອງໂດຍມີເອື້ອຍສອນຫອບປື້ມລາຍງານຍ່າງນຳຫຼັງຕິດໆ ເມື່ອເຂົ້າໄປໃນຫ້ອງນອນແລ້ວ ເອື້ອຍສອນກໍ່ວາງປື້ມບົດລາຍງານທັງ ໝົດລົງໜ້າໂຕະ ແລ້ວກໍ່ຟ້າວຍ່າງອອກຈາກຫ້ອງທັນທີ ເພາະຈະປ່ອຍໃຫ້ສອງແມ່ລູກໄດ້ສົນທະນາກັນ

ນາຍນ້ອຍເອກນອນຢຽດເອນກາຍຫຼັບຕາຢູ່ເທິງຕຽງນອນ ຫູທັງສອງໃສ່ຫູຟັງເປີດເພງສຽງດັງຈນົບໍ່ຮູ້ວ່າມີຄົນເຂົ້າມາໃນຫ້ອງ ມາດາມ ລິນດາ ຍ່າງມານັ່ງລົງທີ່ຕຽງແລ້ວດຶງສາຍຫູຟັງອອກຈາກຫູລູກຊາຍ ນາຍນ້ອຍເອກແນມເບິ່ງໜ້າແມ່ດ້ວຍສີໜ້າຕົກໃຈເລັກໜ້ອຍ

ມາດາມ ລິນດາ: “ຕົກໃຈຫວາລູກຄືເຮັດໜ້າແບບນັ້ນ”
ນາຍນ້ອຍເອກ: “ໜ້ອຍໜຶ່ງ” ລຸກນັ່ງເວົ້າກັບແມ່ຕໍ່ “ແມ່ເຂົ້າມາໃນຫ້ອງລູກ ແມ່ມີຫຍັງຈະເວົ້າບໍ”
ມາດາມ ລິນດາ: “ເອກ! ແມ່ຮູ້ວ່າລູກຄິດຫຍັງຢູ່ໃນໃຈຕອນນີ້! ມື້ນີ້ຢຸ້ຍໄປຫາລູກຢູ່ຫ້ອງການ! ຢູ່ກັບລູກໝົດມື້ແຕ່ນາງກໍ່ບໍ່ໄດ້ຮັບການດູແລຈາກລູກເລີຍ ແມ່ຄິດວ່າ…”
ນາຍນ້ອຍເອກ: “ນາງບອກກັບແມ່ແບບນັ້ນບໍ”
ມາດາມ ລິນດາ: “ເອກລູກ! ເຖິງນາງບໍ່ບອກແມ່ເອງກໍ່ພໍເດົາໄດ້ ລູກມັກເຮັດນິໃສເມີຍເສີຍໃສນາງແບບນີ້ຕັ້ງແຕ່ນ້ອຍແລ້ວ! ແຕ່ລູກຢ່າລືມວ່າ ວັນຂ້າງໜ້າລູກກັບນາງຈະຕ້ອງໄດ້ເປັນທອງແຜ່ນດຽວກັນ ສະນັ້ນລູກຄວນເປີດໃຈເບິ່ງນາງໃນມຸມມອງໃໝ່ໄດ້ບໍ່ລູກ”
ນາຍນ້ອຍເອກ: “ແມ່ມີເລື່ອງຈະເວົ້າກັບລູກເລື່ອງດຽວນີ້ບໍ”
ມາດາມ ລິນດາ: “ມື້ນີ້ຢຸ້ຍນາງໂສກເສົ້າເສຍໃຈທີ່ລູກໜີກັບມາກ່ອນ ແມ່ຄິດວ່າລູກຄວນຂໍໂທດນາງ ໂດຍການພານາງໄປກິນເຂົ້າ ເພື່ອປັບຄວາມເຂົ້າໃຈກັບນາງ”
ນາຍນ້ອຍເອກເກັບງຳຄວາມຮູ້ສຶກບໍ່ພໍໃຈເອົາໄວ້: “ເລື່ອງນີ້ເອົາລົມກັນວັນຫຼັງເຖາະແມ່! ຕອນນີ້ລູກຄິດວ່າເລື່ອງນັ້ນມັນບໍ່ສຳຄັນເທົ່າກັບເລື່ອງການແກ້ໄຂບັນຫາຂອງບໍລິສັດ”
ມາດາມ ລິນດາ:​ “ແມ່ເຂົ້າໃຈທີ່ລູກເວົ້າ ແຕ່ແລງນີ້ແມ່ຂໍໃຫ້ລູກໄປຮັບຢຸ້ຍທີ່ເຮືອນເພື່ອໄປກິນອາຫານຄ່ຳປັບຄວາມເຂົ້າໃຈກັນສອງຕໍ່ສອງ”
ນາຍນ້ອຍເອກ:​”ແຕ່ວ່າແມ່! ລູກຍັງຕ້ອງມີວຽກຫຼາຍຢ່າງຕ້ອງກວດເບິ່ງ”
ມາດາມ ລິນດາ: “ບໍ່ມີຄຳວ່າແຕ່ລູກ ເພາະແມ່ໄດ້ຈັດກຽມໄວ້ທຸກຢ່າງຮຽບຮ້ອຍແລ້ວ ທັງໂທໄປຈອງບ່ອນນັ່ງໃນຮ້ານອາຫານ,​ ທັງໂທໄປຂໍອະນຸຍາດຈາກພໍ່ແມ່ນາງໃຫ້ລູກຮຽບຮ້ອຍແລ້ວ ຫວັງວ່າລູກຈະບໍ່ໃຫ້ແມ່ເສຍໜ້າກາຍເປັນຄົນຜິດສັດຈະວາຈາ”

ເມື່ອເວົ້າສຸດຄວາມ ມາດາມ ລິນດາ ກໍ່ລຸກຈາກຕຽງແລ້ວຍ່າງອອກຈາກຫ້ອງນອນລູກຊາຍ ຄວາມຮູ້ສຶກກົດດັນພຸ່ງເຂົ້າມາທີ່ຫົວນາຍນ້ອຍເອກທັນທີ ສອງມືກຸມໜ້າໄວ້ເຖິງຈະບໍ່ພໍໃຈອາລົມເສຍແຕ່ກໍ່ສະແດງອາການອອກໄປບໍ່ໄດ້ ສູງສຸດກໍ່ພຽງໜ້າແດງ, ຕາແດງ, ຫູແດງເທົ່ານັ້ນ ນີ້ມັນແມ່ນກັນບີບບັງຄັບກັນແທ້ໆ

ເພື່ອຮັກສາກຽດສັກສີໜ້າຕາຂອງແມ່ໄວ້ ເຖິງຈະຝືນໃຈແຕ່ກໍ່ຕ້ອງເຮັດຕາມຄຳສັ່ງ ກ່ອນເວລາກິນອາຫານຄ່ຳ 1 ຊົ່ວໂມງ ເອກໄດ້ຂັບລົດອອກຈາກເຮືອນໄປຮັບຢຸ້ຍອອກໄປດິນເນີ້ໃຕ້ກາງແສງທຽນຕາມທີ່ແມ່ບອກ ລະຫວ່າງຂັບລົດໄປທີ່ຮ້ານອາຫານບັນຍາກາດໃນລົດມິດງຽບສະນິດ ຢຸ້ຍເລີຍເປີດສາກຊວນເອກສົນທະນາ

ຢຸ້ຍຫັນໄປຖາມເອກດ້ວຍຮອຍຍິ້ມວ່າ: “ເຈົ້າໄປເຮັດວຽກໄດ້ຈັກມື້ແລ້ວ”
ເອກຕອບກັບດ້ວຍສີໜ້າ ແລະ ນ້ຳສຽງເສີຍຊາດເວຍຄຳສັ້ນໆໄປວ່າ: “3 ມື້”
ຢຸ້ຍຫັນໄປຖາມເອກດ້ວຍຮອຍຍິ້ມວ່າ: “ມື້ນີ້ເຮັດວຽກເປັນແນວໃດ ເມື່ອຍຫຼາຍບໍ່”
ເອກບໍ່ຕອບກັບມີແຕ່ຖອນຫາຍໃຈອອກມາເຫືອກໃຫຍ່ 1 ຄັ້ງ ເຊິ່ງໄດ້ເຮັດໃຫ້ຢຸ້ຍເຖິງກັບຍິ້ມເຈື່ອນໆກົບເກືອນຄວາມອາຍໃນໃຈ ແລະ ກໍ່ເວົ້າປອບໃຈຕົວເອງໄປວ່າ: ​”ເຈົ້າບໍ່ຕອບຂ້ອຍກໍ່ບໍ່ເຫັນຫຍັງ ເພາະຂ້ອຍຮູ້ດີວ່າເຈົ້າເປັນຄົນບໍ່ມັກເວົ້າ ຕັ້ງແຕ່ນ້ອຍຈົນໃຫຍ່ເຈົ້າມັກເຮັດເສີຍຊາກັບຂ້ອຍຫຼາຍກວ່າຄົນອື່ນໆ ດັ່ງນັ້ນຂ້ອຍຈິ່ງໄດ້ແຕ່ນັ່ງມິດໆຢູ່ຂ້າງໆເຈົ້າແບບນີ້ມາຕະຫຼອດ”

ມື້ນີ້ທີ່ໂຕະອາຫານ ມີແຕ່ ມາດາມ ລິນດາ ຄົນດຽວທີ່ມານັ່ງທີ່ໂຕະ ຂ້ອຍ “ອາລີ້” ກັບ ເອື້ອຍສອນພາກັນແປກໃຈ ສະເງີສະແງ່ແນມຫານາຍນ້ອຍເອກ ແລ້ວມາດາມ ລິນດາ ກໍ່ສັ່ງໃຫ້ເອື້ອຍສອນຕັກເຂົ້າໃສ່ຈານ ເອື້ອຍສອນກໍ່ເລີຍຖາມມາດາມ ລິນດາ ໄປດ້ວຍຄວາມສົງໃສວ່າ: “ມາດາມ! ນາຍນ້ອຍເອກຍັງບໍ່ທັນໄດ້ລົງມາຈາກຫ້ອງ ມາດາມ ບໍ່ຖ້າ ນາຍນ້ອຍເອກກ່ອນບໍ”
ມາດາມ ລິນດາ ຕອບກັບເອື້ອຍສອນດ້ວຍສີໜ້າເບີນບານວ່າ:​”ຕັກເຂົ້າມາໂລດສອນ ອາຫານຄາບນີ້ມີແຕ່ຂ້ອຍກິນຄົນດຽວ ລູກເອກເພິ່ນໄປດິນເນີ້ກັບແຟນເພິ່ນ ຕາມພາສາໄວ້ລຸ້ນຫັ້ນລະ”

ເມື່ອໄດ້ຍິນແບບນັ້ນເອື້ອຍສອນກໍ່ຟ້າວຈັບໝໍ້ເຂົ້າຈ້າວໄປຕັກໃສ່ຈານໃຫ້ ມາດາມ ທັນທີ! ຄຳທີ່ ມາດາມ ລິນດາ ບອກວ່າ ນາຍນ້ອຍເອກໄປດິນເນີ້ກັບແຟນ ຄຳນີ້ເມື່ອໄດ້ຍິນແລ້ວຂ້ອຍເຈັບຈີ໊ດ…ຂຶ້ນມາທັນທີ ຂ້ອຍໄດ້ໃຊ້ມືຂວາຂົ່ມໜ້າເອິກເບື້ອງຊ້າຍໄວ້ ທຳໃຈດ້ວຍການຢືນສະຫງົບນິ້ງສະໝອງບຶ້ງຕຶງບໍ່ຢາກຮັບຮູ້ສິ່ງໃດໆ ຢາກໂວຍວາຍກີ໊ດກ໊າດກໍ່ເຮັດບໍ່ໄດ້ຕ້ອງອົດຕ້ອງທົນຂົ່ມກືນນຳຕາລົງໄປພຽງຢ່າງດຽວ.

ທາງຝັ່ງຂອງນາຍນ້ອຍເອກ ກັບ ຢຸ້ຍ ທີ່ນັ່ງກິນອາຫານຄ່ຳໃນຮ້ານອາຫານແຫ່ງໜຶ່ງທ່າມບັນຍາກາດສຸດແສນໂຣແມນຕິກ ເຊິ່ງເໝາະກັບຄູ່ຮັກທີ່ມາຮ່ວມຮັບປະທານອາຫານນຳກັນ ເອກຕັ້ງໃຈກິນເຂົ້າຢ່າງດຽວໂດຍບໍ່ປາກບໍ່ເວົ້າກັບຢຸ້ຍພຽງຄຳດຽວ ແມ່ນແຕ່ໜ້າຂອງຢຸ້ຍເອກຍັງບໍ່ຄິດແນມເບິ່ງ ເຊິ່ງຢຸ້ຍເອງກໍ່ຮູ້ດີວ່າເອກບໍ່ໄດ້ມີຄວາມຄິດຄືຕົນຄິດ ບໍ່ໄດ້ຮູ້ສຶກຄືຕົນຮູ້ສຶກ ຢຸ້ຍ ໄດ້ຕັກນ້ຳຊຸບໄກ່ອາຫານທີ່ເອກມັກກິນໃສ່ຖ້ວຍນ້ອຍແລ້ວຢື່ນໄປໄວ້ຂ້າງໆຖ້ວຍເອກ ແລ້ວເວົ້າກັບເອກວ່າ “ອາຫານເທິງໂຕະນີ້! ເປັນອາຫານທີ່ເຈົ້າມັກທຸກເມນູ ຂ້ອຍມີຄວາມສຸກຫຼາຍທີ່ໄດ້ນັ່ງກິນເຂົ້າຮ່ວມກັບເຈົ້າໃນບັນຍາກາດໂຣແມນຕິກແບບນີ້! ເອກ! ມື້ໜ້າເຮົາມາອີກເນາະ”

ເອກຕອບຢຸ້ຍກັບດ້ວຍນ້ຳສຽງເຢັນຊາວ່າ: “ຢ່າຫວັງເລີຍ! ຄົງຈະບໍ່ມີໂອກາດໜ້າດອກ”
ຢຸ້ຍຍິ້ມເຈື່ອນໆກ່ອນຕອບ: “ເຈົ້ານິແກ້ງເວົ້າໃຫ້ຂ້ອຍເສົ້າໃຈຕະຫຼາດ”
ເອກເຮັດໜ້າເຊັງ ຖອນຫາຍໃຈເຫືອກໃຫຍ່ 1 ກ່ອນ ແລະ ມິດງຽບໄປອີກຄັ້ງ
ຢຸ້ຍແນມເບິ່ງເອກດ້ວຍສາຍຕາມີຄວາມສຸກ ແລະ ຄິດໃຫ້ກຳລັງໃຈຕົວເອງວ່າ: “ເຖິງວ່າເອກເຂົາຈະເຢັນຊາ ແລະ ເລິກໆແລ້ວເຂົາເປັນຜູ້ຊາຍທີ່ອົບອຸ່ນຫຼາຍ! ເຖິງຕອນນີ້ເຈົ້າຈະບໍ່ມີໃຈໃຫ້ຂ້ອຍ ແຕ່ຂ້ອຍກໍ່ຈະບໍ່ແພ້ເຈົ້າງ່າຍໆ ຂ້ອຍຮັກເຈົ້າມາຕັ້ງແຕ່ນ້ອຍຈົນຮອດປັດຈຸບັນຂ້ອຍກໍ່ຍັງຮັກເຈົ້າບໍ່ປ່ຽນແປງ ເຖິງວັນຂ້າງໜ້າເຈົ້າຈະຮັກຂ້ອຍຫຼືບໍ່ກໍ່ຕາມ ແຕ່ໃນທີສຸດເຮົາກໍ່ຕ້ອງໄດ້ແຕ່ງງານກັນຢຸ່ດີ ເຈົ້າໜີຂ້ອຍບໍ່ພົ້ນດອກເອກ”

ທັງສອງໃຊ້ເວລາກິນອາຫານຄ່ຳນຳກັນເກືອບຊົ່ວໂມງກ່ອນແຊັກບິນອອກຈາກຮ້ານ ແກງທີ່ຢຸ້ຍຕັກໃຫ້ເອກກິນນັ້ນກໍ່ຄົງຍັງວາງຢູ່ບ່ອນເກົ່າໂດຍທີ່ເອກບໍ່ແຕະຕ້ອງເລີຍແມ່ນແຕ່ໜ້ອຍດຽວ ເມື່ອອອກຈາກຮ້ານອາຫານເອກກໍ່ຂັບລົດມຸ່ງໜ້າໄປສົ່ງທີ່ເຮືອນຂອງຢຸ້ຍ ເມື່ອໄປຮອດໜ້າເຮືອນ ຢຸ້ຍລົງລົດແລ້ວຊວນເອກເຂົ້າໄປນັ່ງຫຼິ້ນກ່ອນແຕ່ເອກກໍ່ບໍ່ຕອບແລ້ວກໍ່ຂັບລົດກັບມາທີ່ເຮືອນຕົນເອງທັນທີ.

ຝັ່ງຂອງອາລີ້ ຫຼັງຈາກມ້ຽນໂຕະອາຫານ, ລ້າງຖ້ວຍບ່ວງ ມ້ຽນເຮືອນຄົວຮຽບຮ້ອຍແລ້ວ, ຂ້ອຍ “ອາລີ້” ກັບເອື້ອຍສອນ ກໍ່ພາກັນໄປທີ່ຫ້ອງລີດຜ້າ ໃນຂະນະທີ່ຂ້ອຍກຳລັງລີດເຄື່ອງຢູ່ນັ້ນ ຢູ່ດີໆນ້ຳຕາຢົດໃສໆກໍ່ຄ່ອຍໆໄຫລອອກມາຢ່າງຫ້າມບໍ່ຢູ່ພະຍາຍາມກີນລົງໄປແລ້ວແຕ່ມັນກໍ່ຍັງໄຫລອອກມາຢູ່ດີ ຈົນເອື້ອຍສອນສັງເກດເຫັນແລ້ວສອບຖາມດ້ວຍຄວາມແປກໃຈວ່າ

ເອື້ອຍສອນ: “ອາລີ້! ນ້ອງເປັນຫຍັງຈິ່ງຮ້ອງໄຫ້”
ອາລີ້ຫັນໜ້າໜີກ່ອນຕອບ: “ຄິດເຫັນຊີຣີ້ ຈາງອົກຈອງ ຕຳນານຮັກຄູ່ບັງລັງ ແລ້ວຮູ້ສຶກໂສກເສົ້າ! ບໍ່ມີຫຍັງຫຼາຍດອກເອື້ອຍ”
ເອື້ອຍສອນ: “ເຮີ່ຍໃຄແນ່! ເອື້ອຍຄິດວ່າໂຕອົກຫັກຊັ້ນດອກ! ຢ່າເບິ່ງຫຼາຍໜັງເກົາຫຼີຫັ້ນ”
ອາລີ້ເຊັດນ້ຳຕາ ແລະ ຍິ້ມເບົາໆບໍ່ມີຄຳເວົ້າໃດຕອບກັບ

ນາຍນ້ອຍເອກເມື່ອກັບຮອດເຮືອນກໍ່ຟ້າວຍ່າງເຂົ້າໄປໃນຫ້ອງນອນທັນທີ ເພື່ອຈະໄປອ່ານເອກະສານທີ່ຄ້າງຄາໄວ້ ນາຍນ້ອຍເອກອ່ານລົບໄປລົບມາຫຼາຍຮອບ ຈິ່ງໄດ້ເຫັນຄວາມຜິດປົກກະຕິບາງຢ່າງເກີດຂຶ້ນໃນບົດລາຍງານຂອງບັນຊີ ເພາະເນື່ອງຈາກຕົວເລກຂອງການຕະຫຼາດ ກັບບັນຊີບໍ່ກົງກັນ ການຕະຫຼາດມີລາຍ ການສົ່ງອອກເດີ້ອອກໄປເທົ່າກັບຈຳນວນສັ່ງອໍເດີ້ກັບໜ່ວຍຜະລິດທຸກລາຍການ ແຕ່ເມື່ອມາກວດເບິ່ງບັນມີຕົວເລກບາງລາຍການຫຼຸດຈາກຕົວເລກຂອງການຕະຫຼາດທີ່ສະຫຼຸບໄວ້ ດັ່ງນັ້ນເລື່ອງນີ້ຕ້ອງມີການກວດສອບແບບລັບໆເພື່ອບໍ່ໃຫ້ຄົນຮ້າຍຕົວຈິງໄຫວຕົວທັນ, ສຳລັບຕົວເລກລາຍຮັບກໍ່ພໍເຂົ້າໃຈເຖິງບັນຫາແລ້ວ ບາງເບິ່ງທີ່ພາກລາຍຈ່າຍ ສ່ວນໃຫຍ່ລາຍຈ່າຍຈະໝົດໄປກັບການຂຶ້ນແຜນຊື້ວັດຖຸດິບການຜະລິດ, ນະໂຍ ບາຍການປິ່ນປົວພະນັກງານ,​ ໄຟຟ້າ ເປັນສ່ວນໃຫຍ່, ສຳລັບວັດຖຸດິບຈາກການທີ່ຢ່າງສຳຫຼວດກວດກາໄປທີ່ສາງມື້ນັ້ນເຫັນໄດ້ວ່າມີວັດຖຸດິບທີ່ຍັງບໍ່ທັນນຳໄປແປຮູບເຊັ່ນ:​ ເສັ້ນຝ້າຍ, ເສັ້ນໃໝຄ້າງສາງຢູ່ເປັນຈຳນວນຫຼາຍ ແຕ່ເປັນຫຍັງຕ້ອງມີການສັ່ງສື້ເຂົ້າມາເພີ່ມຢູ່ຕະຫຼອດ ສ່ວນຜ້າແພທີ່ຕ່ຳແລ້ວຄ້າງສາງກໍ່ຍັງຫຼາຍຍັງເປັນແພດີໆທັງໝົດ ເປັນຫຍັງຄືບໍ່ເອົາໄປຈຳໜ່າຍ ຫຼື ນຳອອກໄປແປຮູບເຮັດຜະລິດຕະພັນ? ສຳລັບນະໂຍບາຍຂອງບໍລິສັດ ຄືນນີ້ຄົງຕ້ອງໄດ້ອ່ານແລະທຳຄວາມເຂົ້າໃຈກັນທັງຄືນອາດຮອດແຈ້ງ ແຕ່ກໍ່ໂຊກດີທີ່ມື້ອື່ນເປັນວັນເສົາຫ້ອງການພັກ ຕົນເອງຈິ່ງຈະໄດ້ນອນພັກຜ່ອນ

ຕອນບ່າຍວັນເສົາ ມື້ນີ້ອາກາດຮ້ອນອົບເອົ້າ ນາຍນ້ອຍເອກໄດ້ລົງມາລອຍນ້ຳຫຼິ້ນທີສະລອຍນ້ຳ ແຕ່ກໍ່ແປກໃຈທີ່ມື້ນີ້ບໍ່ເຫັນໜ້າອາລີ້ມາວົນວຽນຢູ່ໃກ້ໆຄືທຸກມື້ ເມື່ອລອຍນ້ຳແລ້ວກໍ່ເຂົ້າໄປອາບນ້ຳປ່ຽນເຄື່ອງໃນຫ້ອງນ້ຳຈາກນັ້ນກໍ່ຍ່າງເລາະເຮືອນເພື່ອຊອກຫາອາລີ້ແລ້ວກໍ່ໄປເຫັນອາລີກຳລັງນັ່ງກອດເຂົ່າລົມກັບ ຈຳໂບ້ ແລະ ລູຊີ້ທີ່ບໍລິເວນຄອກຂອງພວກມັນ ນາຍນ້ອຍເອກຄ່ອຍຍ່າງຍ່ອງໆເຂົ້າໄປໄກ້ໆ ໂດຍທີ່ອາລີ້ບໍ່ຮູ້ຕົວວ່າກຳລັງມີຄົນແອບຟັງຕົວເອງລະບາຍຄວາມທຸກໃຈກັບໃຫ້ສັດຟັງຢູ່

ອາລີ້ໜ້າເສົ້າເວົ້າກັບໝາ:​ “ໝານ້ອຍ! ເກີດມາເປັນໝາຢູ່ໃນເຮືອນເສດຖີຢ່າງພວກເຈົ້ານີ້ມັນແສນສຸກແສນສະບາຍ! ເຂົ້າກໍມີກິນ, ວຽກກໍ່ບໍ່ຕ້ອງເຮັດ, ແຖມເລື່ອງຄວາມຮັກກໍ່ແຮັບປີ້ອີກບໍ່ຕ້ອງໄປທຸກໃຈຍາດກັບໃຜກໍ່ເພາະພວກເຈົ້າມີກັນຢູ່ແຕ່ສອງຕົວນິ! ບາດເອື້ອຍນີ້ຕີ້! ມີຮັກນຳເຂົາດ້າມເທື່ອກໍ່ມີແຕ່ອຸປະສັກ! ເປີດເຜີຍບໍ່ໄດ້! ຫຶງຫວງບໍ່ໄດ້! ຮູ້ທັງຮູ້ວ່າເຂົາໄປກິນເຂົ້າກັບສາວອື່ນແຕ່ກໍ່ເຮັດຫຍັງບໍ່ໄດ້! ໄດ້ແຕ່ຮັກໃນໃຈມິດໆຢ່າງດຽວ ໂອ້ຍຍຍຍ! ມັນທໍລະມານໂວ້ຍ!”

ນາຍນ້ອຍເອກຢືນເອົາມືທັງສອງຂ້າງໄຂ່ວຫຼັງ ດ້ວຍສີໜ້າເຄັ່ງຄຽດແລ້ວເອີ່ຍອອກໄປວ່າ: “ອາລີ້! ຖ້າຢາກລະບາຍຕ້ອງລະບາຍກັບຄົນ ຢ່າໄປເວົ້າກັບສັດ ເພາະເຈົ້າຈະບໍ່ໄດ້ຄຳຕອບ”

ເມື່ອໄດ້ຍິນສຽງນາຍນ້ອຍເອກດັງຂຶ້ນເທົ່ານັ້ນລະ ອາລີ້ຟ້າວຫັນມາເບິ່ງດ້ວຍຄວາມຕື່ນຕົກໃຈຈົນອຸທານອອກໄປເວົ້າ: “ໂອ້ພະເຈົ້າຊ່ວຍ! ນາຍນ້ອຍເອກມາໄດ້ດົນປານໃດແລ້ວ” ກ່ອນຈະຫັນໄປເວົ້າກັບໝາສອງຕົວວ່າ “ຊູນິບໍ່ໄດ້ເລື່ອງເລີຍສີເຫົ່າສົ່ງສັນຍານບອກເອື້ອຍວ່າມີຄົນມາແນ່ກໍ່ບໍ່ໄດ້”

ນາຍນ້ອຍເອກຍ່າງໄປນັ່ງລົງຂ້າງໆອາລີ້ແລ້ວເອີ່ຍດ້ວຍຮອຍຍິ້ມເບົາໆວ່າ: “ເຈົ້າຢ່າໂທດພວກມັນເລີຍ! ພວກມັນກະດິກຫາງສົ່ງສັນຍານໃຫ້ເຈົ້າຮູ້ແລ້ວແຕ່ເຈົ້າມົວແຕ່ກົ້ມໜ້າແລ້ວຂີດພື້ນສີເມັນພ້ອມເອົາແຕ່ຈົ່ມພຶມພຳຈົນບໍ່ໄດ້ສັງເກດເບິ່ງພວກມັນ’
ອາລີ້: “ຊັ້ນນາຍນ້ອຍເອກກໍ່ໄດ້ຍິນທີ່ຂະນ້ອຍເວົ້າໝົດທຸກຄຳແມ່ນບໍ່”
ນາຍນ້ອຍເອກ: “ອື” ແລ້ວນາຍນ້ອຍເອກກໍ່ໂອບບ່າອາລີ້ພ້ອມດຶງມາອິງທີຕົວເອງແລ້ວເວົ້າອີກວ່າ “ເລື່ອງຄືນນີ້ຂ້ອຍບໍ່ມີຄຳເວົ້າໃດມາຂໍໂທດເຈົ້າ ເພາະຂ້ອຍບໍ່ໄດ້ຕັ້ງໃຈຢາກໄປ ມັນເປັນຄຳສັ່ງຂອງແມ່ ໃນຖານະລູກເພື່ອຕອບແທນບຸນຄຸນກໍ່ເລີຍຕ້ອງໄປ ເຖິງຈະຝືນໃຈແຕ່ກໍ່ຕ້ອງເຮັດ”
ອາລີ້ຮູ້ສຶກແປກໃຈທີ່ໄດ້ຍິນນາຍນ້ອຍເອກເວົ້າໃນລັກສະນະເກງໃຈແມ່ຂະໜາດນີ້ຈິ່ງແນມເບິ່ງໜ້ານາຍນ້ອຍເອກແລ້ວຖາມກັບດ້ວຍຄວາມຢາກຮູ້ວ່າ: “ກໍ່ຮູ້ວ່ານາຍນ້ອຍເອກກະຕັນຢູຕໍ່ພໍ່ແມ່! ແຕ່ບາງເລື່ອງທີ່ຝືນໃຈຕົວເອງດ້ວຍເຫດໃດເຈົ້າຈິ່ງບໍ່ປະຕິເສດ”
ນາຍນ້ອຍເອກຖອນຫາຍໃຈ: ສິ່ງທີ່ເຈົ້າເຫັນມັນບໍ່ຄືສິ່ງທີ່ເຈົ້າຄິດສະເໝີ! ຈິດໃຈນາຍແມ່ຊັບຊ້ອນກວ່າທີ່ຄິດເຈົ້າເປັນຄົນນອກຮູ້ຈັກທ່ານພຽງຜິວເພີນເລື່ອງນີ້ເຈົ້າບໍ່ມີທາງເຂົ້າໃຈດອກ

ອ່ານຍ້ອນຫຼັງຕອນທີ 11 ອ່ານຕາມລິ້ງນີ້https://www.laopost.com/2017/03/29/87736
ອ່ານຍ້ອນຫຼັງຕອນທີ 12 ອ່ານຕາມລິ້ງນີ້https://www.laopost.com/2017/03/29/8774

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...